Lao music listen Lao music Lao star Lao girl Lao boy Lao entertain Lao event Lao gallery Lao concert Lao website  

ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານ>>ແວດວົງບັນເທິງ>>ການປະກວດ>>
ການປະກວດນາງສາວອາພອນ ຕະຫລາດເຊົ້າ

ງານປະກວດ ນາງສາວອາພອນ ຕະຫລາດເຊົ້າ (Miss Apone Talatsao Contest) ປີທຳອິດໄດ້ເປີດຂຶ້ນຢ່າງເປັນທາງການ, ເຊິ່ງນຳໂດຍທ່ານ ວິໄຊ ນະວຽງຈັນ ປະທານຈັດງານ ພ້ອມດ້ວຍຄະນະ ແລະ ກຳລັງແຮງຈາກຊາວຄ້າຂາຍພາຍໃນຕະຫລາດເຊົ້າ ແລະແຂກທີ່ມີກຽດ ສາມັກຄີກັນສ້າງເວທີນີ້ຂຶ້ນມາຈົນສຳເລັດຢ່າງຈົບງາມ, ເຊິ່ງທາງຄະນະເລີ່ມປະກາດຮັບເອົານາງແບບ ຕັ້ງແຕຕົ້ນເດືອນເມສາ ເຊິ່ງມີນາງແບບມາສະໝັກທັງໝົດ ຈຳນວນ 34 ຄົນ ແລະ ຄັດເອົາພຽງ 16 ນ້ອງນາງສາວ ເພື່ອເຂົ້າໄປປະກວດຮອບສຸດທ້າຍ.

ແລະແລ້ວໃນໃນຄໍ່າຄືນຂອງວັນເສົາທີ 5 ພຶດສະພາ ຊາວຄ້າຂາຍຕະຫລາດເຊົ້າກໍໄດ້ນ້ອງນາງສາວທີ່ເປັນຂວັນໃຈຂອງພວກເຂົາເຈົ້າ  ຫລັງຈາກກະມະການ ໄດ້ລົງຄະແນນຢ່າງເປັນເອກະພາບກັນ ໃຫ້ນາງສາວຜູ້ເຂົ້າປະກວດໝາຍເລກ 1 ອາຍຸ 19 ປີ ຄ້ວາມຸງກຸດ, ພ້ອມເງິນສົດ 5.000.000 ກີບ ແລະ ສາຍສະພາຍຊະນະເລີດ ນາງສາວອາພອນຕະຫລາດເຊົ້າ.

ເຖິງຟ້າຝົນຈະຕົກ ແຕ່ກໍບໍ່ເປັນອຸປະສັກຫຍັງຕໍ່ກອງປະກວດ ເນື່ອງຈາກເຈົ້າພາບ ໂດຍສະເພາະທ່ານ ວິໄຊ ນະວຽງຈັນ ປະທານຈັດງານ ເພິ່ນກຽມທີມງານມາດີ ກໍ່ເລີຍເຮັດໃຫ້ງານນີ້ລຸລ່ວງໄປໄດ້ດີ. ແລະ ທີ່ສຳຄັນຍັງໄດ້ຮັບກຳລັງໃຈຈາກທ່ານຮອງເຈົ້າຄອງນະຄອນຫລວງ ທ່ານ ບຸນຈັນ ສິນລະວົງ ພ້ອມດ້ວຍພັນລະຍາ ແລະ ທ່ານ ບຸນປອນ ສີສຸລາດ ຫົວໜ້າພະແນກອຸດສາຫະກຳ ແລະ ຫັດຖະກຳ ນະຄອນຫລວງ ທີ່ໃຫ້ກຽດມາຮ່ວມເປັນສັກຂີພິຍານ ແລະ ໃຫ້ກຽດສວາມມຸງກຸດ ໃຫ້ກັບສາວງາມໃນຄັ້ງນີ້ດ້ວຍ.

Click to see more photos Click to see more photos
ຮອບ 5 ຄົນ ໄດ້ແລ້ວ 3 ນ້ອງນາງສາວເລີ່ມຕົ້ນ 1, 2 ແລະ 3

ໃນນັ້ນການປະກວດຈັດເປັນຮອບ 10 ຄົນ, 5 ຄົນ ແລະ ສຸດທ້າຍ 3 ຄົນ ເຊິ່ງຜູ້ໄດ້ຮັບລາງວັນນາງສາວອາພອນຕະຫລາດເຊົ້າຄື:

  1. ອັນດັບໜຶ່ງ: ນາງ ມະນີທອງ ມົນລະທົມ

  2. ຮອງອັນດັບໜຶ່ງ: ນາງ ພອນສະໃໝ ອິນສີຊຽງໃໝ່

  3. ຮອງອັນດັບສອງ: ນາງ ກົງໃຈ ດວງມາລາ

ນອກຈາກນັ້ນນາງສາວງາມທັງໝົດຍັງຖືກຄັດເລືອກເອົາ 2 ນາງສາວຄື ນາງ ສຸກນິຈັນ ແສງທຳມະວົງ ໄດ້ຮັບລາງວັນຂວັນໃຈຊ່າງພາບ ແລະ ນາງ ແພງຕາ ນິນວັນທອງ ໄດ້ຮັບລາງວັນຂັວນໃຈມວນຊົນ.

ສຸດທ້າຍ ທ່ານປະທານຈັດງານ ກໍໄດ້ຂຶ້ນກ່າວສະແດງຄວາມຂອບອົກຂອບໃຈ ແລະ ດີໃຈທີ່ເຫັນການສະໝານສາມັກຄີ ປຸ້ມລຸມຂອງກຸ່ມຊາວຄ້າຂາຍຕະຫລາດເຊົ້າ ຈົດເຮັດໃຫ້ງານປະສົບຜົນສຳເລັດ ແລະ ສະແດງຄວາມຮູ້ບຸນຄຸນ ໃນນາມຊາວຄ້າຂາຍຕະຫລາດເຊົ້າຕໍ່ບັນດາແຂກທີ່ມີກຽດ ແລະ ຜູ້ໃຫ້ການສະໜັບສະໜູນ ປະກອບສ່ວນຕໍ່ງານຄັ້ງນີ້ ເຊິ່ງເປັນຈຳນວນເງິນທັງໝົດກວ່າ 120.000.000 ກີບ.

ງານດັ່ງກ່າວຈັດຂຶ້ນທີ່ເດີ່ນລານຈອດລົດທາງຫນ້າຕະຫລາດເຊົ້າ, ໃນຄໍ່າຄືນຂອງວັນເສົາທີ 5-05-2007 ເວລາ: 19:00 ໂມງ,​ ພາຍໃນງານມີການເດີນແບບຈາກ 16 ນ້ອງນາງສາວ ໃນຊຸດອາພອນລາວ ແລະ ຊຸດລາຕີເຊິ່ງມີຫລາກຫລາຍສະຕາຍ ດ້ວຍຜ້າໃໝລາວອັນປານິດ.

 

ພາບບັນຍາກາດການປະກວດຂອງຄໍ່າຄືນວັນທີ 5/5/2007
View Gallery Miss Apone Talatsao Contest

2003 - 2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
webmaster@mahasan.com