“Happy New Year”
ຫລື ໂຊກດີປີໃໝ່ ຄື: ຄຳເວົ້າທີ່ຫລາຍໆ ຄົນ
ກໍ່ຕ້ອງເວົ້າເປັນປະໂຫຍກທຳອິດຂອງປີ ບໍ່ວ່າ
ຈະເວົ້າກັບຄົນທີ່ຮັກ ແລະ
ໝູ່ເພື່ອນທີ່ຮ່ວມສະຫລອງຄືນຂອງວັນສົ່ງທ້າຍປີເກົ່າ
ຕ້ອນຮັບປີໃໝ່ນຳກັນ ໃນຄ່ຳຄືນຂອງ
ວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່
ນັ້ນຄືຄ່ຳຄືນຂອງວັນທີ 31 ທັນວາ
ຂອງແຕ່ລະປີນັ້ນເອງ
ທ່ານເຄີຍສົງໃສບໍ່ວ່າເປັນຫຍັງຈຶ່ງຕ້ອງສະຫລອງປີໃໝ່ໃນວັນທີ
1 ມັງກອນຂອງທຸກປີ?
ການສະຫລອງວັນຂື້ນປີໃໝ່ສາກົນນັ້ນອັນທີ່ຈິງແລ້ວມັນມາຕັ້ງແຕ່ສະໄໝປະຫວັດສາດ
ໃນຍຸກຂອງ ບາບິໂລເນຍ ເມື່ອກ່ອນ 4,000
ປີມາແລ້ວ ໂດຍການຍຶດເອົາວັນທຳອິດຂອງ
ລະດູໃບໄມ້ປົ່ງເປັນວັນຂື້ນປີໃໝ່
ບໍ່ແມ່ນວັນທີ 1 ມັງກອນຄືກັບການສະຫລອງກັນໃນ
ສະໄໝປະຈຸບັນນີ້
ຊຶ່ງຖືເປັນວັນສຳຄັນວັນທຳອິດທີ່ຈະເລີ່ມຕົ້ນການເພາະປູກຂອງປີ
ແລະ
ການສະເຫລີມສະຫລອງໃນຍຸກນັ້ນໃຊ້ເວລາກັນຍາວນານເຖິງ
11 ວັນ ດ້ວຍການຖືວ່າ
ເປັນການເລີ່ມຕົ້ນຊີວິດໃໝ່ ໃນວັນທຳອິດຂອງລະດູການບານໃໝ່ຂອງພຶດພັນທັນຍາຫານ
ລວມເຖິງການເລີ່ມວຽກງານໃໝ່ຂອງປີ ເຊິ່ງການສະຫລອງໃນແຕ່ລະວັນກໍ່ມີບໍ່ຊ້ຳກັນ
ສຳຫລັບຊາວໂຣມັນ
ການສະເຫລີມສະຫລອງປີໃໝ່ແມ່ນເລີ່ມກັນໃນໄລຍະປາຍເດືອນມີນາ
ແລະ ການກຳນົດວັນສະເຫລີມສະຫລອງ ແມ່ນເປັນໄປຕາມພະປະສົງຂອງຊີຊາຣ໌ແຕ່ລະອົງ
ບໍ່ມີການກຳນົດແບບຕາຍໂຕຈົນມາຍຸກຂອງJulius
Caesar
ຊຶ່ງເປັນຜູ້ເລີ່ມປະຕິທິນທີ່ເອີ້ນວ່າ:
Julian Calender
ແລະ ກຳນົດໃຫ້ວັນທີ 1
ມັງກອນເປັນວັນຂື້ນປີໃໝ່

ການເອົາເດັກນ້ອຍເກີດໃໝ່ມາເປັນສັນຍາລັກຂອງປີໃໝ່
ແມ່ນເລີ່ມມາຕັ້ງແຕ່ຍຸກບູຮານ
ໂດຍເລີ່ມມີມາຕັ້ງແຕ່ຍຸກອີຢິບ
ບູຮານ, ກຣິກ ແລະ
ມີມາເລື້ອຍໆຈົນມາຮອດຍຸກຄຣິສຕຽນດັ້ງເດີມ
ແລະ ລວມທັງຢູ່ໃນເຢຍລະມັນໃນຍຸກກາງ ແລະ
ອາເມລິກາ ໃນຍຸກຕົ້ນໆ
ຕາມຄວາມເຊື່ອວ່າບຸກຄົນທຳອິດທີ່ຈະມາຢ້ຽມຢາມ
ວັດຖຸທີ່ຈະນຳເອົາມາໃຊ້ ຫລື
ອາຫານທີ່ຈະບໍລິໂພກໃນວັນຂື້ນປີໃໝ່ນັ້ນ
ຈະສົ່ງຜົນໃຫ້ເກີດໂຊກລາຍ ຫລື ເຄາະ
ສຳຫລັບປີໃໝ່ທີ່ມາເຖິງ ເຊັ່ນ:
ບຸກຄົນທີ່ມາຢ້ຽມຢາມເປັນຄົນທຳອິດຫາກເປັນຜູ້ຊາຍ
ຈ່ອຍສູງ, ຜົມດຳ, ຈະນຳເອົາໂຊກມາໃຫ້,
ຊາວດັຕຊ໌ເຊື່ອກັນວ່າການບໍລິໂພກໂດນັດ
ໃນວັນຂື້ນປີໃໝ່ ເປັນການນຳໂຊກມາສູ່ຄອບຄົວ
ແລະ ຕົນເອງ ເພາະໂດນັດມີຮູບຊົງ
ວົງແຫວນ ອັນຖືໄດ້ວ່າເປັນວົງແຫວນນຳໂຊກ ແລະ
ເປັນການຊ່ວຍໃຫ້ຊີວິດເຄື່ອນທີ່
ໄປຂ້າໜ້າ ເປັນສັນລັກຂອງໂຊກລາບ
ໃນຫລາຍທ້ອງຖິ່ນຂອງປະເທດສະຫະລັດ ເຊື່ອກັນວ່າການບໍລິໂພກຖົ່ວທີ່ຊື່ວ່າ:
black-eyed peas
ໂດຍນຳມາປຸງແຕ່ງເປັນອາຫານກັບຂາກັນໄກຂອງໝູຕອນ
ຫລື ແຮມ ເປັນອາຫານມື້ນຳໂຊກສຳຫລັບປີໃໝ່
ທີ່ເຊື່ອກັນວ່າປີໃໝ່ທຸກສິ່ງຈະງ່າຍໄປໝົດ
ເຊິ່ງ
ອາດຈະເປັນຄວາມເຊື່ອຄືກັບທີ່ຫລາຍຄົນເຊື່ອວ່າ:
ງ່າຍຄືກິນໝູ
ກະຫລ່ຳປີ ເປັນຜັກທີ່ເຊື່ອກັນວ່າເປັນສັນຍາລັກຂອງຄວາມອຸດົມສົມບູນ
ຈຶ່ງນຳເອົາໃບກະຫລ່ຳມາໃຊ້ປຸງແຕ່ງອາຫານ
ໃນມື້ທຳອິດຂອງປີ ໂດຍເຊື່ອວ່າເມື່ອກິນແລ້ວປີໃໝ່ຈະເປັນປີຂອງຄວາມອຸດົມຮັ່ງມີ
ເພາະໃບຂອງກະຫລ່ຳປີມີສີສັນທີ່
ຄ້າຍຄືກັບສີຂຽວຂອງທະນະບັດໂດລາ ແລະ
ບາງແຫ່ງກໍ່ເຊື່ອວ່າ
ການບໍລິໂພກຂ້າວກໍ່ເປັນການເລີ່ມຕົ້ນປີຂອງຄວາມ
ສົມບູນເຊັ່ນກັນ
ເພງທີ່ຍິມຮ້ອງກັນໃນຄືນວັນສົ່ງທ້າຍປີເກົ່າຕ້ອນຮັບວັນປີໃໝ່
ຄືເພງ
Auld Lang Syne
ອັນມີຄວາມໝາຍເຖິງ
The good
old days
ຫລື
Old long ago
ຊຶ່ງແຕ່ງໂດຍ
Robert Burns
ທີ່ແຕ່ງຂື້ນຕັ້ງແຕ່ກາງ
ສັດຕະວັດທີ 18 ຫລືປະມານ 300 ປີມາແລ້ວ ແລະ
ເລີ່ມມີການພິມ
ເນື້ອຫາຂອງເພງແຈກຍາຍອອກໄປ ຕອນ
Burns
ເສຍຊີວິດລົງໃນປີ ຄ.ສ 1796 ແລະ
ດ້ວຍຄວາມໄພເລາະຈັບໃຈຂອງເພງນີ້ ທີ່ເຮັດ
ໃຫ້ເລີ່ມເປັນທີ່ຮູ້ຈັກ ແລະ ເອົາມາຮ້ອງກັນຢ່າງແພ່ຫລາຍໃນກຸ່ມຄົນ
ທີ່ໃຊ້ພາສາອັງກິດ
ຈົນກາຍເປັນເພງທີ່ຖືກນຳໄປຮ້ອງທົ່ວທຸກໆແຫ່ງ
ແລະ ເລີ່ມີການນຳມາແປເປັນພາສາຕ່າງໆ ປະມານ
10 ພາສາ ແລະ ຖືກນຳໄປຮ້ອງໃນໂອກາດຕ່າງໆ
ອີກດ້ວຍ
ນັບຕັ້ງແຕ່ປີ ຄ.ສ 2000 ເປັນຕົ້ນມາ
ການນັບຖອຍຫລັງຂອງວັນສົ່ງທ້າຍປີເກົ່າ
ເລີ່ມີການຖ່າຍທອດທາງທໍລະພາບໄປສູ່
ຜູ້ຄົນທົ່ວມູມໂລກ ແນ່ນອນວ່າຜູ້ທີ່ອາໄສຢູ່ໃນຊິກໂລກຕະວັນອອກ
ຈະໄດ້ສະເຫລີມສະຫລອງຊ່ວງເວລາອັນສຳຄັນ
ນີ້ກ່ອນໃຜໆ ໂດຍເລີ່ມຈາກໝູ່ເກາະຄຣິສຕ໌ມາສໃນມະຫາສະຫມຸດປາຊິຟິກ
ແລະ ໄລ່ເລ່ຍໄປຫາເມືອງຫລວງຂອງ
ນິວຊີແລນດ໌, ອົສເຕຣເລຍ,
ສ່ວນຢູ່ເອເຊຍຕາມເມືອງຫລວງ ເຊັ່ນ: ປັກກິ່ງ,
ຮ່ອງກົງ, ບາງກອກ, ນິວເດລີ, ໂດຮາ,
ອິສຕັນບູລ ແລະ ເລີ່ມເຄື່ອນໄປຫາເມືອງສຳຄັນຕ່າງໆ
ໃນຢູໂຣບ ເຊັ່ນ: ເບິຣ໌ລິນ, ວຽນນາ, ໂຣມ,
ປາຣິສ, ລອນດອນ, ຂ້າມທະວີບສູ່ນິວຢອກ,
ວໍຊິງຕັນ ດີ.ຊີ ແລະ ຊານຟຣານຊິສໂກ

ການສະເຫລີມສະຫລອງເທສະກາລປີໃໝ່ໃນວັນທີ 31
ທັນວາຕໍ່ເນື່ອງເຖິງວັນທີ 1 ມັງກອນ
ຈຶ່ງເປັນການສະເຫລີມ
ສະຫລອງທີ່ສຳຄັນທີ່ສຸດຂອງປີ ໃນໝູ່ຂອງກຸ່ມຄົນໄວໜຸ່ມສາວ
ບໍ່ວ່າຈະເປັນເຊື້ອຊາດ ຫລື ສາດສະໜາໃດກໍ່ຕາມ
ທີ່ລ້ວນແຕ່ນັບເອົາວັນສຳຄັນທີ່ກຳນົດຂື້ນນີ້ວ່າ
ເປັນການສະຫລອງວັນຂື້ນປີໃໝ່ແບບສາກົນ
ການສະເຫລີມສະຫລອງ
ຮ່ວມກັນຕາມທີ່ສາທາລະນະ
ມີການຈູດລູກໄມ້ໄຟສີຕ່າງໆ
ທີ່ຈູດຂື້ນໄປແຕກກະຈາຍສະຫວ່າງສະໄຫວໄປທົ່ວທ້ອງຟ້າ
ຫລາຍໆດອກ ພ້ອມໆກັບສຽງເຮຮ້ອງ ຢ່າງມ່ວນຊື່ນ
ທີ່ເກີດຈາກຄວາມຍິນດີຂອງມະຫາຊົນທີ່ໄປເຕົ້ນໂຮມກັນຕາມສະຖານ
ທີ່ຕ່າງໆ ຂອງແຕ່ລະເມືອງ
ຝູງຄົນແຕ່ລະປະເທດແມ່ນລ້ວນມີໃບໜ້າອັນຍິ້ມແຍ້ມແຈ່ມໃສ
ພ້ອມສົ່ງຮອຍຍິ້ມໃຫ້ກັນ ແລະ ກັນ ເພື່ອທີ່ຈະກ່າວຄຳວ່າ:
ໂຊກດີປີໃໝ່, ເຊິ່ງຖືວ່າເປັນຄຳອວຍພອນທີ່ເປັນມົງຄູນ
ໃຫ້ແກ່ທຸກໆຄົນທີ່ໄດ້ຮັບລ້ວນໂຊກດີ ມີໄຊ
ກັນທົ່ວໜ້າ.
*
ຄັດຈາກ: Manager online, ວັນທີ
28-12-2007 |