ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ມະຫາສານບັນເທີງໄດ້ນຳເອົາວົງດົນຕຣີນັກຮ້ອງທີ່ໄດ້ຮັບຄວາມນິຍົມຢູ່ໃນປະຈຸບັນນັ້ນກໍ່ຄື ວົງອະເວກນັ້ນເອງ ຊຶ່ງທັງໝົດມີດ້ວຍກັນ 6 ຄົນປະກອບ ສິງ, ໂປ່, ໂຕ້ຍ, ແກ່ງ, ກ່ອງ ແລະ ຫລ້າ ຊຶ່ງທັງໝົດນີ້ໄດ້ມາຮ່ວມຕົວກັນເພື່ອຕັ້ງວົງນີ້ຂຶ້ນໂດຍການສະໜັບສະໜູນຂອງຄ້າຍອັດເພງ Indee Record ແລະໃນອາລະບັມນີ້ລວມກັນທັງໝົດ 10 ເພງ ລອງມາຟັງສຽງໂອ້ລົມກັບພວກເຂົາທັ້ງວົງກັນກ່ອນ ນ້ຳສຽງຂອງສິງ "ຂອບໃຈພໍ່ແມ່ ທີ່ຮັກ, ນິດ, ນ້ອຍ, ຫລ້ານ້ອຍ ທີ່ໃຫ້ການສະໜັກສະໜູນຕະຫລອດມາ, ຂອບໃຈກຳລັງໃຈ ແລະຄວາມຮູ້ສຶກດີໆທີ່ມີໃຫ້, ຂໍຂອບໃຈ ອ້າຍຕູ່ Studio, ຂໍຂອບໃຈອ້າຍໝີ Mega Studio Producer ຄົນເກັ່ງຂອງເຮົາ, ຂອບໃຈ INDEE Records ຕົ້ນສັງກັດທີ່ແສນອົບອຸ່ນ ແລະຜູ້ທີ່ຍັງບໍ່ທັນເອີ່ຍຊື່ໝົດທຸກຄົນ".!
ໂປ່ໃຫ້ນ້ຳສຽງມາວ່າ: "ກໍ່ຖ້າມາດົນເນາະກ່ອນຈະມີມື້ນີ້ ທີ່ໄດ້ເຮັດຄວາມຝັນອີກຢ່າງທີ່ສຳຄັນໃຫ້ກາຍເປັນຈິງໄດ້, ຢາກຂອບໃຈຜູ້ທີ່ມັກ, ຊັງ, ເຮັດໃຫ້ຜິດຫວັງ ແລະສົມຫວັງ ທີ່ສຳຄັນແມ່ນຄອບຄົວນ້ອຍແຕ່ອົບອຸ່ນ INDEE Records ແລະປາສະຈາກບໍ່ໄດ້ແມ່ນ ທ່ານ ແສນສະຫວັດ ແລະ ທ່ານນາງນ້ອຍ ທີ່ອອກເຫື່ອເທແຮງບົ່ມຂ້ອຍອອກມາ ແລະຊຸກຍູ້ຊ່ວຍເຫລືອມາຕະຫລອດ (ພໍ່ ແມ່), ຂອບໃຈອ້າຍເປິນ (Pumkin) ທີ່ໃຫ້ຢືມກີຕ້າ! ໝູ່ເພື່ອນທຸກຄົນນຳ ຂອບໃຈ!"

 

ໂຕ້ຍໃຫ້ນ້ຳສຽງມາວ່າ: "ຂໍຂອບໃຈ ພໍ່ແມ່ທີ່ໃຫ້ການສະໜັບສະໜູນຕະຫລອດມາ, ຂອບໃຈໝູ່ຄູ່ທຸກຄົນ ແລະນ້ອງນຸ່ງລວມທັງສາວ ມ.ສ ວຽງຈັນທັງຫລາຍ ຮ່າ ໆ ໆ ທີ່ຕິດຕາມງານເພງ, ຂອບໃຈອ້າຍ ສຸລະໃຊ (ໂຕ ໂຕ່) ມືກ້ອງ Smile Black Dog ທີ່ໃຫ້ຄຳແນະນຳເລື່ອງກອງແລະໄມ້ກອງທີ່ດີແທ້ໆ! ຂອບໃຈ INDEE."
   
ເພງໃນອາລະບັມ:    

ລໍຄອຍ | ຖ້າບອກຮັກ | ຄິດເຖິງ | ເມື່ອຮັກມັນຈົບ | (ວັນຕໍ່ໄປ) ຈະຍັງຮັກກັນບໍ | ຢຸດ | ຄົນທີ່ຄູ່ຄວນ | ມີນາ (ແມ່) | ຄຳສັນຍາ | ຄິດກ່ອນ

All tracks below are courtesy of  www.indeerecords.com Samples tracks are only 740 kb streams, only the CD(s) will have the Highest Quality sound.
If you like what you have heard here so far, please support the Artist by purchasing their album.

 

   

2003 - 2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
design@mahasan.com