ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ວິທີຜະລິດເສັ້ນມີ່ສຳເລັດຮູບ
ການຜະລິດຈະເຮັດເປັນລະບົບອຸດສາຫະກຳ ໂດຍເອົາແປ້ງສາລີ
ມາຄຸກໃຫ້ເຂົ້າກັບສ່ວນປະສົມຕ່າງໆ ຊຶ່ງຂື້ນກັບມີ່ແຕ່ລະລົດຊາດ ເມື່ອໄດ້ຕາມທີ່ຕ້ອງການແລ້ວເອົາແປ້ງເຫລົ່ານັ້ນ ເຂົ້າເຄື່ອງອັດໃຫ້
ເປັນແຜ່ນ ເອົາໄປລີດໃຫ້ມີຂະໜາດບາງປະມານ 0.8 ມມ ແລ້ວສະໄລດ໌ດ້ວຍມີດສັ້ນ ທີ່ມີລັກສະນະເປັນແຂ້ວໆ ຈົນແປ້ງກາຍ
ເປັນເສັ້ນຂົດໂງ ແລະ ເອົາໄປໜື້ງໃນນ້ຳທີ່ຟົດ, ເອົາມີເປົ່າດ້ວຍພັດລົມ
ໃຫ້ເຢັນກ່ອນຈະເອົາໄປຕັດໃຫ້ເປັນກ້ອນ

ກ້ອນມີ່ທີ່ມີຂະໜາດພໍເໝາະຈະຖືກສົ່ງໄປລາດດ້ວຍນ້ຳຊຸບ ຫລັງຈາກ
ນັ້ນກໍເອົາພັດລົມມາເປົ່າໃຫ້ສະເດັດນ້ຳກ່ອນຈະລຽງໄປໃສ່ບ໊ອກ ແລະ ເອົາໄປທອດໃຫ້ເຫຼືອກອບ ເອົາມີ່ທີ່ທອດແລ້ວ ໄປເຂົ້າເຄື່ອງທີ່ເຮັດ
ຄວາມເຢັນ ເພື່ອໃຫ້ອຸ່ນຫະພູມລຸດລົງເໝາະສຳຫລັບບັນຈຸໃສ່ຊອງ

ວິທີຕົ້ມມີ່ສຳເລັດຮູບໃຫ້ຖືກຕ້ອງ

ການຕົ້ນມີ່ດ້ວຍວິທີທີ່ໃສ່ມີ່ລົງໄປໃນນ້ຳພ້ອມເຄື່ອງປຸງລົດ ແລະ ຕົ້ມໄວ້ປະມານ 3 ນາທີຈົນຟົດ ເຊິ່ງເປັນວິທີທີ່ຜິດ
ການໃສ່ເຄື່ອງປຸງໃນນ້ຳ ແລະ ເອົາໄປຕົ້ມຈົນຟົດ ຈະເຮັດໃຫ້ຜົງຊູລົດໃນເຄື່ອງປຸງປ່ຽນເປັນສານພິດ ຄືກັນກັບເສັ້ນ
ມີ່ສຳເລັດຮູບ ທີ່ເຄືອບດ້ວຍ
wax ປະສົມຜົງຊູລົດກໍ່ຈະກາຍສະພາບເປັນພິດ ເມື່ອເອົາໄປຕົ້ມໃນນ້ຳທີ່ຟົດເດືອດ ມັນຈະເຮັດໃຫ້ຮ່າງກາຍຕ້ອງໃຊ້ເວລາ 4-5 ມື້ ໃນການຂັບ wax ປະສົມຜົງຊູລົດ ຊຶ່ງກາຍສະພາບເປັນສານພິດນີ້
ອອກໄປຈາກຮ່າງກາຍ ສຳຫລັບຄົນທີ່ກິນມີ່ສຳເລັດຮູບດົນໆ ກະບໍ່ເປັນຫຍັງ ແຕ່ຄົນທີ່ກິນປະຈຳ ອາດຈະເກີດ
ສານພິດຕົກຄ້າງ ແລະ ສະສົມໃນຮ່າງກາຍໄດ້ ເພາະຮ່າງກາຍຂັບສານພິດເຫລົ່ານັ້ນອອກມາບໍ່ທັນ

ສອນວິທີຕົ້ນມີ່ສຳເລັດຮູບໃຫ້ຖືກຕ້ອງ

  1. ເທມີ່ໃສ່ນ້ຳ ແລະ ຕົ້ນຈົນຟົດ
  2. ເມື່ອມີ່ສຸກແລ້ວໃຫ້ເທນ້ຳທີ່ຕົ້ມມີ່ຖິ້ມ (ເປັນການເທ wax ປະສົມຜົງຊູລົດທີ່ເປັນສານພິດຖິ້ມ)
  3. ຕົ້ນນ້ຳໃຫ້ຟົດອີກ ແລ້ວໃສ່ເສັ້ນມີ່ທີ່ຕົ້ມໄວ້ແລ້ວຕາມຂໍ້ 2 ມອດໄຟ (ມອດເຕົາແກ໊ສ ຫລື ເຊື້ອເພິງທີ່ໃຊ້ຕົ້ມ)
  4. ເມື່ອມອດໄຟແລ້ວ ຈຶ່ງໃສ່ເຄື່ອງປຸງໃນຂະນະທີ່ນ້ຳຍັງຮ້ອນຢູ່ (ຜົງຊູລົດໃນເຄື່ອງປຸງຈະບໍ່ໄດ້ກາຍເປັນສານພິດອີກ)
  5. ຖ້າເປັນມີ່ຊະນິດແຫ້ງ ເມື່ອເທນ້ຳຕາມຂໍ້ 2 ຖິ້ມແລ້ວ ຈຶ່ງໃສ່ເຄື່ອງປຸງປະສົມໃຫ້ເຂົ້າກັນ ກ່ອນກິນ

ທ່ານສາມາດປ່ຽນວິທີຕົ້ມມີ່ສຳເລັດຮູບແບບເກົ່າໆ ໄດ້ແລ້ວ ເພື່ອສຸຂະພາບຂອງທ່ານເອົງ

* ຄັດຈາກ: ສະນຸກ, ວັນທີ 24-03-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564