Lao music listen Lao music Lao star Lao girl Lao boy Lao entertain Lao event Lao gallery Lao concert Lao website  

ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 



 

ມະຫາສານ>>ແວດວົງບັນເທິງ>>ການປະກາດລາງວັນ>>
ຜົນການປະກວດ "ມິສອາພອນລາວ 2007"
  ການປະກວດຮອບ 18 ຄົນ ສຸດທ້າຍຂອງ "ມິສອາພອນລາວ 2007" ໃນຄ່ຳຄືນຂອງວັນທີ 22/09/2007, ເວລາ: 19 ໂມງ 30 ນາທີ, ທີ່ໂຮງແຮມ ດອນຈັນພາເລດ ເຊິ່ງມີຜູ້ເຂົ້າຊົມເປັນຈຳນວນຫລວງຫລາຍ ເພື່ອມາສ້າງສີສັນ ແລະ ສົ່ງແຮງເຊຍໃຫ້ແກ່ນ້ອງນາງສາວທີ່ໄດ້
ເຂົ້າຮອບສຸດທ້າຍ ວ່າໃຜຈະເປັນດາວດວງໃຫມ່ ເພື່ອເປັນຕົວແທນໃຫ້ແກ່ສາວລາວ ໃນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳ
ຂອງຊາດລາວເຮົາ ອອກສູ່ປະກົດສາຍຕາຂອງຊາວໂລກ
ໄດ້ຮັບຮູ້ຄວາມເອກອ້າງ ແລະ ອັກກະລະຂອງລາວ ດ້ວຍຄວາມສວຍງາມທັງໜ້າຕາ ກິລິຍາ ມາລະຍາດ ແລະ ຄວາມຮູ້ຄວາມສາມາດ ທີ່ກ້າສະແດງອອກຕໍ່ເວທີຊາດ ກະຄືເວທີສາກົນໃນອະນາຄົດຕໍ່ຫນ້າ.

ຜົນປະກວດວ່າ ການປະກວດແຂ່ງຂັນສາວງາມລະດັບຊາດ ລາງວັນທີ 1 ແມ່ນ:


ນາງ ຕຸນນີ່ ລາດສະສົມບັດ,  ຕົວແທນແຂວງ ນະຄອນຫລວງວຽງຈັນ
ໄດ້ຮັບເງິນສົດ: 30 ລ້ານ ກີບ, ມົງກຸດມູນຄ່າ 10 ລ້ານ ກີບ ແລະ

   ນອກຈາກນັ້ນ, ຍັງໄດ້ຊໍ່ດອກໄມ້ກຽດຕິຍົດ, ນ້ຳດື່ມກາຫົວເສືອ (ຕະຫລອດປີ), ເບີໂທພ້ອມມູນຄ່າໂທຈາກ ທິໂກ້ ຜູ້ລະ 2,600,000 ກີບ ແລະ ໄດ້ຮັບກຽດຖ່າຍຮູບລົງປະຕິທິນ ເບຍລາວ ປະຈຳປີ 2008 ອີກດ້ວຍ.
ນີ້ລະ ເພີ່ນວ່າ ລາວຊ່ວຍລາວ ສົ່ງເສີມລູກລາວ ຫລານລາວ ໃນການກ້າສະແດງອອກເຖິງຄວາມຮູ້ຄວາມສາມາດ ພຽບພ້ອມດ້ວຍກິລິຍາ ຮູບຮ່າງຫນ້າຕາ ແລະ ວັດທະນະທຳອັນດີງາມຂອງຊາດ ອັນຖືກຕ້ອງ ໃຫ້ຈະເລີນກ້າວຫນ້າທັນກັບອະລິຍະທຳຂອງໂລກ

ແລະ ຂໍໃຫ້ນ້ອງໆ ທີ່ໄດ້ຮັບລາງວັນດັ່ງກ່າວ ພ້ອມດ້ວຍກຽດອັນສູງສັກ ເຊິ່ງຈະໄດ້ເປັນຕົວແທນໃຫ້ຊາວລາວ ກະຄືຜູ້ຍິງລາວທັງຊາດ ພ້ອມທີ່ຈະເສຍສະຫລະ ທັງແຮງກາຍແຮງໃຈ ສະຕິປັນຍາ ເພື່ອເປັນແບບເປັນຢ່າງໃຫ້ແກ່ເຍົາວະຊົນຫນຸ່ມນ້ອຍ ທີ່ຈະເອົາເປັນຕົວຢ່າງທີ່ດີ ສືບຕໍ່ໄປ.

 

2003 - 2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
webmaster@mahasan.com