ນາງສາວ ແກ້ວຈິນດາ ແກ້ວສຸລິຍາ ຄວ້າຕຳແຫນ່ງຊະນະເລີດ ແລະ ມົງກຸດເພັດໃນການ "ນາງສາວອາພອນລາວ
ລວມທັງຕຳແຫນ່ງນາງງາມມິດຕະພາບ ແລະ ຕຳແຫນ່ງນາງສາວອາພອນງາມໄປຄອງ
ອາຍຸ 21 ປີ ສັດສ່ວນ 34-25-37 ສູງ 168 ຊມ
ສຳລັບອື່ນໆອ່ານຕໍ່..

   
 ປະມວນພາບການປະກວດຕັ້ງແຕ່ເລີ່ມຈົນເຖິງວັນສຸດທ້າຍຂອງການປະກວດ
T ພາບເທິງເວທີທີ່ປະທັບໃຈຂອງແມ່ຍິງລາວການປະກວດວັນສຸດທ້າຍ
ຕ້ອງຍອມຮັບລະວ່າລຳບາກໃຈອີ່ຫລີສຳລັບກຳມະການການປະກວດນາງສາວອາພອນລາວປີນີ້ ເຊິ່ງເປັນປີທຳອິດ ທີ່ຈັດການປະກວດແບບນີ້
T ພາບສາວງາມ 18 ຄົນສຸດທ້າຍ>>

ສຳລັບນາງສາວງາມທີ່ຜ່ານເຂົ້າມາຮອບນີ້ໄດ້ກະບໍ່ໄດ້ນ້ອຍໜ້າ ເພາະແຕ່ລະສາວບໍ່ພຽງແຕ່ງາມເທົ່ານັ້ນ ແຕ່ຍັງພຽບພ້ອມດ້ວຍພິບໃຫວສະເພາະຕົວໃຜລາວ ຈົນບາງສາວໄດ້ຮັບຄະແນນໂຫວດ ຈາກປະຊາຊົນກັນບໍ່ນ້ອຍ ກ່ອນຈະຂຶ້ນເວທີເພື່ອການຕັດສິນຄັ້ງສຸດທ້າຍ..

T

ຮູບພາບນາງສາວນະຄອນຫລວງ ແລະ ຈຳປາສັກ>>
ນຳພາບຕົວແທນຈາກແຕ່ລະແຂວງມາຝາກກັນ ໄວ້ໃຫ້ເບິ່ງສຳລັບຜູ້ທີ່ຍັງເບິ່ງບໍ່ທັນ ກ່ອນຜູ້ເຂົ້າຮອບ 18 ຄົນສຸດທ້າຍ ຕ້ອງຊົມຊ່າງພາບທີ່ຈັບພາບໄດ້ຢ່າງໂດດເດັ່ນ..

* ລາງວັນ:
- ມົງກຸດ ປະຈຳຕຳແຫນ່ງ
- ເງິນສົດ 15 ລ້ານກີບ, ສາຍສະພາຍ ກຽດຕິຍົດ ແລະ ຂອງລາງວັນອື່ນໆ
- ເປັນຕົວແທນນາງສາວລາວ ເຜີຍແຜ່ວັດທະນະທຳ
 
T ເງື່ອນໄຂຜູ້ເຂົ້າປະກວດ:
1. ມີເຊື້ອຊາດລາວ ຫລື ສັນຊາດລາວ
2. ເພດຍິງໂດຍກຳເນີດ
3. ມີອາຍຸຄົບ 18 ປີບໍລິບູນ ແລະ ບໍ່ເກີນ 25 ປີ ໃນເດືອນ ທັນວາ ປີ 2006 ນີ້
4. ມີບຸກຄະລິກດີ, ກິລິຍາທ່າທາງດີ, ສະຫລາດ ມີຄວາມຮູ້, ມະນຸດສຳພັນດີ
5. ເປັນໂສດ ບໍ່ເຄີຍຜ່ານການສົມລົດ (ບໍ່ວ່າຈະເປັນທາງພຶດຕິກຳ ຫລື ນາມມະທຳ) ທັງພາຍໃນ ຫລື ຕ່າງປະເທດມາກ່ອນ ແລະ ບໍ່ເຄີຍມີລູກຫລືໃຫ້ກຳເນີດລູກມາກ່ອນ.
6. ບໍ່ເຄີຍມີປະຫວັດອາດຍາກຳ ຫລື ປະກອບອາຊີທີ່ຜິດກົດຫມາຍ ຫລື ມີການປະພຶດ ແລະ ປະຫວັດອັນເປັນທີ່ລັງກຽດຂອງສັງຄົມ.
7. ມີການສຶກສາບໍ່ຕ່ຳກວ່າມັດທະຍົມຕອນປາຍ ຫລື ທຽບເທົ່າ
8. ມີສຸຂະພາບດີ, ບໍ່ເຄີຍເປັນໂລກຕິດຕໍ່ຮ້າຍແຮງ ຫລື ໂລກທີ່ສັງຄົມລັງກຽດ.
   
T ເອກະສານທີ່ຕ້ອງຕິດຂັດມາ:
 
  • ສຳເນົາບັດປະຈຳໂຕ ຫລື ສຳມະໂນຄົວ.
  • ໃບຢັ້ງຢືນການເກີດ.
  • ຮູບຖ່າຍເຕັມໂຕ ຂະໜາດຈຳໂບ້ ແລະ ເຕັມໜ້າ ຂະໜາດທຳມະດາ ຢ່າງລະ 1 ໃບ
T ວັນເປີດຮັບສະໝັກ:
 
  • ນະຄອນຫຼວງວຽງຈັນ ເລີ່ມຮັບສະໝັກແຕ່ວັນທີ 25/09/06 ຫາ 29/09/06 ທີ່ຫ້ອງການ ເຄແອນຊີ ຈຳກັດ, ຕາມໂມງລັດຖະການ.
  • ແຂວງສະຫວັນນະເຂດ ເລີ່ມຮັບສະໝັກແຕ່ວັນທີ 05/10/06 ຫາ 07/10/06 ທີ່ໂຮງແຮມ ຮຸ່ງທິບ ຕາມໂມງລັດຖະການ.
  • ແຂວງຈຳປາສັກ ເລີ່ມຮັບສະໝັກແຕ່ວັນທີ 09/10/06 ຫາ 11/10/06 ທີ່ໂຮງແຮມ ຈຳປາສັກພາເລດສ໌ ຕາມໂມງລັດຖະການ.
  • ແຂວງຫຼວງພະບາງ ເລີ່ມຮັບສະໝັກແຕ່ວັນທີ 16/10/06 ຫາ 19/10/06 ທີ່ ວິລາສັນຕິ ລີສອດ ຕາມໂມງລັດຖະການ
T ຜູ້ທີ່ໄດ້ຮັບຕຳແໜ່ງ ນາງສາວອາພອນລາວ ຈະໄດ້ຮັບ:
  • ເປັນຕົວແທນນາງສາວລາວ ເພື່ອເຜີຍແຜ່ ວັດທະນະທຳລາວ ທັງພາຍໃນ ແລະ ຕ່າງປະເທດ
  • ເງີນສົດ 15 ລ້ານກີບ ແລະ ມົງກຸດ ມູນຄ່າ 10 ລ້ານກີບ
  • ເຄື່ອງປະດັບ ມູນຄ່າ 7 ລ້ານກີບ ພ້ອມທັງ ສາຍສະພາຍກຽດຕິຍົດ ແລະ ຂອງລາງວັນອື່ນໆ
T ຜູ້ທີ່ໄດ້ເຂົ້າຮອບ 18 ຄົນ ຈະໄດ້ຮັບ:
  • ເງີນສົດ 5 ແສນກີບ (ຍົກເວັ້ນຜູ້ທີ່ໄດ້ຕຳແໜ່ງຕ່າງໆ)
T ຜູ້ສົ່ງເຂົ້າປະກວດ ຈະໄດ້ຮັບ:
  • ເງີນສົດ 1 ລ້ານກີບ

ສົນໃຈຕິດຕໍ່ຮັບແບບຟອມສະຫມັກໄດ້ທີ່ ບໍລິສັດ ເຄແອນຊີ ຈຳກັດ,​ຕັ້ງຢູ່ ບ້ານເລກທີ 06 ຖະຫນົນ ສາມແສນໄທ, ນະຄອນຫລວງວຽງຈັນ, ສປປ ລາວ ຫລື ຕິດຕໍ່ສອບຖາມໄດ້ທີ່ (856) 21 243563, ຫລື (856) 020 7825460
 
www.missaponelao.com