|

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ບໍລິສັດ ເຄແອນຊີ ຈຳກັດ,
ຈະໄດ້ຈັດການປະກວດ ນາງສາວ ອາພອນລາວ ປະຈຳປີ 2007 ໂດຍໄດ້ຮັບການອຸປະຖຳຫລັກຢ່າງເປັນທາງການຈາກ
ບໍລິສັດ ເບຍລາວ ຈຳກັດ
ເພື່ອເລືອກເຟັ້ນເອົານາງສາວມາເປັນຕົວແທນໃນການເຜີຍແຜ່ວັດທະນະທຳລາວອອກສູ່ສາຍຕາມວນຊົນ
ທັງພາຍໃນ ແລະ ຕ່າງປະເທດ, ສະນັ້ນ
ຈຶ່ງຂໍເຊີນຊວນບັນດານາງສາວລາວຜູ້ທີ່ມີເງື່ອນໄຂ ດັ່ງລຸ່ມນີ້ ເຂົ້າຮ່ວມການປະກວດດັ່ງກ່າວ.
* ລາງວັນ:
- ມົງກຸດ ປະຈຳຕຳແຫນ່ງ
- ເງິນສົດ 30 ລ້ານກີບ, ຜ້າບ່ຽງກຽດຕິຍົດ ແລະ
ຂອງລາງວັນອື່ນໆ
- ເປັນຕົວແທນນາງສາວລາວ ເຜີຍແຜ່ວັດທະນະທຳລາວ
ທັງພາຍໃນ ແລະ ຕ່າງປະເທດ
* ໝາຍເຫດ: ຜູ້ເຂົ້າຮອບ 6
ຄົນສຸດທ້າຍຈະໄດ້ຮັບກຽດເປັນນາງສາວປະຕິທິນເບຍລາວປະຈຳປີ
2008
|
T |
ເງື່ອນໄຂຜູ້ເຂົ້າປະກວດ: |
|
1. |
ສັນຊາດລາວ |
|
2. |
ເພດຍິງໂດຍກຳເນີດ |
|
3. |
ມີອາຍຸຄົບ 18 ປີບໍລິບູນ ແລະ ບໍ່ເກີນ 25 ປີ
ໃນເດືອນ ທັນວາ ປີ 2007 ນີ້ |
|
4. |
ມີບຸກຄະລິກດີ, ກິລິຍາທ່າທາງດີ, ສະຫລາດ
ມີຄວາມຮູ້, ມະນຸດສຳພັນດີ |
|
5. |
ເປັນໂສດ (ບໍ່ມີກຳນົດແຕ່ງງານພາຍໃນ 1 ປີ
ນັບຈາກມື້ສະໝັກເປັນຕົ້ນໄປ) |
|
6. |
ບໍ່ເຄີຍມີປະຫວັດອາດຍາກຳ ຫລື
ປະກອບອາຊີທີ່ຜິດກົດຫມາຍ ຫລື ມີການປະພຶດ
ແລະ ປະຫວັດອັນເປັນທີ່ລັງກຽດຂອງສັງຄົມ. |
|
7. |
ມີການສຶກສາບໍ່ຕ່ຳກວ່າມັດທະຍົມຕອນປາຍ (ມ 6) ຫລື
ທຽບເທົ່າ ຂື້ນໄປ |
|
8. |
ມີສຸຂະພາບແຂງແຮງ, ບໍ່ເຄີຍເປັນໂລກທີ່ສັງຄົມລັງກຽດ. |
|
9. |
ບໍ່ເຄີຍຜ່ານການເປັນນາງສາວໂຄສະນາສີນຄ້າໃດໜື່ງມາກ່ອນ |
|
10. |
ບໍ່ເຄີຍຜ່ານການເຮັດໃສຍະກຳດ້ານຄວາມງາມມາກ່ອນ. |
|
T |
ເອກະສານທີ່ຕ້ອງຕິດຂັດມາ: |
|
|
-
ສຳເນົາບັດປະຈຳໂຕ ຫລື ສຳມະໂນຄົວ.
-
ໃບຢັ້ງຢືນການເກີດ.
-
ຮູບຖ່າຍເຕັມໂຕ ຂະໜາດຈຳໂບ້ ແລະ ເຕັມໜ້າ
ຂະໜາດທຳມະດາ ຢ່າງລະ 1 ໃບ
|
|
T |
ວັນເປີດຮັບສະໝັກ |
|
|
-
ນະຄອນຫຼວງວຽງຈັນ
ເລີ່ມຮັບສະໝັກແຕ່ວັນທີ
11-15 ເດືອນ ມິຖຸນາ
2007 ທີ່ ບໍລິສັດ ເຄແອນຊີ
ຈຳກັດ,
-
ແຂວງສະຫວັນນະເຂດ
ເລີ່ມຮັບສະໝັກແຕ່ວັນທີ
20-23 ເດືອນ ມິຖຸນາ 2007 ທີ່ໂຮງແຮມ ຮຸ່ງທິບ
ຕາມໂມງລັດຖະການ.
-
ແຂວງຈຳປາສັກ
ເລີ່ມຮັບສະໝັກແຕ່ວັນທີ
20-23 ເດືອນ ມິຖຸນາ
2007 ທີ່ໂຮງແຮມ
ຈຳປາສັກພາເລດສ໌ ຕາມໂມງລັດຖະການ.
-
ແຂວງຫຼວງພະບາງ
ເລີ່ມຮັບສະໝັກແຕ່ວັນທີ
02-05 ເດືອນ
ກໍລະກົດ 2007 ທີ່ ໂຮງແຮມ
ວິລ້າສັນຕິ
ຕາມໂມງລັດຖະການ
|
|
T
ຜູ້ທີ່ໄດ້ຮັບຕຳແໜ່ງ ນາງສາວອາພອນລາວ
ຈະໄດ້ຮັບ: |
-
ເປັນຕົວແທນນາງສາວລາວ
ເພື່ອເຜີຍແຜ່ ວັດທະນະທຳລາວ ທັງພາຍໃນ
ແລະ ຕ່າງປະເທດ
-
ເງີນສົດ
30 ລ້ານກີບ ແລະ ມົງກຸດປະຈຳຕຳແໜ່ງ
-
ຜ້າບ່ຽງກຽດຕິຍົດ ແລະ ຂອງລາງວັນອື່ນໆ
|
|
|
|
ສົນໃຈຕິດຕໍ່ຮັບແບບຟອມສະຫມັກໄດ້ທີ່ ບໍລິສັດ ເຄແອນຊີ ຈຳກັດ,ຕັ້ງຢູ່
ບ້ານເລກທີ 06 ຖະຫນົນ ສາມແສນໄທ, ນະຄອນຫລວງວຽງຈັນ, ສປປ ລາວ ຫລື
ຕິດຕໍ່ສອບຖາມໄດ້ທີ່ (856-21) 243233, (856-20) 7825460, 7510111,
7510222 ຫລື ດາວໂຫລດແບບຟອມໄດ້ທາງເວບໄຊທ໌
www.missaponelao.com
|