|
ການປະກາດຜົນ ນາງງາມຈັກກະວານ ປີ 2008 ຫຼື
Miss Universe 2008 ຊຶ່ງໄດ້ຈັດຂື້ນໃນວັນທີ
14 ກໍລະກົດ ທີ່ປະເທດຫວຽດນາມ ແລະ ຜົນປະກົດວ່າ
ດາຍານາ ເມນໂດຊາ ນາງງາມຈາກເວເນຊຸເອລາ
ສາມາດຄົ້ວຕຳແໜ່ງ ນາງງາມຈັກກະວານ ຄົນທີ 5
ຂອງປະເທດມາຄອງໄດ້ສຳເລັດ

ຕາມທີ່ ດາຍານາ ໄດ້ຕົກເປັນເປົ້າສາຍຕາຂອງຜູ້ສັງເກດການ
ແລະ
ບັນດາຜູ້ຊ່ຽວຊານດ້ານຄວາມສວຍງາມມາຕັ້ງແຕ່ມື້
ທຳອິດ ຕາມຂ່າວໜັງສືພິມຂອງຫວຽດນາມ ແລະ
ພາບທີ່ສວຍງານຂອງ ດາຍານາ
ມັກໄດ້ຮັບການຕີພິມໃນທຸກໆສື່

ດາຍານາ
ກອບຄະແນນຈາກກຳມະການຕັດສິນໄດ້ຢ່າງຖ້ວມລົ້ນໃນການຕອບຄຳຖາມກ່ຽວກັບຄວາມແຕກຕ່າງລະຫວ່າງ
ຊາຍ ກັບ ຍິງ ຊຶ່ງສາວງາມຈາກເວເນຊຸເອລາ ໄດ້ຕອບຄຳຖາມເປັນພາສາອັງກິດວ່າ:
”ຜູ້ຊາຍຄິດກັນວ່າຫົນທາງທີ່ຈະໄປເຖິງປາຍທາງໜື່ງໄດ້ໄວທີ່ສຸດ
ກໍ່ຄືເດີນທາງເປັນເສັ້ນຊື່ໆ ແຕ່
ຜູ້ຍິງເຮົາຮູ້ດີວ່າ:
ວິທີ ທີ່ຈະໄປໃຫ້ເຖິງຈຸດໆ
ໜື່ງໄດ້ໄວທີ່ສຸດກໍ່ຄື: ເດີນທາງໄປຕາມເສັ້ນ
(ສ່ວນ) ໂຄ້ງ” ນາງກ່າວແບບຕິດຕະລົກ ແລະ ໃນວິນາທີນັ້ນ
ຜູ້ຊົມໄດ້ຕົບມືຮັບຢ່າງສຽງກ້ອງຊົມເຊີຍໃນປະຕິພານຂອງນັກສຶກສາສາວ
ດາຍານາ ໃນຊຸດຣາຕີຍາວສີເຫຼືອງສົດເຖິງກັບຫຼັ່ງນ້ຳຕາແຫ່ງຄວາມດີໃຈ
ເມື່ອເຈີຣ໌ຣີ ສປຣິງເກີຣ໌
ພິທີກອນລາຍການ ທອກໂຊຊື່ດັງ ຈາກສະຫະລັດ ເຊິ່ງເປັນພິທີເທິງເວທີປະກວດມື້ສຸດທ້າຍ
ໄດ້ປະກາດຊື່ເຈົ້າຂອງມົງກຸດ Miss Universe
2008 ໂດຍລາງວັນສຳຫຼັບສາວງາມທີ່ສຸດໃນໂລກ ໄດ້ຮັບ
ເງິນສົດ ຊຸດທີ່ງາມ ເກີບງາມສະດຸດຕາ
ອອກແບບໂດຍ ຊ່າງຊື່ດັງ ເຄື່ອງສຳອາງຍີ່ຫໍ້ລະດັບໂລກ
ອາພາຣ໌ດເມນຫຼູຫຼາໃນນະຄອນນິວຢອກ
ຊຶ່ງທຸກຢ່າງຟຣີທັງໝົດ
ລວມທັງ ໂປຣ ແກຣມການເດີນທາງໄປທົ່ວໂລກ
ຕະຫຼອດເວລາ 1 ປີ
ພາຍໃຕ້ສັນຍາເພື່ອສົ່ງເສີມສະຖາບັນການປະກວດ
ຄວາມ ສວຍງາມຂອງແມ່ຍິງແຫ່ງນີ້
ທັນທີທີ່ຮູ້ຜົນ ຊາວເວເນຊຸເອລາໃນກຸງຄາຣາກັສ
ພາກັນອອກມາກາງຫົນທາງໂຮ່ສຽງຮ້ອງສະແດງຄວາມຍິນດີ
ເປັນ ຈຳນວນຫຼວງຫຼາຍ
ດ້ານປະທານກອງປະກວດມິສເວເນຊຸເອລາ ອອສເມລ
ຊູຊ່າ ທີ່ເດີນທາງໄປເຊຍເຖິງຫວຽດນາມ ກ່າວວ່າ:
ດາຍານາ ເປັນຜູ້ຍິງທີ່ມີຄວາມໝັ້ນໃຈສູງ
ນາງບໍ່ຕື່ນເຕັ້ນກັບການປະກົດຕົວຕໍ່ໜ້າສາທາລະນະຊົນ
ປະຫວັດ: ນາງສາວ ດາຍານາ ເມນໂດຊາ, ອາຍຸ 22
ປີ, ສູງ 176 ຊມ, ເກີດເມື່ອວັນທີ 1 ມິຖຸນາ
1986 ທີ່ເມືອງ ຄາຣາກັສ ປະເທດເວເນຊຸເອລາ,
ມີຄວາມສາມາດເວົ້າໄດ້ 3 ພາສາ ຄື: ສະເປນ,
ອັງກິດ ແລະ ອິຕາລຽນ ເສັ້ນທາງ ນາງງາມແມ່ນເລີ່ມຈາກໄດ້ຄວ້າຕຳແໜ່ງຊະນະເລີດນາງແບບຈາກເວທີປະກວດ
ອີລິທ ໂມເດລ ລຸກ ອິນເຕີເນຊັນແນວ, ຊຶ່ງ ເມນໂດຊາ
ໄດ້ເຊັນສັນຍາເປັນນາງແບບອາຊີບພາຍໃຕ້ສັງກັດອີລິທ
ໂມເດລ ເມເນຈເມນ ໂດຍເປັນນາງແບບທີ່ມີ ວຽກຫລາຍທີ່ມີໂອກາດເດີນທາງໄປເຮັດວຽກຫຼາຍປະເທດ
ອີກທັງຍັງໄດ້ຮັບເລືອກໃຫ້ເດີນແບບກັບຫ້ອງເສື້ອຜ້າຍີ່ຫໍ້ດັງ ຫຼາຍຍີ່ຫໍ້
ອີກດ້ວຍ.
ຮູ້ກ່ຽວກັບປະເທດ ເວເນຊຸເອລາ (Venezuela)
ເວເນຊຸເອລາ ຫຼື ສາທາລະນະລັດໂບລີວາຣ໌ ແຫ່ງເວເນຊຸເອລາ
(BolivarianRepublic of
Venezuela)
ຕັ້ງຢູ່ທາງພາກ ເໜືອສຸດຂອງທະວີບອະເມລິກາໃຕ້,
ໃນເຂດແຄຣິບຽນຂອງອະເມລິກາໃຕ້
ມີອານາເຂດຮອດທະເລແຄຣິບຽນ ແລະ
ມະຫາສະໝຸດແອັດແລນຕິກ,
ທາງທິດເໜືອຕິດກັບກາຍອານາ,
ທາງທິດຕະເວັນອອກຕິດກັບບຣາຊິລທາງທິດໃຕ້ ແລະ
ຕິດຕໍ່ກັບໂຄລອມເບຍທາງທິດຕະເວັນຕົກ
ນອກຝັ່ງຂອງເວເນຊຸເອລາ ຈະເຫັນເກາະອາຣູບາ
ໝູ່ເກາະເນເທີແລນແອນ ທິລລິສ ແລະ
ໝູ່ເກາະຕຣິນິແດດ ແລະ ໂຕເບໂກ

ພູເຂົາ Pico Bolivar
ຢູ່ທາງທິດຕະເວັນຕົກສຽງຂອງເມຣີດາ

Basilica de La Chinita

ສູນປະຊຸມແຫ່ງຊາດ ໃນຄາຣາກັສ

ສູນວັດທະນະທຳ
Teresa Carreno
ໃນ ຄາຣາກັສ
*
ຄັດຈາກ: kapook, ວັນທີ
17-07-2008 |