ມະຫາສານບັນເທີງໄດ້ນຳເອົາວົງດົນຕຣີນັກຮ້ອງທີ່ໄດ້ຮັບຄວາມນິຍົມຢູ່ໃນປະຈຸບັນນັ້ນກໍ່ຄື
ວົງໂອເວີແດນສ໌ນັ້ນເອງ ຊຶ່ງທັງໝົດມີດ້ວຍກັນ
5 ຄົນປະກອບ
ເອກ, ຕຸ້ຍ, ໄກ່, ອາດ, ແລະ ເຈັງ ຊຶ່ງທັງໝົດນີ້ໄດ້ມາຮວມຕົວກັນເພື່ອຕັ້ງວົງນີ້ຂຶ້ນໂດຍການສະໜັບສະໜູນຂອງຄ້າຍອັດເພງ
Indee Record ແລະໃນອາລະບັມນີ້ມີເພງທັງໝົດ 12 ເພງຢາກໃຫ້ທ່ານໄດ້ອ່ານຄຳເວົ້າຂອງພວກເຂົາທັງໝົດກ່ຽວກັບອາ
ລະບຳນີ້ "ພວກເຮົາ ໄກ່, ຕຸ້ຍ, ເຈັງ, ເອກ, ອາດ
ຄວາມໃນໃຈທີ່ຢາກຈະມາບອກຄວາມຮູ້ສຶກຕື້ນຕັນອົກ ແລະດີໃຈຫຼາຍໆ
ທີ່ຕະຫຼອດເວລາຜ່ານມາຈົນມາເປັນ (Over dance) ໄດ້ມາຮອດມື້ນີ້ຍ້ອນໄດ້ຮັບຄວາມ
ຊ່ວຍເຫືອທຸກໆຄັ້ງທີ່ຂໍຈາກຜູ້ຄົນເຫຼົ່ານີ້ ດັ່ງນັ້ນ
ພວກເຮົາ Over dance ຈຶ່ງມີຄຳສົ້ມໆ, ຫວານໆ, ນົວໆ, ເຄັມໆ,
(ເວົ້າປານຕຳໝາກຫຸ່ງເນາະ) ຈຶ່ງຢາກກ່າວຄຳວ່າ:
ຂອບໃຈຫຼາຍໆເດີ ມາຍັງ: ຄອບຄົວສຸວັນດວນ, ຄອບຄົວບໍລິຫານ,
ຄອບຄົວຕະກູນວົງ, ຄອບຄົວວົງຄຳຕານ ແລະ ຄອບຄົວຈັນທະລາສີ
ທີ່ຄອຍໃຫ້ຄວາມສະດວກສະບາຍແກ່ພວກເຮົາ ໃນການໃຊ້ສະຖານທີ່ຝຶກຊ້ອມເຕັ້ນແຮ້ງເຕັ້ນກາຕ່າງໆ,
ພ້ອມນັ້ນກໍ່ຍັງໃຫ້ການສະໜັບສະໜູນ
ແລະເປີດໂອກາດ, ໃຫ້ຄວາມເຂົ້າໃຈ, ໃຫ້ຄຳປຶກສາ ແລະ ໃຫ້ຄ່າຂະໜົມອີກນຳ.
ຂອບໃຈຫລາຍໆເດີ
ພ້ອມນີ້ກໍ່ຕ້ອງຂໍຂອບໃຈຫລາຍໆມິດຮັກແຟນໆທີ່ຕິດຕາມຜົນງານມາຕັ້ງແຕ່ທຳອິດ |
|
 |