 |
 |
|
ໂອ້ຍ! ດີໃຈສຸດໆ ເລີຍ! ຫົວໃຈຈະວາຍ! |
ຂອບໃຈ! ຫລາຍໆ
ສະຫວັນຊົງໂປດເຮົາແລ້ວ! |
"ຣິໂຍ ໂມຣິ" ສາວນັກເຕັ້ນບອລເລຈາກຊິຊຸໂອກະ ໄດ້ຄວ້າຕຳແໜ່ງນາງງາມ
"ມິດຍູນິເວິຣ໌ສ 2007" ໃນປີນີ້ໄປຄອງ ເຊິ່ງການປະກວດຈັດຂື້ນທີ່ປະເທດເມ໊ກຊິໂກ
ພິເສດແຫ່ງປີຄືສາວງາມຈາກເອເຊຍໄດ້ກວດເອົາຫລາຍລາງວັນໄປຄອງ
ເຊິ່ງສ້າງຄວາມປະທັບໃຈໃຫ້ແກ່ຄົນເອເຊຍຢ່າງບໍ່ໜ້ອຍໜ້າຊາວຕະເວັນຕົກ
ຣິໂຍ
ໂມຣິ ສາວຍີ່ປຸ່ນ ອາຍຸ 20 ປີ ເຊິ່ງໄດ້ກາຍເປັນມິສຍູນິເວິຣ໌ສຄົນທີ່
56, ຊຶ່ງໄດ້ຮັບມົງກຸດເພັດ ແລະ ໄຂ່ມຸກ
ລວມມູນຄ່າເຖິງ 250,000 US$, ມິສຍູນິເວິຣ໌ສ
2006 ຊູໄລຍ໌ກາ ຣິເວີຣ໌ຣາ ສາວງາມຈາກ ປໍໂຕ ຣິໂກ,
ແລະ ໃນພິທີການປະກວດດັ່ງກ່າວມີຜູ້ເຂົ້າຊົມເຖິງ
10,000 ຄົນ ແລະ ຖ່າຍທອດໄປສູ່ສາຍຕາຜູ້ທົ່ວໂລກກວ່າ
600 ລ້ານຄົນ ເມື່ອຄ່ຳຄືນຂອງວັນຈັນທີ່ຜ່ານມາ
ສາວຍີ່ປຸ່ນຄົນນີ້ສາມາດເອົາຊະນະ
Natalia
Guimaraes
ໜື່ງໃນຜູ້ເຂົ້າປະກວດໂຕເກັງຈາກ ບຣາຊິລ
ຄວ້າມົງກຸດໄປຄອງໄດ້ສຳເລັດ ໂດຍມີສາວງາມຈາກ ເວເນຊຸເອລາ
Ly Jonaitis
ຄອງຕຳແໜ່ງອັນດັບທີ 2
ອັນດັບທີ
3 ຮັນນີ ລີ ຈາກປະເທດເກົາຫລີ ແລະ ແຣເຊລ ສະມິດ
ອີກໜື່ງໂຕເກັງຈາກສະຫະລັດ ໄດ້ຕຳແໜ່ງຮອງຊະນະເລີດອັນດັບ
4
ການຈັດການປະກວດໃນປະເທດເມ໊ກຊິໂກຄັ້ງນີ້
ແມ່ນມີບັນຫາຄວາມຂັດແຍ່ງລະຫວ່າງການເມືອງຂອງເມ໊ກຊິໂກ
ແລະ ສະຫະລັດ ທີ່ກາຍເປັນເປົ້າໂຈມຕີ ແຣເຊລ ສະມິດ
ນາງງາມຕົວແທນຈາກສະຫະລັດໄປຢ່າງເຕັມໆ
ຊຶ່ງຖືກຜູ້ຊົມທີ່ເປັນຊາວເມ໊ກຊິໂກໂຫ່ຮ້ອງຢ່າງຮຸນແຮງໃນຕອນຝຶກຊ້ອມກ່ອນພິທີການປະກວດຮອບສຸດທ້າຍ
ເນື່ອງຈາກຊາວຈັງໂກ້ບໍ່ພໍໃຈນະໂຍບາຍທີ່ບໍ່ເປັນມິດຂອງສະຫະລັດ
ທີ່ມີຕໍ່ຜູ້ລອບເຂົ້າເມືອງໄປເຮັດວຽກຢ່າງຜິດກົດໝາຍ
ສ່ວນຫລາຍແມ່ນເປັນລູກຫລານຊາວເມ໊ກຊິໂກ ແລະ ເຫດການແຮງຮ້າຍເຂົ້າໄປອີກເມື່ອງນາງສາວ
ແຣເຊລ ສະມິດ
ມື່ນລົ້ມເທິງກາງເວທີໃນການປະກວດຮອບສຸດທ້າຍ ແຕ່ເຂົາກໍ່ສາມາດຄວ້າຕຳແໜ່ງຮອງອັນດັບທີ
4 ຂອງປີນີ້ມາຈົນໄດ້
ສາວງາມທີ່ບໍ່ມີໂອກາດໄດ້ມາແກ້ໂຕໄດ້ແກ່
Isabel
Lestapier Winqvist
ເຊິ່ງເປັນຕົວແທນຈາກປະເທດສະວີເດັນ
ທີ່ຖືກໃຫ້ອອກຈາກການປະກວດເນື່ອງຈາກບັນຫາເລື່ອງການຢຽດຢາມສະຕີເພດ
ເພດທີ່ໃຫ້ກຳເນີດທີ່ເກີດຂື້ນໃນປະເທດຂອງຕົນເອງ ເຮັດໃຫ້ໝົດສິດເດີນຮອຍຕາມຄວາມສຳເລັດຂອງລຸ້ນເອື້ອຍໃນປະເທດດຽວກັນ
ທີ່ເຄີຍຄວ້າຄວາມສຳເລັດໃນເວທີນີ້ມາແລ້ວເຖິງ 3
ຄັ້ງໃນອະດີດ
ປະເທດເມ໊ກຊິໂກຮັບໜ້າທີ່ເປັນເຈົ້າພາບໃນການປະກວດມິສຍູນິເວິຣ໌ສມາເປັນຄັ້ງທີ
4 ແລ້ວ ຫລັງຈາກທີ່ໄດ້ຈັດຂື້ນຄັ້ງທຳອິດທີ່ ລອງ
ບິຊ ແຄລິຟໍເນຍ ໃນປີ 1952 ໂດຍສາວງາມ ຣິໂຍ ໂມຣິ
ຖືເປັນສາວງາມຄົນທີ 2 ເທົ່ານັ້ນທີ່ເຄີຍຮັບຕຳແໜ່ງສາວງາມຈາກເວທີການປະກວດແຫ່ງນີ້
ປີນີ້ໄດ້ບົ່ງບອກໃຫ້ເຫັນວ່າສາວງາມຈາກເອເຊຍແມ່ນມາແຮງ
ເພາະນອກຈາກ ຣິໂຍ ໂມຣິ ແລະ ຮັນນີ ລີ
ທີ່ໄດ້ລາງວັນແລ້ວ, ກໍ່ຍັງມີ ແອນນາ ເທເຣສຊາ
ສາວງາມຈາກປະເທດຟິລິປິນ
ທີ່ໄດ້ຮັບລາງວັນຂວັນໃຈສື່ມວນຊົນມາຄອງ ແລະ
Ningning Zhang
ນາງງາມຈາກຈີນແຜ່ນດິນໃຫຍ່
ຍັງສາມາດຄອງລາງວັນນາງງາມມິຕະພາບມາໄດ້ອີກ
ນາງງາມຈາກໄທ
ຟ້າຣຸ້ງ ຍຸດຕິທຳ (ກວາງ)
ເຮັດໜ້າທີ່ໄດ້ພຽງຜ່ານເຂົ້າຮອບ 15 ຄົນສຸດທ້າຍ
| |
 |
|
 |
|
|
|
 |
|
 |
|
| "ຣິໂຍ ໂມຣິ" ໄດ້ຮັບມົງກຸດ |
 |
ວິນາທີປະກາດຜົນ |
 |
ຮອບ 5 ຄົນສຸດທ້າຍ |
| |
 |
|
 |
|
|
|
 |
|
 |
|
| ຣິໂຍ ໂມຣິ ໃນຊຸດລອຍນ້ຳ |
 |
ແລະຊຸດຣາຕີ |
 |
ເຖິງວ່າຈະລົ້ມແຕ່ ແຣເຊລ ສະມິດ ຈາກສະຫະລັດ ກໍ່ຍັງໄດ້ຮອງທີ 4 |
| |
 |
|
 |
|
|
|
 |
|
 |
|
| ນາງາມຈາກແຊມບ້າໄດ້ຮອງ |
 |
ສາວຈາກເວເນ ໄດ້ຮອງທີ 2 |
 |
ສາວເກົາຫລີ ຮັນນີ ລີ ຍິ້ມຫວານແທ້ໆ |
| |
 |
|
 |
|
|
|
 |
|
 |
|
| ນາງງາມສຸດຮອດຈາກແທນຊາເນຍ |
 |
ເດຣດລ໊ອກຫມັ້ນໃຈນາງງາມຈາໄມກາ |
 |
ນາງງາມສະວີເດນທີ່ຖືກໃຫ້ອອກຈາກການປະກວດປີນີ້ |
| |
 |
|
 |
|
|
|
 |
|
 |
|
| Ningning Zhang ຕົວແທນຈາກຈີນ ໄດ້ຕຳແໜ່ງນາງງາມມິດຕະພາບ |
 |
"ສາວກວາງ" ກັບສາວງາມຈາກຟິລິປິນ "Anna Theresa" ທີ່ໄດ້ຮັບລາງວັນຂວັນໃຈສື່ມວນຊົນ |
 |
ສາວງາມຈາກປະເທດໄທ |
| |
 |
|
 |
|
|
|
 |
|
 |
|
| ນາງງາມເອກວາດໍ, ອອສເຕຣເລຍ ແລະ ເຊ໊ກ |
 |
ນາງງາມໂດມິນິກັນ, ເອສໂຕເນຍ ແລະ ອິຕາລີ |
 |
ຮູບລວມ 77 ສາວງາມຂອງປີນີ້ |
| |
 |
|
 |
|
|
|
|
|
|
|