|
ງາມເດ້
ງາມວາດຍິ້ມ
ຮູບຊົງກິຣິຍາ
ງາມທັງວາຈາ
ກ່າວຕ້ານຂານໄຂ
ທາງຜູ້ໃຫຍ່ຊ່ວຍຊູ
ຜັກດັນຫັນສູ່ເວທີນອກ
ໃຫ້ລາວໄດ້ເອກອ້າງ
ຄຸນຄ່າລ້ຳວັດທະນະທຳ
ແທ້ແລ້ວ!
|
|
"ພວກເຮົາຫວັງວ່າວັນໜື່ງຂ້າງໜ້າຄວາມໃຝ່ຝັນຂອງຍິງລາວຈະເປັນຈິງ
ຖ້າຫາກໄດ້ຮັບການສະໜັບສະໜູນຈາກ
ສັງຄົມ
ຢ່າງໃດກໍ່ຕາມສາວງາມທຸກໆຄົນຕ້ອງມີຄວາມເຊື່ອໝັ້ນ
ພຽບພ້ອມດ້ວຍຄວາມຮູ້
ຄວາມສາມາດໃນການສະແດງ
ອອກ
ທັງໝົດນີ້ຕ້ອງມາກ່ອນ
ກ່ອນທີ່ເຮົາຈະໄປສູ່ຄວາມສຳເລັດໄດ້"
ຈາກຄຳກ່າວຂອງທ່ານນາງ
ສຸດາລາ
ຫລາຍພາກສ່ວນໃຫ້ຄວາມເຫັນດ້ວຍກັນວ່າ
ການຈັດປະກວດນາງສາວອາພອນລາວ
ແມ່ນມີຄວາມສຳຄັນຕໍ່ການ
ພັດທະນາເສດຖະກິດ ແລະ
ສັງຄົມແຫ່ງຊາດ ໂດຍສະເພາະຢ່າງຍິ່ງໃນອຸດສາຫະກຳບັນເທິງ
ແຟຊັນ ເຄື່ອງແຕ່ງກາຍ
ແລະ
ຍັງເປັນການເຜີຍແຜ່ຊື່ສຽງຂອງປະເທດໃນຕ່າງແດນອີກດ້ວຍ
ການຄັດເລືອກມິສອາພອນລາວຮອບທີ
2 ຈັດຂື້ນໃນຕົ້ນເດືອນ
ກໍລະກົດ ທີ່ຜ່ານມາ
ຈາກສາວງາມທີ່ເຂົ້າສະໝັກ
ຈຳນວນ 350 ຄົນ,
ຄັດລົງເຫລືອ 50 ຄົນ.
ການຄັດເລືອກຈັດຂື້ນໃນ
4 ຈຸດທົ່ວປະເທດຄື:
ນະຄອນຫລວງວຽງຈັນ,
ຫລວງພະບາງ,
ສະຫວັດນະເຂດ ແລະ
ຈຳປາສັກ ເພື່ອເຟັ້ນຫາສາວງາມໄປສູ່ການປະກວດໃນຮອບຮອງສຸດທ້າຍຕໍ່ໄປ
ລາວເຮົາບໍ່ເຄີຍແລ້ງສາວງາມ
ການປະກວດປະຊັນຄວາມຮູ້ຄວາມສາມາດໃນປີນີ້ອາດຈະມິດງຽບໄປແນ່
ບໍ່ຄຶກຄື້ນ
ຄືກັບປີທີ່ຜ່ານມາ ເພາະເຈົ້າຂອງເຄື່ອງສຳອາງ
ເຄື່ອງດື່ມ
ຈະຈັດປະກວດຂວັນໃຈຕ່າງໆ
ປີເວັ້ນປີ
ຢ່າງໃດກໍ່ຕາມການເຟັ້ນຫາສາວງາມຍັງປະຕິບັດກັນໃນແວດວົງຂອງບໍລິສັດ
ຫ້າງຮ້ານ ເພື່ອສັນຫາຍິງສາວທີ່ຕ້ອງ
ການຂື້ນນຳສະເໜີຜະລິດຕະພັນເທິງແຜ່ນປະຕິທິນ
ທີ່ເຮັດກັນທຸກປີ ແລະ
ມີການແຂ່ງຂັນກັນ ເຊັ່ນ:
ບໍລິສັດ ເບຍລາວ,
ບໍລິສັດຊີມັງລາວ,
ບໍລິສັດ ໂທລະຄົມມະນາຄົມ
ແລະ ອື່ນໆ
|