ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຊ໊ອກໂລກ! ໄມເຄິລ ແຈ໊ຄສັນ, ຫົວໃຈວາຍ ເສຍຊີວິດແລ້ວ!
ໄມເຄິລ ແຈ໊ຄສັນ 1958-2009
       ໄມເຄິລ ແຈ໊ຄສັນ, ນັກຮ້ອງຊື່ດັງເຈົ້າຂອງສາຍາ: ຣາຊາເພງປ໊ອປ ໄດ້ເສຍຊີວິດແລ້ວ ຫຼັງຈາກຖືກສົ່ງຕົວເຂົ້າຫ້ອງສຸກເສີນ ທີ່ໂຮງໝໍ ເມື່ອໄດ້ຮັບການລາຍງານວ່າເຂົາຫົວໃຈວາຍທີ່ບ້ານພັກຂອງຕົນເອງ ເມື່ອບ່າຍ ຂອງວັນພະຫັດ ທີ 25 ມິຖຸນາ 2009

ໄມເຄິລ ແຈ໊ຄສັນ ນັກຮ້ອງຊື່ດັງຂອງວົງການດົນຕີໂລກ ໄດ້ເສຍຊີວິດແລ້ວ ດ້ວຍອາຍຸ 50 ປີ ທີ່ລອສ ແອງເຈລິສ ເມື່ອຕອນບ່າຍຂອງວັນພະຫັດທີ່ຜ່ານມາ ຈາກການເປິດເຜຍຂອງ TMZ ແລະ ໜັງສືພິມ latimes.com

ໄມເຄິລ ເກີດອາການຫົວໃຈວາຍໃນຕອນບ່າຍຂອງວານນີ້ ທີ່ບ້ານພັກຂອງເຂົາທີ່ ຊຶ່ງມີທີມແພດໝໍແຕ່ບໍ່ສາມາດຊ່ວຍຊີວິດຂອງເຂົາເອົາໄວ້ໄດ້ ຊຶ່ງຕອນທີ່ທິມແພດໝໍໄປເຖິງບ່ອນເກີດເຫດ Holmby Hills ໄມເຄິລກໍ່ສິ້ນລົມຫາຍໃຈໄປແລ້ວ ແຕ່ທິມແພດໝໍກໍ່ບໍ່ສາມາດນຳລົມຫາຍໃຈຂອງເຂົາກັບຄືນມາໄດ້

ແຫຼ່ງຂ່າວເປິດເຜີຍວ່າ: ໄມເຄິລເສຍຊີວິດຕັ້ງແຕ່ຖືກນຳສົ່ງຕົວມາຮອດທີ່ໂຮງໝໍ ເຊິ່ງທາງທີມແພດໝໍໂຣກຫົວໃຈທີ່ໂຮງໝໍ ເຜີຍສາເຫດການເສີຍຊີວິດມາຈາກຫົວໃຈວາຍ

ເຖິງແມ່ນວ່າທີມແພດທີ່ໂຮງໝໍຈະພະຍາຍາມຍື້ຊີວິດຂອງໄມເຄິລກັບມາເປັນຄັ້ງທີສອງ ແຕ່ກໍ່ບໍ່ປະສົບຄວາມສຳເລັດອີກໄດ້

 

ລາໂທຍາ ເອື້ອຍຂອງໄມເຄິລໄດ້ແລ່ນຮ້ອງໄຫ້ເຂົ້າໄປໃນໂຮງໝໍ ເມື່ອຮູ້ວ່ານ້ອງຊາຍຄົນດັງຂອງຕົນໄດ້ເສຍຊີວິດແລ້ວ

ໄມເຄິລມີທາຍາດໄວ້ເບິ່ງຕ່າງໜ້າ 3 ຄົນ ຄື: ໄມເຄິລ ໂຈເຊຟ ແຈ໊ກສັນ,​ປາຮິສ ໄມເຄິລ ແຄເທີຣີນ ແຈ໊ຄສັນ ແລະ ພຣິນ ໄມເຄິລ ແຈ໊ຄສັນ ທີ່ສອງ

ທາງດ້ານ ໄມເຄິລ ເລວິນ ອະດິດປະຊາສຳພັນຂອງໄມເຄິລອອກຖະແຫຼງການລ່າສຸດມາວ່າເຂົາບໍ່ຮູ້ສຶກແປກໃຈເລີຍ ວ່າຂ່າວໂສກເສົ້າຂອງວົງການເພງຄັ້ງນີ້ຈະມາເຖິງໄວກວ່າທີ່ຫຼາຍໆ ຄົນຄາດເດົາ

ໃນຖານະຄົນທີ່ເຮັດໜ້າເປັນປະຊາສຳພັນໃຫ້ກັບໄມເຄິລ ແຈ໊ຄສັນມາຕັ້ງແຕ່ຄະດີລະເມິດທາງເພດເຍົາວະຊົນຄັ້ງທີ່ໜື່ງ ຕົນຂໍເປິດໃຈວ່າ: ຕົນບໍ່ປະຫຼາດໃຈຕໍ່ການຈາກໄປໃນວັນນີ້ເລີຍ

ໄມເຄິລຕ້ອງພົບກັບບັນຫາຍາກລຳບາກທີ່ເກີນກວ່າໃຜຈະເຊື່ອ ແລະ ພາຕົວເອງເຂົ້າສູ່ເສັ້ນທາງທຳລາຍຕົວເອງ ມາເປັນປີໆ ຄວາມສາມາດຂອງເຂົາໄຮ້ຂໍສົງໄສ ແຕ່ມັນກໍ່ແລກມາດ້ວຍຄວາມແປກແຍກຂອງເຂົາຈາກວິຖີຂອງຊາວ ໂລກທົ່ວໄປ.

ຄົນທຳມະດາບໍ່ສາມາດທົນຮັບຕໍ່ລະດັບຄວາມເຄັ່ງຄຽດທີ່ຍາວນານແບບນີ້ໄດ້.
 

ພາບເຫດການຕອນທີ່ຮ່າງໄຮ້ວິນຍານຂອງເຂົາຖືກສົ່ງຕົວມາທີ່ໂຮງໝໍ UCLA
       

 
ນາງ ລາໂທຍາ ເອື້ອຍ ແລະ ແມ່ ຂອງ ໄມເຄິລ ມາຮອດທີ່ໂຮງໝໍ
       

 
ແຟນໆ ຄັບທີ່ໜ້າໂຮງໝໍ
       
 
 
king of pop
       

 
king of pop

 

* ຄັດຈາກ: Manager.co.th, ວັນທີ 26-06-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564