|

ຄົນເຮົາອາດຈະສາມາດສັງເກດໄດ້ວ່າ:
ຄົນຫຼາຍຄົນ ທີ່ບໍ່ຢາກເຂົ້າຫາ,
ຂະນະທີ່ຍັງມີອີກຫຼາຍຄົນ
ທີ່ຢາກຄົບຄ້າສະມາຄົມ ແລະ ເຮົາຈະເຮັດໄດ້ແນວໃດເພື່ອໃຫ້ເປັນຄົນທີ່ມີບຸກຄະລິກກະພາບໃນແບບທີ່ຄົນອື່ນໆ
ຢາກຈະຄົບຄ້າສະມາຄົມເປັນມິດທີ່ດີຕໍ່ກັນ
1. ເປີດການສົນທະນາ: ການທັກທາຍຄົນອື່ນກ່ອນແມ່ນເປັນເລື່ອງທີ່ດີ
ເພາະເຂົາຈະຮູ້ວ່າທ່ານພ້ອມທີ່ຈະໃຫ້ເຂົາເປັນຜູ້
ຮ່ວມສົນທະນາ ແລະ
ການສົນທະນາກັນກໍ່ຈະເລີ່ມຂື້ນ
ເຊິ່ງເລີ່ມຕົ້ນເວົ້າກ່ອນດ້ວຍຄຳສຸພາບ
ນຸ້ມນວນ ມີສຳມາຄາລະວະ ຖືກຕາມກາລະເທສະ
ອາດຈະເປັນການຕັ້ງຄຳຖາມ ຫຼື
ຊວນລົມເລື່ອງໃກ້ຕົວ ທີ່ອາດຈະກ່ຽວຂ້ອງກັນ ເຊັ່ນ:
ເບຍລົດຊາດດີເນາະ, ນ້ຳດື່ມເຢັນຊື່ນໃຈ, ເຮັດວຽກຢູ່ບ່ອນນີ້ບໍ?
ຫຼື ບ້ານເຈົ້າຢູ່ແຖວນີ້ບໍ?
2. ໜ້າຕາຮັບແຂກ: ຄົນທີ່ມີບຸກຄະລິກແບບເປີດກ້ວາງ ເບິ່ງງ່າຍທີ່ສຸດຈາກສີໜ້າແວວຕາ,
ຄົນບາງຄົນມັກເຮັດໜ້າຫຍຸ້ງ, ໜ້າງໍ
ຄົນພວກນີ້ບໍ່ມີໃຜຢາກເຂົ້າໃກ້ ເພາະພຽງແຕ່ເຫັນສີໜ້າກໍ່ຮູ້ແລ້ວວ່າເຂົາບໍ່ເປີດປະຕູຮັບໃຜເລີຍ
ຫຼື ບໍ່ຢູ່ໃນອາລົມທີ່ຈະ ສື່ສານກັບຄົນອື່ນ
ດັ່ງນັ້ນ, ຄວນຍິ້ມແຍ້ມແຈ່ມໃສ
ມີທ່າທີ່ຜ່ອນຄາຍ ທັງສີໜ້າ, ແວວຕາ ແລະ
ອາກັບກິຣິຍາ ຊຶ່ງເປັນພາສາກາຍທີ່ຈະສື່ສານ ໃຫ້ຄົນທີ່ຢູ່ຮອບຂ້າງຮູ້ວ່າທ່ານບໍ່ປິດກັ້ນການເຂົ້າມາຂອງເຮົາ
3. ແລກປ່ຽນຄວາມຄິດເຫັນໄດ້: ຄົນເຮົາທຸກຄົນຍອມມີຄວາມຄິດເຫັນເປັນຂອງຕົນເອງ
ແລະ ມັກຈະສະແດງອອກມາ ຈະເປັນການດີ ເມື່ອຄົນໜື່ງເປີດຮັບການສະແດງອອກຂອງເຮົາ
ດັ່ງນັ້ນ ໃນການສານຄວາມສຳພັນທີ່ດີລະຫວ່າງ
ບໍ່ພຽງແຕ່ເຮົາເປີດເຮັບເຂົາຜ່ານສີໜ້າທ່າທາງ
ແລະ ຜ່ານການທັກທາຍ ສົນທະນາເທົ່ານັ້ນ ເຮົາຍັງຄວນຈະສານຕໍ່ຄວາມສຳພັນນັ້ນໃຫ້ໜຽວແໜ້ນ
ແລະ ໝັ້ນຄົງຕໍ່ໄປ ໂດຍການໃຫ້ໂອກາດອີກຄົນໜື່ງເວົ້າ
ແລະ ເປີດໂອກາດໃຫ້ຄົນທີ່ໄດ້ເວົ້າຮັບຟັງຄວາມຄິດເຫັນຂອງທ່ານນຳ
4. ໃສ່ໃຈ ແລະ ຈິງໃຈ: ຫຼັງຈາກທີ່ຄວາມສຳພັນຂອງຄົນເຮົາໄດ້ພັດທະນາເຖິງຂັ້ນທີ່ສາມາດເວົ້າລົມກັນໄດ້ຢ່າງສະນິດ
ແລະ ເຮົາຍັງຕ້ອງມີວິທີຫຼໍ່ລ້ຽງຄວາມສຳພັນນັ້ນໄວ້ໃຫ້ດົນອີກດ້ວຍ,
ຄົນທີ່ຮູ້ຈັກໃສ່ໃຈຕໍ່ກັນ ແລະ ຈິງໃຈ
ມັກມີຄວາມສຳພັນທີ່ໝັ້ນຍືນ ເປັນຫມູ່ເພື່ອນມິດສະຫາຍທາງການຄ້າ
ເປັນໝູ່ເພື່ອນທີ່ຄ່ອຍຊ່ວຍເຫລືອໃນເຮັດວຽກງານ
ແລະ ອາດເຖິງຂັ້ນເປັນເພື່ອນຕາຍໄດ້
ຈົ່ງໃສ່ໃຈທັງສຸກ ແລະ ທຸກຂອງອີກຝ່າຍ ໃຊ້ການເປີດໃຈກວ້າງຂອງເຮົາໃຫ້ເລິກຊຶ່ງຂື້ນ
ລະຫວ່າງການຄົບຫາ,
ການເອົາໃຈໃສ່ຕໍ່ກັນໃນເລື່ອງຂອງຄວາມຄິດ
ອຸປະສັກ ບັນຫາຊີວິດ ຄວາມສຸກ ຄວາມຍິນດີ ແລະ
ອື່ນໆ, ຕ້ອງມີ ຕ້ອງເກີດ ແລະ
ຕ້ອງປະຕິບັດຢ່າງຈິງໃຈ ອອກມາຈາກໃຈ ເຊັ່ນ:
ຖາມເຖິງສຸກທຸກ ແບ່ງປັນຊ່ວຍເຫຼືອເຊິ່ງກັນ
ແລະ ກັນ ໃນຍາມຕົກທຸກໄດ້ຍາກ
5. ບໍ່ເປັນຄົນປອກລອກ: ຄົນບາງຄົນເວົ້າແນວໜື່ງ ໃນໃຈເປັນແນວໜື່ງ, ເວົ້າອອກໄປທັງທີ່ບໍ່ໄດ້ຮູ້ສຶກແນວນັ້ນເລີຍ
ແມ່ນບໍ່ດີ
ການບໍ່ເປັນປອກລອກ ເຮັດໄດ້ຕັ້ງແຕ່ເລີມຕົ້ນການທັກທາຍປາໃສ
ຮອຍຍິ້ມທີ່ມອບໃຫ້ກັນຕ້ອງອອກມາຈາກໃຈຈິງ
ທຸກຄຳເວົ້າຜ່ານມາຈາກຄວາມຄິດ ຄວາມຮູ້ສຶກ
ແລະ ການກັ່ນກອງ
ການປະຕິບັດດີຕໍ່ກັນກໍ່ອອກມາຈາກຄວາມຮູ້ສຶກແທ້ໆ
ບໍ່ແມ່ນເຮັດແບບຕົວະ ເພື່ອຫວັງຜົນປະໂຫຍດຕອບແທນ
ການບໍ່ຫຼອກຕົ້ມ
ຖືເປັນການໃຫ້ກຽດກັນທີ່ລ້ຳຄ່າຫຼາຍຂອງຄວາມເປັນຄົນ
ເພາະບໍ່ແມ່ນເປັນການໃຫ້ກຽດກັບຄົນອື່ນໆ ເທົ່ານັ້ນ
ແຕ່ຍັງເປັນການໃຫ້ກຽດແກ່ຕົນເອງຢ່າງສູງຊົງ
ອີກດ້ວຍ.
*** ຄວາມບໍ່ປະໝາດ
ບໍ່ເກີດແຫ່ງຄວາມຢູ່ດີຜາສຸກ ຢູ່ແບບຄົນມີຄ່າ
***
*
ຈາກ: ສະລະໜ້າຮູ້ຜູ້ຈັດການ, ວັນທີ
17-07-2008 |