|
|
|
ມະຫາສານ>>ແວດວົງບັນເທິງ>>ການປະກາດລາງວັນ>> |
ການປະກວດ "ມິສອິນເຕີຣ໌ເນຊັນແນລ" ປະຈຳປີ 2007
ຈະໄດ້ຈັດຂື້ນໃນມໍ່ໆ ນີ້ |
|
|
ບັນດາສາວງາມຈາກທົ່ວໂລກ 66 ຊີວິດ, ເຂົ້າຢ້ຽມຊົມ
ແລະ ເຮັດກິດຈະກຳໃນ "ຊັນເຄເອນ"
ສວນສວຍງາມສະໄຕລ໌ຍີ່ປຸ່ນ ທີ່ ເມືອງ ໂຍໂກຮາມາ ໃນວັນທີ
7 ຕຸລາ, ກ່ອນໜ້າການຊິງມົງກຸດ "ມິສອິນເຕີຣ໌ເນຊັນແນລ"
ຊຶ່ງມີຊື່ທີ່ເປັນທາງການວ່າ " The
International Beauty Pageant" ຫລື ເອີ້ນສັ້ນໆວ່າ:
"ໂອລິມປິກຄວາມງາມ" ທີ່ຈະເປີດການປະກວດໃນວັນທີ
15 ຕຸລານີ້ ທີ່ເວທີດັ່ງກ່າວເປັນເວທີປະກວດ
ຄວາມງາມທີ່ຍິ່ງໃຫຍ່ເປັນອັນດັບ 4 ຂອງໂລກ
ຊຶ່ງມີຈຸດປະສົງຫລັກ: ເພື່ອໂປຣໂມດສັນຕິພາບ,
ມິດຕະພາບ ແລະ ສ້າງຄວາມເຂົ້າໃຈ ລະຫວ່າງກັນ
ການປະກວດຄັ້ງນີ້ ໄດ້ມີສາວງາມຈາກປະເທດຕ່າງໆ ເຂົ້າຮ່ວມ
ເຊັ່ນ: ໄທ, ຈີນ, ມາເລເຊຍ, ອິນໂດເນເຊຍ, ລັດເຊຍ,
ຟິລິປປິນ, ເວເນຊຸເອລາ, ຫວຽດນາມ, ເຢຍລະມັນ ແລະ
ອື່ນໆ
 
ສ່ວນເກນໃນການຕັດສິນບໍ່ໄດ້ພິຈາລະນາພຽງແຕ່ຄວາມງາມພາຍນອກເທົ່ານັ້ນ
ຜູ້ເຂົ້າຮ່ວມປະກວດຍັງຕ້ອງຮັບຕຳແໜ່ງເປັນທູດແຫ່ງ
ສັນຕິພາບ ແລະ ຄວາມສວຍງາມ ອີກ, ໂດຍຕ້ອງສະແດງອອກເຖິງຄວາມອ່ອນຫວານ,
ມີຄວາມເມດຕາກະລຸນາ, ມີໄມຕີຈິດ ແລະ ຄວາມ ສະຫລາດ
ໃຫ້ເປັນທີ່ປະກົດເດັ່ນຊັດ. |
|
|
 |
|
 |
|
|
|
 |
|
 |
|
|
|
 |
|
 |
|
|
|
 |
|
 |
|
|
|
 |
|
 |
|
|
ບັນດາສາວງາມໂພສທ່າໃຫ້ບັນດາ
ນັກຂ່າວຖ່າຍຮູບ |
 |
ມິສຣັສເຊຍຮ່ວມໃນພີທີຊົງຊາ
ທີ່ເປັນເອກະລັກຂອງຍີ່ປຸ່ນ |
 |
(ເບື້ອງຂວາ)
ຜູ້ເຂົ້າປະກວດຈາກອິນໂດເນເຊຍ, ສະເປນ
ແລະ ເອລຊັລວາດໍຣ໌ |
|
|
 |
|
 |
|
|
|
 |
|
 |
|
|
ມິສຈີນ, ກຣິຊ, ມາເລເຊຍ, ເຊີຣ໌ເບຍ
ແລະ ສິງກະໂປ |
 |
ສາວງາມຈາກຟິນແລນ, ເລບານອນ, ເມ໊ກຊິໂກ,
ເປີໂຕຣິໂກ |
 |
ຊົມພູນິກ ຈາກໄທ ພ້ອມດ້ວຍມິສເຢຍລະມັນ |
|
|
 |
|
 |
|
|
|
 |
|
 |
|
|
ມິສໄທແລນ ແລະ ຕົວແທນຈາກຝລັ່ງ |
 |
ມິສຕຣຸກີໂພສທ່າກັບສາວຍີ່ປຸ່ນ ໃນກິມໂນ |
 |
ມິສເອກວາດໍຣ໌, ຊິລີ ແລະ ອາເຈນຕິນາ |
|
|
 |
|
 |
|
|
|
 |
|
 |
|
|
ສາວງາມຈາກຟິລິປປິນ, ເມືອງລຸງແຊມ ແລະ
ແດນຜູ້ດີ (ອັງກິດ) |
 |
ສອງສາວເອເຊຍຈາກປະເທດເຈົ້າພາບ ແລະ
ຫວຽດນາມ |
 |
|
| |
|