ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ຄອບຄົວມະຫາສານ
ຄອບຄົວ ແລະ ສັງຄົມ
ການວາງແຜນຄອບຄົວ
ສາຍພົວພັນຄອບຄົວ
ິທີການລ້ຽງລູກ
ເພດສຶກສາ
ໂລກຕິດຕໍ່ທາງເພດສຳພັນ
ສຸຂະພາບທົ່ວໄປ
ໂລກ ແລະພະຍາດຕ່າງໆ
ຄອບຄົວຕົວແບບ
ກົດໝາຍໜ້າຮູ້
ການສຶກສາ
ກິລາ
ໂຄສະນາຜ່ານເວັບ
 

 

 

 
 
  ການກິນໄຂ່
  ການກິນໄຂ່ມື້ລະໜ່ວຍ ອາດສ່ຽງຕໍ່ການເສຍຊີວິດ ໄດ້ <ອ່ານຕໍ່>
  ເຄັດລັບການປັດຂົນຕາ
  ຄັດລັບການປັດຂົນຕາໃຫ້ສວຍງາມ 10 ວິທີ <ອ່ານຕໍ່>
  ຫລັກການອອກກຳລັງກາຍ
  ຫລັກການອອກກຳລັງກາຍ ໃນເວລາຖືພາ <ອ່ານຕໍ່>
  ອາການຂອງການຖືພາ
  ສັນຍານທີ່ບົ່ງບອກເຖິງ ການຖືພາໃນເລີ່ມຕົ້ນ 10 ອາການ <ອ່ານຕໍ່>
  ໂລກມະເຮັງເຕົ້ານົມ
  ວິທີເບິ່ງແຍງສຸຂະພາບໃຫ້ປາດສະຈາກໂລກມະເຮັງເຕົ້ານົມ <ອ່ານຕໍ່>

 

   ຄຸນປະໂຫຍດຂອງ ໝາກຂາມປ້ອມ ຕໍ່ສຸຂະພາບ ມີຫລາຍຢ່າງ
  ໝາກເປັນໜ່ວຍມົນກົມສີຂຽວອ່ອນ ເມັດສີນ້ຳຕານ ມີຫລາຍລົດຊາດທັງສົ້ມ ຫວານ ຝາດ ຂົມ ຂະຫຍາຍແນວພັນໂດຍການເອົາແກ່ນ <ອ່ານຕໍ່>
   ການປະດິດອຸປະກອນຊ່ວຍເຫລືອຄົນຕາບອດ ໃຫ້ໃຊ້ລິ້ນໃນປາກມອງເຫັນແທນດວງຕາ
   
      ຄົນພິການທາງຕາຕ້ອງຢູ່ໃນໂລກມືດມາ ອາດຈະໄດ້ມີໂອກາດໄດ້ເບິ່ງເຫັນໂລກສະຫວ່າງໄດ້ອີກ ໂດຍນັກວິໄຈຊາວແຄນາດາ ໄດ້ຄິດປະດິດອຸປະກອນຊ່ວຍໃຫ້ໃຊ້ລິ້ນເບິ່ງເຫັນແທນໜ່ວຍຕາ, ນັກວິໄຈຂອງມະຫາວິທະຍາໄລມອນທຣີລແຫ່ງແຄນາດາ, ທ່ານມົວຣີສ ປູໂຕ ໄດ້ປະດິດອຸປະກອນທີ່ເອີ້ນວ່າ: "ໜ່ວຍສະແດງຜົນດ້ວຍລິ້ນ" ເຊິ່ງຈະສາມາດສົ່ງສັນຍານພາບ ທີ່ຢູ່ລຸ່ມເພດານໃນປາກໄປຫາເປືອກສະໝອງ ອັນເປັນສ່ວນທີ່ຖືກກຳໜົດໃຫ້ສຳຫລັບຮັບຂໍ້ມູນດ້ານຮູບພາບ ແຕ່ເພາະເຈົ້າຂອງຕາພິການເສຍເລີຍບໍ່ໄດ້ໃຊ້.
ຕາມຄວາມເປັນຈິງອຸປະກອນຊຸດນັ້ນ ມີຕາເປັນກ້ອງຖ່າຍພາບເຊິ່ງຝັງເອົາທີ່ໜ່ວຍຕາ ເມື່ອຜູ້ໃຊ້ຕ້ອງການຈະເບິ່ງ ກໍ່ຈະໃຊ້ລິ້ນສະກິດປຸ່ມສະວິດທີ່ມີຢູ່ໃນປາກ ເຕັກໂນໂລຊີແບບນີ້ຍັງອາດຈະຂະຫຍາຍ ເພື່ອຊ່ວຍໃຫ້ຄົນຕາບອດສາມາດອ່ານຂໍ້ຄວາມ ທີ່ຖືກສົ່ງກະຈາຍສຽງດ້ວຍສັນຍານອິເລັກທໍນິກອອກໄດ້ອີກດ້ວຍ "ເຮົາສຶກສາໄດ້ຮູ້ວ່າ ປະສາດສຳຜັດຂອງຄົນເຮົາ ບາງເທື່ອກໍ່ເອົາໄປໃຊ້ແທນກັນໄດ້ຄືກັນ" ທ່ານຍັງອະທິບາຍອີກວ່າ ລິ້ນຂອງຄົນເຮົານັບເປັນອະໄວຍະວະອັນເໝາະສົມທີ່ຈະນຳມາໃຊ້ ດ້ວຍເຫດທີ່ສະໝອງຂອງຄົນເຮົາສ່ວນໃຫຍ່ຖືກຈັດໄວ້ໃຫ້ຮັບຂໍ້ມູນ ທີ່ມາຈາກລິ້ນອີກທັງໃນປາກກໍ່ຍັງມີນ້ຳລາຍ ທີ່ນັບວ່າເປັນສື່ທາງອິເລັກໂທນິກອັນດີຢ້ຽມອີກດ້ວຍ.
* ຈາກໜັງສືພິມໄທລັດ, ສະບັບວັນທີ 9/6/2004
 
   ຄອມພິວເຕີມີປະໂຫຍດຕໍ່ເດັກນ້ອຍ
     ນັກວິໄຈຈາກສະຫະລັດພົບວ່າເດັກນ້ອຍທີ່ຈຳເປັນ ຕ້ອງມີການກຽມຄວາມພ້ອມກ່ອນເຂົ້າຮຽນໃນລະດັບອະນຸບານນັ້ນ ກຸ່ມເດັກນ້ອຍທີ່ໃຊ້ຄອມພິວເຕີມີພັດທະນາການ ແລະ ທັກສະທາງການຮຽນຮູ້ຫລາຍກວ່າເດັກນ້ອຍທີ່ບໍ່ເຄີຍໃຊ້ຄອມພິວເຕີມາຈັກເທື່ອ
ຈາກຜົນການສຶກສາເດັກນ້ອຍທີ່ມີອາຍຸລະຫວ່າງ 3-5 ປີ ຈຳນວນ 122 ຄົນ, ພົບວ່າເດັກນ້ອຍທີ່ໃຊ້ຄອມພິວເຕີຢູ່ບ້ານ ແລະ ໂຮງຮຽນ ໃນລະດັບຊັ້ນກຽມອະນຸບານສະເລ່ຍ 3-4 ຄັ້ງຕໍ່ອາທິດ ສາມາດເຮັດຄະແນນທົດສອບຄວາມພ້ອມກ່ອນຮຽນ ມີທັກສະ ແລະ ພັດທະນາການທີ່ສູງກວ່າເດັກນ້ອຍ ທີ່ບໍ່ເຄີຍໃຊ້ຄອມພິວເຕີມາກ່ອນເລີຍ ໂດຍຜົນການສຶກສານີ້ໄດ້ຮັບການຕີພິມໃນວາລະສານ "ພີເດຍທຣິກສ໌" ອີກ.
ຢ່າງໃດກໍ່ຕາມ ຜົນວິໄຈບໍ່ໄດ້ບອກເຖິງຄວາມສຳພັນລະຫວ່າງການໃຊ້ງານຄອມພິວເຕີ ແລະ ແນວໂນ້ມການຝຶກພາສາສຳຫລັບເດັກນ້ອຍ ລວມທັງຄວາມດຶງດູດໃຈຂອງຄອມພິວເຕີ ເຮັດໃຫ້ເດັກນ້ອຍເມີນເສຍກັບເຄື່ອງຫລີ້ນທີ່ໃຊ້ສຳຫລັບຝຶກທັກສະ ແລະ ພັດທະນາການທີ່ເຫມາະກັບວັຍ.
    ດ້ານສ້ຽວຫມິງ ລີ ຜູ້ຊ່ຽວຊານດ້ານພັດທະນາການສຳຫລັບເດັກ ກວ່າວ່າ ເດັກນ້ອຍທີ່ມີຄອມພິວເຕີຢູ່ບ້ານກວ່າ 56% ຈະມີກິດຈະກຳຫລັກໃນການໃຊ້ງານ ຄອມພິວເຕີດ້ວຍການຝຶກພິມ, ຫລີ້ນເກມ, ຮຽນຮູ້ຊອຟແວຣ໌ສຳຫລັບເດັກຜ່ານໂຕກາຕູນ, ແຕ້ມຮູບ, ຝຶກການໃຊ້ເມົ້າສ໌ ແລະ ສະຕິກເກີ້ ເປັນຕົ້ນ. ໂດຍຜູ້ປົກຄອງຕ້ອງໃຫ້ຄວາມເບິ່ງແຍງເອົາໃຈໃສ່ ແລະ ໃຫ້ຄຳແນະນຳ ເພື່ອຈະໄດ້ໃຊ້ປະໂຫຍດຈາກຄອມພິວເຕີຢ່າງເຕັມທີ່.
* ຈາກໜັງສືພິມໄທລັດ, ສະບັບວັນທີ 11/6/2004
 
   ໂລກຊາຣ໌ສ" ລະບາດແຜ່ຕິດຕໍ່ທາງນ້ຳຕາໝໍສິງກະໂປ ກວດພົບໄວຣັສຢູ່ໃນຕາ
       ໝໍເມືອງລອດຊ່ອງໄດ້ຄົ້ນພົບໂລກ "ຊາຣ໌ສ" ອັນເປັນໂລກລະບົບທາງເດີນຫາຍໃຈກະທັນຫັນ ຊິ່ງແຜ່ລາມໄປຕາມປະເທດຕ່າງໆ ເຖິງ 30 ປະເທດ, ຂ້າຊີວິດຄົນຕາຍໄປເກືອບພັນ ເມື່ອບໍ່ດົນມານີ້ ສາມາດຕິດຕໍ່ກັນທາງນ້ຳຕາໄດ້ ໂດຍໄດ້ກວດພົບເຊື້ອໃນນ້ຳຕາຂອງຄົນເຈັບເປັນຫລັກອ້າງອິງ.
ທ່ານໝໍ ເສັງ ເຊຍະ ລຸ້ນ ຂອງໂຮງໝໍມະຫາວິທະຍາໄລແຫ່ງຊາດໃນສິງກະໂປກັບຄະນະ ໄດ້ແຈ້ງວ່າ: ໄດ້ກວດພົບເຊື້ອໄວຣັສໂລກຊາຣ໌ສຢູ່ໃນທໍ່ນ້ຳຕານ ຂອງຄົນເຈັບເມື່ອປີກາຍ ຊຶ່ງໃນການແຜ່ລະບາດເທື່ອທີສອງທ້າຍສຸດນັ້ນ ມີຄົນເຈັບໃນປະເທດຕ່າງໆ ເກືອບ 30 ປະເທດ ເປັນຈຳນວນບໍ່ຕ່ຳກວ່າ 8.000 ຄົນ, ແລະ ຕາຍໄປເກືອບຮອດ 800 ຄົນ, ໂລກຊາຣ໌ສເລິ່ມແຜ່ລະບາດຂື້ນຄັ້ງທຳອິດທາງພາກໃຕ້ຂອງຈີນ, ເມື່ອປີ 2002 ເຖິງວ່າໃນປະຈຸບັນຈະຄວບຄຸມໄວ້ໄດ້ ແຕ່ກໍ່ຍັງຢ້ານວ່າ ມັນອາດຈະກັບມາອາລະວາດອີກເມື່ອໃດກໍ່ໄດ້.
ຄະນະແພດສິງກະໂປກ່າວວ່າ ໄດ້ກວດພົບເຊື້ອໄວຣັສໃນທໍ່ນ້ຳຕານຄົນໄຂ້ 3 ຄົນ ທັງໝົດລ້ວນແຕ່ເປັນຄົນເຈັບໃຫມ່ ເຊິ່ງບອກໃຫ້ຮູ້ວ່າອາດຈະກວດພົບເຊື້ອໃນທໍ່ນ້ຳຕາ ໃນຊ່ວງການເຈັບໄຂ້ໄລຍະເລິ່ມຕົ້ນໆ ເຊຶ່ງອາດຈະເປັນວິທີກວດທີ່ສຳຄັນທາງໜື່ງ ເນື່ອງຈາກການກວດວິເຄາະນ້ຳຕາ ນັບວ່າສະດວກ ແລະ ງ່າຍກວ່າກັນຫລາຍ.
ທ່ານໝໍ ເສັງ ລາຍງານຜົນການກວດພົບໃນວາລະສານການແພດອັງກິດ "ຈັກຂຸວິທະຍາ" ໄວ້ນຳວ່າ: ການຄົ້ນພົບຍັງສະແດງໃຫ້ຮູ້ວ່າ ໂລກຊາຣ໌ສສາມາດຕິດຕໍ່ກັນທາງນ້ຳຕາໄດ້ ນອກຈານລະອອງກະຈາຍຂອງການໄອ ຫລື ຈາມຢ່າງໜື່ງນຳ ແລະ ເຊື້ອໄວຣັສໂລກຊາຣ໌ສກໍ່ຄືກັນກັບເຊື້ອໄວຣັສແບບອື່ນ ທີ່ຕິດຕໍ່ແຜ່ລາມໄປຮອດຕາໄດ້ ບໍ່ຕ່າງຈາກໄວຣັສເຊື້ອເລິມ ໂລກຕັບອັກເສບຊະນິດບີ ແລະ ຊີ, ໂລກຫັດ ແລະ ໂລກອີສຸກອີໃສ ເຊິ່ງກວດພົບໃນນ້ຳຕາຄືກັນ.
* ຈາກໜັງສືພິມໄທລັດ, ສະບັບວັນທີ 23/6/2004
 
   ລູກຜູ້ຊາຍຍ່າງໄກມື້ລະ 3 ກິໂລແມັດປຸກ "ນົກເຂົາ" ໃຫ້ກັບຄືນຊີບໄດ້
      ລາຍງານຜົນຂອງການສຶກສາຂອງນັກວິໄຈຊາວມະກະໂຣນີ ໄດ້ພົບເຫັນວ່າ: ຜູ້ຊາຍຕຸ້ຍທີ່ປ່ຽນແກ້ພຶດຕິກຳການກິນຢູ່ ຈົນລົດນ້ຳຫນັກຕົວລົງໄດ້ໃນທີ່ສຸດຕົວຢ່າງເຊັ່ນ: ການຍ່າງໃຫ້ໄດ້ໃນໄລຍະທາງມື້ລະ 3.200 ແມັດທຸກໆມື້ ຈະຊ່ວຍປຸກໃຫ້ນົກເຂົາກັບແຂງຂັນ ຂື້ນມາອີກໄດ້ ເນື່ອງດ້ວຍເຍື່ອບຸພາຍໃນຫລອດເລືອດຕ່າງໆ ຈະກັບທຳງານໄດ້ດີຂື້ນ.
ຄະນະນັກວິໄຈຂອງມະຫາວິທະຍາໄລເຊກັນດ໌ ແຫ່ງເນເປິລ ໄດ້ສຶກສາກັບຊາຍຮູບຮ່າງອ້ວນທ້ວນ ທີ່ຢູ່ໃນວັຍອາຍຸລະຫວ່າງ 35-55 ປີ, ເຊິ່ງບໍ່ມີໂລກຄວາມດັນໂລຫິດສູງ, ເບົາຫວານ, ແລະ ໂລກຫິດມີໄຂມັນຫລາຍເກິນໄປທີ່ເປັນໂລກ "ນົກເຂົາບໍ່ຂັນ" ຈຳນວນ 110 ຄົນ, ກ່າວສະຫລຸບລາຍງານວ່າ: "ຜົນຂອງການສຶກສາສະແດງວ່າ ການປ່ຽນແປງພຶດຕິກຳການກິນອາຫານໃໝ່ ດ້ວຍການລົດການບໍລິໂພກພະລັງງານຂອງອາຫານໃຫ້ນ້ອຍລົງ ອອກກຳລັງກາຍໃຫ້ລາຍຂື້ນ ຈະຊ່ວຍໃຫ້ 1 ໃນ 3 ຄົນເຫລົ່ານີ້, ຄ່ອຍທຸເລົາຂື້ນຈາກໂລກນົກເຂົາບໍ່ຂັນໄດ້ ທັງຍັງຊ່ວຍລົດໂອກາດສ່ຽງຂອງການເປັນໂລກ ຂອງຫລອດເລືອດຫົວໃຈລົງໄປອີກດ້ວຍ.
* ຈາກໜັງສືພິມໄທລັດ ສະບັບວັນທີ 13/7/2004

 
   ການຮັບປະທານຢາຄຸມກຳກຳເນີດ ມີຜົນເສຍຕໍ່ຮັງໄຂ່ຂອງຄົນເຮົາຢ່າງແນ່ນອນ
      ຜູ້ຍິງບາງຄົນທີ່ຍັງບໍ່ພ້ອມທີ່ຈະມີລູກ ແລະ ກໍ່ຍັງບໍ່ແນ່ໃຈວ່າຈະເຖິງວັນຫມົດປະຈຳເດືອນເມື່ອໃດຂະນະນີ້ມີຂ່າວດີທີ່ຈະແກ້ໄຂບັນຫານີ້ໄດ້ແລ້ວ, ໂດຍຫລ້າສຸດ ນັກວິທະຍາສາດໃນເມືອງເອດີເປິຣາ ປະເທດສະກອດແລນໄດ້ພົບວິທີທີ່ຈະທຳນາຍໄດ້ວ່າ, ເມື່ອໃດເວລາຊິວະພາບຂອງຜູ້ຍິງຈະຢຸດເດີນ ແລະ ບອກໄດ້ວ່າ ໄວໝົດປະຈຳເດືອນຂອງແຕ່ລະຄົນຈະມາເຖິງເມື່ອອາຍຸເທົ່າໃດ?, ໂດຍການໃຊ້ອາວເຕີຊາວວັດແທກຂະໜາດຮັງໄຂ່ ເພື່ອຄຳນວນຫາຈຳນວນໄຂ່ທັງໝົດທີ່ຈະຜະລິດໄດ້ໃນໄລຍະທີ່ຍັງມີຊີວິດເຫລືອຢູ່.
   ດ.ຣ ຮາມິດວາເຣດ, ແພດເດັກຈາກມະຫາວິທະຍາໄລເອດີເປີຣາກ່າວວ່າ ການລ່ວງຮູ້ເສັ້ນຕາຍຂອງ ໄວຈະເລີນພັນໃນເພດຍິງເປັນຂໍ້ມູນທີ່ສາມາດຊ່ວຍແກ້ບັນຫາແມ່ຍິງທີ່ມີລູກຍາກໄດ້ ແລະ ຍັງເປັນປະໂຫຍດສຳລັບແມ່ຍິງ ທີ່ຍັງບໍ່ມີຄວາມພ້ອມ ທີ່ຈະມີລູກດ້ວຍ. ປົກກະຕິຜູ້ຍິງເຫລົ່ານັ້ນຈະສາມາດຜະລິດໄຂ່ໄດ້ ໂດຍສະເລ່ຍ 8 ແສນໜ່ວຍຕະຫລອດຊົ່ວຊີວິດ, ແຕ່ຕົວເລກທີ່ວ່ານີ້ຈະປ່ຽນແປງໄປຕາມໄວ ຄື: ໃນໄລຍະທີ່ມີອາຍຸປະມານ 37 ປີ, ຊຶ່ງມີໄຂ່ເຫລືອປະມານ 25 ພັນໜ່ວຍນັ້ນ ຄວາມສາມາດຂອງຜູ້ຍິງໃນການຜະລິດໄຂ່ກໍ່ຈະຫລຸດລົງຢ່າງວ່ອງໄວ ແລະ ຮັງໄຂ່ກໍ່ຈະຫົດຕົວ ຈົນກະທັ້ງໄຂ່ກໍ່ຄ່ອຍໆໝົດໄປ ແລະ ເຂົ້າສູ່ໄວໝົດປະຈຳເດືອນ. ໄວໝົດປະຈຳເດືອນຂອງຜູ້ຍິງ, ສ່ວນຫລາຍແລ້ວແມ່ນເລິ່ມມີອາຍຸແຕ່ 50 ປີ ຫລື ມີການບວກລົບ 7-8 ປີ. ການລ່ວງຮູ້ກຳນົດໄວໝົດປະຈຳເດືອນ ທີ່ຊັດເຈນຈະຊ່ວຍໃຫ້ແພດສາມາດຮັກສາອາການທີ່ມີລູກຍາກໄດ້ຖືກວິທີ, ຊຶ່ງຖ້າຮູ້ວ່າຮັງໄຂ່ຍັງມີຄວາມສາມາດທີ່ຜະລິດໄຂ່ໄດ້ອີກຫລາຍປີ ກໍ່ບໍ່ຈຳເປັນຕ້ອງໃຫ້ຜູ້ປ່ວຍຕ້ອງຜ່ານຂັ້ນຕອນປະສົມທຽມ, ຊຶ່ງນອກຈາກຈະເຈັບຕົວແລ້ວ ຍັງຕ້ອງໃຊ້ເງິນ ເພື່ອເປັນການໃຊ້ຈ່າຍຢ່າງຫລວງຫລາຍຕື່ມອີກ. ຫລ້າສຸດນັກວິໄຈໄດ້ທົດລອງໃຊ້ວິທີນີ້ ກັບຜູ້ປ່ວຍພະຍາດມະເຮັງ, ຊຶ່ງຜົນຈາກການຮັກສາພະຍາດມະເຮັງ ມັກຈະເຮັດໃຫ້ຄວາມສາມາດໃນການທີ່ຈະມີລູກນັ້ນຫລຸດລົງດ້ວຍ, ຢ່າງໃດກໍ່ຕາມວິທີນີ້ຈະບໍ່ໄດ້ຮັບຜົນກັບຜູ້ຍິງ ທີ່ກິນຢາຄຸມກຳເນີດ ເພາະລິດຂອງຢາຄຸມກຳເນີດ ຈະໄປຫລຸດຂະໜາດຂອງຮັງໄຂ່, ຊຶ່ງອາດຈະເຮັດໃຫ້ຜົນມີການຄາດເຄື່ອນໄດ້ ແລະ ຈະໃຊ້ບໍ່ໄດ້ກັບຜູ້ປ່ວຍທີ່ມີເນື້ອງ່ອກໃນຮັງໄຂ່ ຊຶ່ງຈະເຮັດໃຫ້ຮັງໄຂ່ບໍ່ສາມາດຜະລິດໄຂ່ໄດ້.
    ສະຫລຸບແລ້ວເຕັກໂນໂລຢີທີ່ວ່ານີ້ມີປະໂຫຍດກັບຜູ້ຍິງຜູ້ທີ່ມີອາຍຸສູງ ເພາະຈະບໍ່ຕ້ອງກັງວົນວ່າຕ້ອງໄປປະສົມທຽມ ແລະ ແມ່ຍິງທົ່ວໄປ ກໍ່ມີປະໂຫຍດເໝືອນກັນເພາະຈະໄດ້ວ່າງແຜນໄວ້ລ່ວງໜ້າວ່າ ຈະພ້ອມທີ່ຈະມີລູກໄດ້ເມື່ອໃດ ແລະ ຈະແຕ່ງງານເມື່ອໃດ.
* ຄັດຈາກໜັງສືພິມປະເທດລາວ, ສະບັບວັນທີ 20/7/2004, ໜ້າທີ 4.
 
   ໂລກຊີວີເອສ
     ໂລກຊີວີເອສ ຄົນທີ່ເຮັດວຽກຢູ່ໜ້າຈໍຄອມພິວເຕີຕິດຕໍ່ກັນເປັນເວລາດົນໆ ເຊັ່ນ: ກາຍສອງເຖິງສາມຊົ່ວໂມງ ມັກຈະມີອາການປວດຕາ, ແສບຕາ, ຕາມົວ ແລະ ຈະມີາການປວດຫົວນຳ ອາການທາງສາຍຕາເຫລົ່ານີ້ເກິດຈາກການຈ້ອງເບິ່ງຂໍ້ມູນເທິງຈໍຄອມພິວເຕີຕິດຕໍ່ກັນເປັນເວລາດົນເກີນໄປ ເອີ້ນກຸ່ມອາການເຫລົ່ານີ້ວ່າ: "ຄອມພິວເຕີວິຊັ່ນຊິນໂດຣມ" ຫລື "ໂລກຊີວີເອສ" (computer vision syndrome) ອາການປວດຕາ ແລະ ແສບຕາເກິດຂື້ນເພາະມີສະມາທິກັບຂໍ້ມູນເທິງຈໍຄອມພິວເຕີຫລາຍເກີນໄປ ຈົນລືມກະພິບຕາ ສາມາດແກ້ໄຂໄດ້ໂດຍໃຫ້ກະພິບຕາເລື້ອຍໆ ເມື່ອຮູ້ສຶກຕົວວ່າປວດຕາ ຫລື ແສບຕາ, ອາດໃຊ້ນ້ຳທຽມ artificial tear  ຢອດຕາແນ່ ກໍ່ຈະສາມາດຊ່ວຍບັນເທົາອາການປວດຕາ ແລະ ແສບຕາໄດ້ຄືກັນ. ສຳຫລັບອາການອື່ນໆ ເຊັ່ນ: ຕາມົວ ຫລື ປວດຫົວ ຈະເປັນອາການທີ່ເກິດຂື້ນພຽງຊົ່ວຄາວ ເມື່ອພັກຜ່ອນແລ້ວກໍ່ຈະເບົາລົງ ແລະ ຈະມີອາການດີຂື້ນ. ສິ່ງທີ່ຄວນຈື່ໄວ້ສະເຫມີຄື: ການເຮັດວຽກຢູ່ໜ້າຈໍຄອມພິວເຕີໄປໄດ້ປະມານ 20-30 ນາທີ, ຄວນຢຸດພັກຜ່ອນສາຍຕາເປັນເວລາ 2-4 ນາທີ, ແລ້ວຈຶ່ງມຶນຕາຂື້ນເຮັດວຽກໃຫມ່ ຫາກປະຕິບັດໄດ້ຈົນເປັນນິໄສກໍ່ຈະປ້ອງກັນບໍ່ໃຫ້ເກີດກຸ່ມອາການຄອມພິວເຕີວິຊັນຊິນໂດຣມໄດ້ ນອກຈາກນີ້ຄວນພິຈາລະນາແສງສະຫວ່າງ ທັງແສງພາຍໃນຫ້ອງເຮັດວຽກ ແລະແສງສະຫວ່າງຈາກຫນ້າຈໍຄອມພິວເຕີ ໂດຍຈັດແສງພາຍໃນຫ້ອງເຮັດວຽກບໍ່ໃຫ້ມີແສງຈ້າຫລາຍເກີນໄປ ຫລາຍຄົນທີ່ເຮັດວຽກຢູ່ຫນ້າຈໍຄອມພິວເຕີໂດຍບໍ່ເຄີຍປັບແສງສະຫວ່າງ ລວມທັງຄວາມເຂັ້ມຂອງແສງ ທີ່ສຳຄັນອີກປະການຫນື່ງຄວນນັ່ງຫ່າງຈາກຈໍຄອມພິວເຕີປະມານ 16-30 ນິ້ວ ຫລື ປະມານ 40-75 ຊັງຕີແມັດ ຈາກດວງຕາ ແລະ ຄວນໃຫ້ຈຸດເຄິ່ງກາງຂງຫນ້າຈໍຄອມພິວເຕີຢູ່ຕ່ຳກ່ວາສາຍຕາປະມານ 20 ອົງສາ ຈັດເປັນທ່ານັ່ງເຮັດວຽກກັບຫນ້າຈໍຄອມພິວເຕີທີ່ດີທີ່ສຸດ ແລະ ຄວນລະວັງບັນຫາເຈັບຫລັງ, ເຈັບບ່າ, ປວດຄໍ ທີ່ມັກເກິດຂື້ນເປັນປະຈຳເລື້ອຍໆ.
* ໂດຍ: ທ່ານຫມໍ ວະຣະວຸດ ຈະເລີນສິຣິ
   ຢາສູບເຮັດໃຫ້ອະຍຸສັ້ນລົງເຖິງ 10 ປີ ເຊົາສູບໄດ້ໄວເທົ່າໃດອາຍຸກໍ່ຈະຍືນຍາວໄດ້
     ນັກວິທະຍາສາດໄດ້ສຶກສາເຖິງໂທດຂອງຢາສູບຍາວນານເຖິງເຄິ່ງສັດຕະວັດ ໄດ້ສະລຸບຜົນຂອງການສຶກສາວ່າ: ຢາສູບຈະບັນທອນອາຍຸຂອງຜູ້ສູບ ສະເລ່ຍແລ້ວຈະສັ້ນກວ່າຄົນທີ່ບໍ່ໄດ້ສູບເຖິງ 10 ປີ, ແຕ່ຖ້າຫາກເຊົາສູບໄດ້ຈົນອາຍຸເຖິງ 50 ປີ ກໍ່ອາດຮຽກອາຍຸທີ່ຈະຂາດໄປກັບຄືນມາໄດ້ເຖິງເຄິ່ງ ແລະ ຖ້າຫາກເຊົາສູບໄດ້ຕັ້ງແຕ່ອາຍຸຍັງບໍ່ກາຍ 30 ປີ ກໍ່ຈະລອດພົ້ນຊາຕາກຳອາຍຸສັ້ນໄດ້.
ສາດສະດາຈານຣິຊາຣ໌ດ ດອລລ໌ ຂອງມະຫາວິທະຍາໄລອອກຊ໌ຟອຣ໌ດ ອາຍຸ 91 ປີ ຜູ້ທີ່ໄດ້ຮັບການຍົກຍ້ອງວ່າ: ເປັນຜູ້ຄົ້ນພົບວ່າຢາສູບກ່ຽວໂຍງກັບໂລກມະເຮັງ ບອກວ່າການສູບຢາເປັນປະຈຳ ຈະເຮັດໃຫ້ອາຍຸໄຂໃນຊ່ວງຂອງການເປັນຜູ້ໃຫຍ່ ນັບແຕ່ວັຍກາງຄົນໄປຈົນເຖິງວັຍແກ່ຊະຣາຈະຖືກບັນທອນອາຍຸໃຫ້ສັ້ນລົງຢຢ່າງຊັດເຈນ ແລະ ນອກຈາກຢາສູບເປັນຕົ້ນເຫດຂອງໂລກມະເຮັງປອດແລ້ວ ຍັງພົບເຫັນຈາກການສຶກສາມາຈົນເຖິງປະຈຸບັນນີ້ ມັນຍັງກໍ່ໃຫ້ເກິດໂລກຕ່າງໆ ອີກລວມ 25 ໂລກອີກດ້ວຍ.
   ສາດສະດາຈານດອລລ໌ຍັງໄດ້ເປິດເຜີຍວ່າ ຕັ້ງແຕ່ໄດ້ເລິ່ມສຶກສາພິດໄພຂອງຢາສູບເມື່ອ 50 ປີຜ່ານມາ ໄດ້ມີຄົນເສຍຊີວິດເພາະຢາສູບທົ່ວໂລກ ຈົນເຖິງປະຈຸບັນໄດ້ 100 ລ້ານຄົນແລ້ວ, ແລະ ໃນຊ່ວງສັດຕະວັດປະຈຸບັນນີ້ ຈະຕ້ອງມີຍອດຄົນທີ່ເສຍຊີວິດເພາະຢາສູບ ຫາກວ່າຍັງມີການນິຍົມສູບຢາກັນຫລາຍ ໃນປະຈຸບັນສູງເຖິງປະມານໜື່ງພັນລ້ານຄົນ.
* ຄັດຈາກໜັງສືພິມໄທລັດ, ສະບັບວັນທີ 25/6/2004.
 

[1]  [2]  [3]  >>

 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 021 263 563 ແຟັກ: 021 263564 ອີເມລ໌: info@mahasan.com

Last Update: Tuesday, May 27, 2008