|
ສິ້ນສຸດການຄັດເລືອກ
ນາງສາວງາມຂອງອະເມລິກາ
ເມື່ອວັນທີ 29 ມັງກອນ 2007
ກໍ່ໄດ້ຮັບນາງສາວງາມຊື່ວ່າ Miss Lauren
Nelson ຈາກລັດ Oklahoma ໄປເປັນທີ່ຮຽບຮ້ອຍໃນຄໍ່າຄືນ
ວັນຈັນ (29) ຜ່ານມາ
Lauren Nelson ມາຈາກເມືອງ Lawton ລັດ
Oklahoma ອາຍຸ 20 ປີ ເປັນນັກສຶກສາມະຫາວິທະຍາໄລ
Central Oklahoma
ດ້ວຍຄວາມຫວັງທີ່ຈະຮຽນຕໍ່ປະລິນຍາໂທ
ດ້ານການສະແດງລະຄອນເພງ,
ຫລັງຈາກໄດ້ຮັບຕຳແໜ່ງນາງສາວງາມໄດ້ເວົ້າວ່າ
"I watched Miss
America as a little girl since I was 2
years old, and never in my wildest
dreams did I ever think that I would be
one of those girls on that stage, and
never did I think that I would be Miss
America," ເຊິ່ງຄົນສວມມົງກຸດເອງກໍ່ແມ່ນ
Jennifer Berry
ຜູ້ໄດ້ຮັບຕຳແໜ່ງຂອງປີຜ່ານມານັ້ນເອງ.
ພ້ອມດຽວກັນນັ້ນ Shilah Phillips
ຄົນຜິວສີຄົນທຳອິດ ດຳລົງຕຳແໜ່ງຮອງອັນດັບ 1,
ຕາມມາດ້ວຍ Miss Georgia, Amanda Kozak ເຊິ່ງໄດ້ຮັບຕຳແໜ່ງຮອງອັນດັບ
2,
ພ້ອມກັນນີ້ເຫລົ່າຊ່າງພາບທັງໝົດພ້ອມກັນໂຫວດໃຫ້
Miss Alabama, Melinda Toole ເປັນນາງສາວ
Congeniality.
ນອກຈາກນີ້ Nelson ຍັງບອກກັບຄະນະກຳມະການວ່າ
ໂຕເອງຢາກສູງຂຶ້ນ ແລະ ຍັງຮ້ອງເພງ "You'll
Be In My Heart" ໃນຮອບສະແດງ ຄວາມສາມາດ
ພ້ອມກັບວາງແຜນ
ສະໜັບສະໜູນການປົກປ້ອງການຫລິ້ນອີນເຕີເນັດອອນລາຍຂອງເດັກນ້ອຍ
ໃນລະຫວ່າງທີ່ໂຕເອງປະຕິບັດໜ້າທີ່ MIss
America 2007 ຕະຫລອດ 1 ປີດ້ວຍ
ລາງວັນທີ່ Nelson ໄດ້ຮັບກໍ່ເປັນທຶນການສຶກສາ
ຈຳນວນ 50,000
USD
ແລະ ມົງກຸດປະຈຳຕຳແໜ່ງອັນສວຍງາມ
ແລະ ສຸດທ້າຍ Nelson
ກໍ່ເລີ່ມຮ້ອງເພງທີ່ຄອງໃຈສາວໆ,
ລາວສະແດງບົດບາດກັບບົດເພງ "Bye Bye Birdie"
ແລະ "Anything Goes."
|
ພາບການປະກວດທີ່ນຳມາຝາກທ່ານຜູ້ອ່ານ |
 |
 |
|
ຍ່າງໂຊໃນຊຸດລອຍນ້ຳ |
ໄດ້ແລ້ວ ໄດ້ເຂົ້າຮອບຕໍ່ໄປ |
|
ຄວາມສວຍງາມ
ຂອງນາງສາວອາເມລິກາບໍ່ໄດ້ແພ້ສາວງາມອື່ນໃນໂລກ |

ໄດ້ແລ້ວ ໄດ້ເຂົ້າຮອບຕໍ່ໄປ |

ໂສມໜ້າເຫລົ່ານາງສາວງາມກຳລັງໂອດໂສມກັນເທິງເວທີອັນສະຫງ່າ |
 |
 |
|
ຮ້ອງເພງທີ່ຊື່ນຊອບ |
ຕອບຄຳຖາມຢ່າງຕົງໄປຕົງມາ |

ງາມສົມຈິງໄດ້ຮັບຕຳແໜ່ງນີ້ |

ອາດີດນາງສາວປີ06ເປັນຜູ້ສວມມຸງກຸດ |

ຕອນນີ້ໃຈຈະວາຍ |

ງາມສົມຈິງໄດ້ຮັບຕຳແໜ່ງນີ້ |

ຜູ້ຮ່ວມປະກວດສະແດງຄວາມຍິນດີ |

ພໍ່ ແລະ ແມ່ ກໍ່ມາໃຫ້ກຳລັງໃຈເຕັມທີ່ |

ພິທີກອນຊາຍຮ່ວມຖ່າຍຮູບນຳ |

ພິທີກອນຊາຍຮ່ວມຖ່າຍຮູບນຳ ແລະ
ສະແດງຄວາມຍິນດີ |
*
ຄັດຈາກແຫລ່ງຂ່າວ:
 |