ມະຫາສານ>>Miss Apone Lao Contest 2006
ນາງງາມລາວ ທີ່ເຂົ້າຮອບ 18 ຄົນສຸດທ້າຍ.

ມີນາພອນ ສີວິໄຊ ອາຍຸ 18 ປີ
ກຳລັງສຶກສາຢູ່
ມ.ຊ ຄະນະລັດຖະສາດ ປີ 1
ນະຄອນຫລວງວຽງຈັນ

ອາລິສາ ອິນທິລາດ ອາຍຸ 18 ປີ
ກຳລັງສຶກສາຢູ່ ວິທະຍາໄລ
ສາດສະຫວັນ ຄະນະບໍລິຫານ ປີ 1
ສະຫວັນນະເຂດ

ພັນມະລີ ທີລະກຸນ ອາຍຸ 18 ປີ
ກຳລັງສຶກສາຢູ່ ວິທະຍາໄລ
ລາວອາເມລິກາ
ນະຄອນຫລວງວຽງຈັນ

ບາໂນ ສູນດາລາ ອາຍຸ 20 ປີ
ຈົບການສຶກສາຈາກ
ມ.ສ ສຸນັນທາ
ສະຫວັນນະເຂດ

ມາທຸວາ ນາຄະວິດ ອາຍຸ 22 ປີ
ຈົບການສຶກສາຈາກ ວິທະຍາໄລ ບຸດວິເສດ
ນະຄອນຫລວງວຽງຈັນ

ທະນູສອນ ສຸກສະຫວັດ ອາຍຸ 23 ປີ
ກຳລັງສຶກສາຢູ່
ວິທະຍາໄລ ຄູຫລວງພະບາງ
ຫລວງພະບາງ

ຄ້ຳລີ້ ພິລາວົງ ອາຍຸ 18 ປີ
ກຳລັງສຶກສາຢູ່
ມ.ສ ລຽວໂຕ
ນະຄອນຫລວງວຽງຈັນ

ແກ້ວຈິນດາ ແກ້ວສຸລິຍາ ອາຍຸ 21 ປີ
ກຳລັງສຶກສາຢູ່ ວິທະຍາໄລ ຈຳປາສັກ
ຈຳປາສັກ

ສຸນິຕາ ອູ່ຈະເລີນ ອາຍຸ 22 ປີ
ກຳລັງສຶກສາຢູ່
ມ.ສ ລຽວໂຕ
ນະຄອນຫລວງວຽງຈັນ

ວິນະດາ ບັນດາວົງ ອາຍຸ 24 ປີ
ກຳລັງສຶກສາຢູ່ ວິທະຍາໄລ ປຊາບັນດິດ ປີ 2
ຫລວງພະບາງ

ລຳພັນ ສຸດທະວົງ ອາຍຸ 18 ປີ
ກຳລັງສຶກສາຢູ່ ວິທະຍາໄລ ຈຳປາສັກ
ຄະນະອັກສອນສາດ ປີ 1
ຈຳປາສັກ

ນິລະມົນ ຈັນທະວົງສີ ອາຍຸ 22 ປີ
ກຳລັງສຶກສາຢູ່ ມ.ຊ
ຄະນະເສດຖະສາດ ແລະ ບໍລິຫານ
ນະຄອນຫລວງວຽງຈັນ

ວິໄລຈິດ ຈັນທະລາດ ອາຍຸ 18 ປີ
ກຳລັງສຶກສາຢູ່ ມະຫາວິທະຍາໄລ
ສຸພານຸວົງ ຄະນະທ່ອງທ່ຽວ ປີ 1
ຫລວງພະບາງ

ດາລິວັນ ສຸດາຈັນ ອາຍຸ 23 ປີ
ກຳລັງສຶກສາຢູ່
ມ.ຊ ຄະນະສຶກສາສາດ ປີ 5
ນະຄອນຫລວງວຽງຈັນ

ສົດໃສ ຄຳສອນ ອາຍຸ 18 ປີ
ກຳລັງສຶກສາຢູ່ ວິທະຍາໄລ ລັດຕະນະ ປີ 1
ນະຄອນຫລວງວຽງຈັນ

ໂລຕີ ພອນປະເສີດ ອາຍຸ 18 ປີ
ກຳລັງສຶກສາຢູ່ ວິທະຍາໄລ ປະຊາບັນດິດ ປີ 2 ຫລວງພະບາງ

ວັນນິຖາ ອະຄະວົງສາ ອາຍຸ 19 ປີ
ກຳລັງສຶກສາຢູ່ ມ.ຊ ຄະນະອັກສອນສາດ ປີ 3
ນະຄອນຫລວງວຽງຈັນ

ນິດສາຄອນ ໄຊຍະວັນສີ ອາຍຸ 18 ປີ
ກຳລັງສຶກສາຢູ່ ມ.ຊ ຄະນະເອເລັກໂຕນິກ ປີ 1
ຫົວພັນ
ທ່ານສາມາດໂຫວດຂັວນໃຈທີ່ທ່ານຊື່ນຊອບຜ່ານເວັບພວກເຮົາໄດ້

Vote your favorite of last 18 model to be the 1st Miss Aponelao 2006
ເບິ່ງຮູບກ່ອນໂຫວດ

  
Free polls from Pollhost.com

ການປະກວດ ຫຼື ວ່າການຄັດເລືອກເອົານາງສາວອາພອນລາວ ປີ 2006 ພາຍໃຕ້ການອຸປະຖຳຂອງສະຫະພັນແມ່ຍິງລາວ ໄດ້ດຳເນີນມາເຖີງຂັ້ນສຸດທ້າຍ
ກ່ອນມື້ການປະກວດແທ້ໆ ທີ່ຈະມີຂຶ້ນໃນວັນທີ 25 ພະຈິກ ປີ 2006 ໂດຍ ສະຫະພັນແມ່ຍິງລາວນັ້ນ ໄດ້ຄັດເລືອກເອົາຜູ້ທີ່ມີຄຸນສົມບັດງາມພ້ອມທຸກຢ່າງໄດ້ 18 ຄົນແລ້ວ.

ທາງສະຫະພັນແມ່ຍິງລາວ ແລະ ບໍຣິສັດ K&C ຈຳກັດ ອະທິບາຍຈຸດປະສົງຂອງການເລືອກນາງງາມອາພອນນີ້ວ່າ: ຢາກໄດ້ນາງສາວອາພອນດີເດັ່ນ ແລະ ງາມເດັ່ນ ເພື່ອເປັນຜູ້ແທນໃນການເຜີຍແຜ່ສິນລະປະ-ວັດທະນະທຳ ອັນດີງາມຂອງຊາດລາວ ໂດຍແບ່ງອອກເປັນ 4 ເຂດ, ຈາກທົ່ວປະເທດ ຄື: ແຂວງຫຼວງພຣະບາງ, ວຽງຈັນ, ສະຫວັນນະເຂດ ແລະຈຳປາສັກ ໃນການປະກວດ ແລະ ສອບສຳພາດ.

  ຜູ້ຈັດງານ ແລະ ຜູ້ອຸປະຖຳໃນການປະກວດໄດ້ໃຫ້ລາຍລະອຽດວ່າ: ນາງສາວທັງ 18 ຄົນ, ຈະເຂົ້າແຂ່ງຂັນກັນຮອບສຸດທ້າຍໃນ ວັນທີ 25 ພະຈິກ ທີ່ໂຮງແຮມດອນຈັນ Palace.

  ຜູ້ຊະນະເລີດ ຫຼື ຜູ້ຖຶກເລືອກເປັນນາງສາວອາພອນປີ 2006 ຈະໄດ້ຄອງມົງກຸດປະຈຳຕຳແໜ່ງ ແລະ ໄດ້ຮັບເງິນລາງວັນ 15 ລ້ານກີບ  ພ້ອມດ້ວຍລາງວັນອື່ນໆ ອີກຫຼາຍຢ່າງ ສ່ວນນາງສາວ 17 ຄົນ ທີ່ບໍ່ໄດ້ຕຳແໜ່ງນາງສາວອາພອນປີ 2006 ນັ້ນ ຈະໄດ້ຮັບລາງວັນຜູ້ລະ 5 ແສນກີບ, ສ່ວນຜູ້ທີ່ສົ່ງນາງສາວທັງ 18 ຄົນ ກໍຈະໄດ້ຮັບເງິນຜູ້ລະ 1 ລ້ານກີບ..

Home

 

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563