|

ເວທີການປະກວດມິສເວິລດ໌ທີ່ຈັດໃນປີນີ້ເປັນປີທີ
57 ຈັດຂື້ນທີ່ເມືອງຊານຫຍາ ເກາະໄຫໜານ
ທາງພາກໃຕ້ຂອງຈີນ ວັນທີ 1 ທັນວາ
ເຊິ່ງກົງກັບວັນເອດສ໌ໂລກ
ຜົນການປະກວດປະກົດວ່າ: ນາງສາວ
ຈາງ ຈີ້ ຫລິງ ເລຂານຸການ ອາຍຸ
23 ປີ ຈາກກຸງປັກກິ່ງ
ທີ່ເປັນຕົວແທນສາວເຈົ້າຖິ່ນ ໄດ້ເປັນຜູ້ຄວ້າມົງກຸດມິສເວິລດ໌ໄປຄອງ
ຈາກຕົວແທນຂອງສາວງາມ 106
ຄົນທົ່ວໂລກທີ່ເຂົ້າປະກວດ
ສຳຫລັບຜູ້ໄດ້ຮັບລາງວັນອັນດັບທີ
1 ເປັນສາວງາມຈາກແອງໂກລາ ແລະ
ຮອງອັນດັບ 2 ຈາກເມ໊ກຊິໂກ
 |
 |
 |
 |
 |
 |
 |
 |
 |
 |

Best Designer award |

Beauty with a
Purpose award |
ນາງສາວ ຈາງ ອາຍຸ 23 ປີ ເຮັດວຽກເປັນພະນັກງານເລຂາໃນກຸງປັກກິ່ງ
ເກີດທີ່ເມືອງສືເຈຍຈວງ ເມືອງອຸດສາຫະກຳທາງພາກເໜືອຂອງປະເທດຈີນ
ໃນການປະກວດ ຄັ້ງນີ້
ນາງໄດ້ກ່າວວ່າ: ຈະໃຊ້ພະລັງ
ແລະ
ຄວາມງາມຂອງມິສເວິລດ໌ຊ່ວຍເຫລືອຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ
ທັງຈະເປັນຜູ້ເຊື່ອມຄວາມຮ່ວມມືລະຫວາງມະຫະກຳໂອລິມ
ປິກປັກກິ່ງໃນປີໜ້າກັບບໍລິສັດ
ມິສເວິລດ໌
ແລະ ໃນວັນດັ່ງກ່າວຍັງເປັນວັນເອດສ໌ໂລກ
ເຊິ່ງທ່ານອະດິດປະທານາທິບໍດີແອຟຣິກ
ທ່ານ ເນລສັນ ເມເນລາ
ກ່າວສູທທອນລະພົດ
ກ່ຽວກັບບັນຫາໂລກເອດສຸ
ໃນຫົວຂໍ້ "Beauty with
a Purpose"
ໃນໄລຍະບັນດາສາວງາມເຂົ້າຮອບສຸດທ້າຍ
ຂອງການປະກວດມິສເວິລດ໌ອີກດ້ວຍ.
 |
 |
 |
 |
 |
 |

Miss Thailand |
 |
 |

Miss Hungary |
 |
 |
 |
::ເບິ່ງປະຫວັດຂອງບັນດາສາວງາມ>> |