|
ແພດຈາກສະຖາບັນເດັກ
ຈອນຫ໌ ຮອບກິ້ນສ໌ ໃນສະຫະລັດອາເມລິກາ
ປະກາດເຕືອນພໍ່ແມ່ ວ່າ:
ລູກນ້ອຍທີ່ມີອາຍຸຕ່ຳກວ່າ 6 ເດືອນ
ບໍ່ຄວນດື່ມນ້ຳຫຼາຍເກີນໄປ ເພາະຈະເຮັດໃຫ້ສ່ຽງຕໍ່ການເກີດພາວະທີ່
ເອີ້ນວ່າ: "Water intoxication" ຫຼື
ນ້ຳໃນຮ່າງກາຍຜິດປົກກະຕິ.
ເນື່ອງຈາກໄຕ (ໝາກໄຂ່ຫຼັງ) ຂອງ ແອນ້ອຍ
ຍັງຈະເລີນເຕີບໂຕບໍ່ເຕັມທີ່
ການໃຫ້ເດັກອ່ອນດື່ມນ້ຳຫຼ!ຍເກີນໄປຈະເຮັດໃຫ້ຮ່າງກາຍມີໂຊດຽມ
ຫຼາຍເກີນໄປ
ຊຶ່ງສົ່ງຜົນຕໍ່ການເຮັດວຽກຂອງສະໝອງ,
ນອກຈາກນັ້ນ
ພາວະທີ່ມີນ້ຳໃນຮ່າງກາຍຫຼາຍຜິດປົກກະຕິ
ຍັງສົ່ງຜົນໃຫ້ແອນ້ອຍຫງຸດ ງິດງ່າຍ, ເຊື່ອງຊຶມ
ແລະ ມີອາລົມປ່ຽນແປງ,
ອຸນນະພູມໃນຮ່າງກາຍຫຼຸດຕ່ຳລົງ, ເກີດອາການບວມ
ຫຼື ຊັກໄດ້.
"ມັນເປັນອາການທີ່ສະແດງອອກບໍ່ຊັດເຈນ,
ອາການທຳອິດທີ່ພໍ່ແມ່ສັງເກດໄດ້ຄື
ອາການຊັກ," ດຣ. ແອນເດີຣ໌ ກ່າວເສີມ.
ດັ່ງນັ້ນ,
ນ້ຳຈຶ່ງເປັນເຄື່ອງດື່ມທີ່ພໍ່ແມ່ຄວນຫຼົບຫຼິກບໍ່ໃຫ້ແອນ້ອຍກິນຫຼາຍ,
ພໍ່ແມ່ ຍັງຄວນຫຼົບຫຼີກການຊົງນົມ
ທີ່ຈືດເກີນໄປອີກດ້ວຍ ເພາະຈະພາໃຫ້ເປັນພາວະມີນ້ຳຫຼາຍໃນຮ່າງກາຍເຊັ່ນກັນ.
"ເມື່ອພວກເຂົາຫິວນ້ຳ
ສິ່ງທີ່ພວກເຂົາຕ້ອງການດື່ມຫຼາຍກວ່ານ້ຳ
ກໍຄືນົມແມ່ ຫຼື ນົມປະສົມ."
ດຣ ແອນເດີຣ໌ ກ່າວວ່າ ໃນບາງກໍລະນີທີ່ຈຳເປັນ
ເຮົາກໍອາດໃຫ້ແອນ້ອຍດື່ມນ້ຳ ແຕ່ຕ້ອງໃຫ້ດື່ມໜ້ອຍໆ
ເຊັ່ນ: ໃນເວລາແອນ້ອຍຖອກທ້ອງ ໃນບ່ອນທີ່ມີອາກາດຮ້ອນຫຼາຍ,
ແຕ່ພໍ່ແມ່ຄວນປຶກສາກັບແພດກ່ອນ. ຖ້າຄິດວ່າ
ລູກອາດມີພາວະນ້ຳໃນຮ່າງກາຍຜິດປົກກະຕິ ໃຫ້ພາລູກໄປພົບແພດໂດຍດ່ວນ.
*
ຄັດຈາກ: ວາລະສານອັບເດດ, ສະບັບທີ 13,
2009 (ໜ້າທີ 40) |