|
ບອກຂ່າວກ່ຽວກັບຮູບເງົາຂອງຄົນສ້າງ ແລະ
ກຳກັບໂດຍຄົນລາວເຮົາເອງ ເລື່ອງ: ຂໍພຽງຮັກ,
ມາຮອດມື້ນີ້ ບໍລິສັດ ລາວອາດ ມີເດຍ ໄດ້ເປີດໂຕສາວ
"ດວງໃຈ" ທີ່ຈະເປັນຕົວລະຄອນເອກ ຝ່າຍຍິງ
ທີ່ຈະສະແດງຮ່ວມກັບ ພະເອກທີ່ຊື່: ສຸວັນ
ເຊິ່ງຈະອອກສາຍໄວໆ ນີ້,
ຮອບປະຖົມມະເລິກກ່ອນບຸນນະມັດສະການພະທາດຫຼວງ ປີ
2009 ນີ້.
ນາງເອກຄົນນີ້ມີຊື່ວ່າ: ນາງ ສະຫວັນວຽງຄອນ ມີລາ
ຫຼື ເກ້, ສາວນ້ອຍໄວ ອາຍຸ 16 ປີ,
ຈາກບ້ານເມືອງວາທ່າທົ່ງ, ເມືອງ ສີໂຄດຕະບອງດ
ນະຄອນຫຼວງວຽງຈັນ.
ປະຈຸບັນຈະຮຽນຕໍ່ຊັ້ນ ມ6 ທີ່ ມ.ປາຍ ສີໂຄດຕະບອງ.
ເກ້ ເປັນລູກຂອງທ່ານ ນາງ ດາລາວັນ ມີລາ,
ທີ່ມີອາຊີບເຮັດທຸລະກິດສ່ວນຕົວ ແລະ ທ່ານ ລັດສະໝີ
(ຕ). ນາງມີເອື້ອຍນ້ອງນຳກັນ 2 ຄົນ ໂດຍທີ່ນາງເປັນນ້ອງ.
|