ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>Miss Apone Lao Contest 2006
ສາວງາມຈາກແຂວງຈຳປາສັກໄດ້ຄອງມົງກຸດເພັດ "ມິສອາພອນລາວ"

 
ນາງສາວ ແກ້ວຈິນດາ ແກ້ວສຸລິຍາ ຄວ້າຕຳແຫນ່ງຊະນະເລີດ ແລະ ມົງກຸດເພັດໃນການ "ນາງສາວອາພອນລາວ
ລວມທັງຕຳແຫນ່ງນາງງາມມິດຕະພາບ ແລະ ຕຳແຫນ່ງນາງສາວອາພອນງາມໄປຄອງ

    ການປະກວດມິສອາພອນລາວໄດ້ປິດສາກລົງແລ້ວຢ່າງປະທັບໃຈໃນລາຍການປະກວດ "ນາງສາວອາພອນລາວ"
(Miss Laos Apone 2006)
ພ້ອມກັບໄດ້ສາວງາມຈາກແຂວງຈຳປາສັກທີ່ຊະນະໃຈກຳມະການ ສາມາດຄວ້າ
ຕຳແຫນ່ງຊະນະເລີດ ແລະ ມົງກຸດເພັດອັນລ້ຳຄ່າໄປຄອງໃນທີ່ສຸດ ໃນການປະກວດຮອບສຸດທ້າຍຂອງຄ່ຳຄືນວັນເສົາ ທີ 25 ພະຈິກ ທີ່ໂຮງແຮມດອນຈັນພາເລດ


ນາງສາວ ດາລິວັນ ສຸດາຈັນ ໝາຍເລກ A14 ໄດ້ຕຳແຫນ່ງນາງງາມຂວັນໃຈປະຊາຊົນໄປຄອງ

   ການປະກວດຮອບສຸດທ້າຍເຊິ່ງມີສາວງາມຈາກທົ່ວປະເທດໄດ້ຜ່ານເຂົ້າຮອບມາທັງຫມົດ 18 ຄົນ ເຊິ່ງຈັດຂື້ນທີ່
ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ເພື່ອຄົ້ນຫາຜູ້ທີ່ໄດ້ຂື້ນຊື່ວ່າເປັນສາວງາມເພດຊົງອາພອນລາວທີ່ມີ
ຄຸນສົມບັດອັນພຽບພ້ອມຄົບທັງກິລິຍາ ມາລະຍາດ ແລະ ຄວາມງົດງາມຕາມ ທີ່ສູນກາງສະພະຫັນແມ່ຍິງລາວເປັນ
ເຈົ້າພາບໃນການຈັດງານ ເພື່ອຂັດເອົານາງສາວອາພອນລາວພຽງຫນື່ງດຽວເທົ່ານັ້ນ ໃນການຈະເປັນຕົວແທນການເຜີຍແຜ່
ສິລປະວັດທະນະທຳອັນດີງາມຂອງຊາດລາວເຮົາ

  ໂດຍຜູ້ທີ່ຖືກຕາຕ້ອງໃຈຂອງຄະນະກຳມະການ ແລະ ຄວ້າມົງກຸດເພດໄປໄດ້ແກ່ ນາງ ແກ້ວຈິນດາ ແກ້ວສຸລິຍາ,​ ອາຍຸ 18 ປີ ຜູ້ເຂົ້າປະກວດຫມາຍເລກ A8 ກຳລັງສຶກສາຢູ່ຊັ້ນປີທີ 3 ວິທະຍາໄລຈຳປາສັກ ຄະນະທ່ອງທ່ຽວ

  ນອກຈາກນີ້ ນາງສາວ ແກ້ວຈິນດາ ຍັງຄວ້າຕຳແຫນ່ງນາງງາມມິດຕະພາບ ຊຶ່ງມອບໃຫ້ກັບຜູ້ເຂົ້າປະກວດທີ່ມີໄມຕີຈິດ ແລະ ອີກຕຳແຫນ່ງຄື: ຕຳແຫນ່ງນາງສາວອາພອນງາມອີກນຳ ຊຶ່ງເປັນລາງວັນທີ່ມອບໃຫ້ກັບຜູ້ເຂົ້າປະກວດທີ່ໃສ່ເຄື່ອງ
ແຕ່ງກາຍລາວ ແລ້ວມີຄວາມສະຫງ່າງາມແບບອັກກະລັກຂອງເມືອງລາວ

ຜູ້ທີ່ຜ່ານເຂົ້າຮອບສຸດທ້າຍອີກ 4 ຄົນໄດ້ແກ່: ນາງ ວິນະດາ ບັນດາວົງ, ອາຍຸ 24 ປີ, ຜູ້ເຂົ້າປະກວດຫມາຍເລກ A10 ຈາກແຂວງຫລວງພະບາງ, ນາງ ມາທຸວາ ນາຄະວິດ,​ ອາຍຸ 22 ປີ, ຜູ້ເຂົ້າປະກວດຫມາຍເລກ A5 ຈາກ
ນະຄອນຫລວງວຽງຈັນ, ນາງ ມີນາພອນ ສີວິໄຊ ອາຍຸ 18 ປີ, ຫມາຍເລກ
A1, ແລະ ນາງ ອາລິສາ ອິນທິລາດ, ອາຍຸ 18 ປິ, ຫມາຍເລກA2 , ຈາກແຂວງສະຫວັນນະເຂດ.


ນາງ ນິດສາຄອນ ໄຊຍະວັນສີ, ຜູ້ເຂົ້າປະກວດຫມາຍເລກ
A18  ຄວ້າລາງວັນຂວັນໃຈຊ່າງພາບໄປຄອງ

 ປະມວນພາບການປະກວດຕັ້ງແຕ່ເລີ່ມຈົນເຖິງວັນສຸດທ້າຍຂອງການປະກວດ
T ພາບເທິງເວທີທີ່ປະທັບໃຈຂອງແມ່ຍິງລາວການປະກວດວັນສຸດທ້າຍ
ຕ້ອງຍອມຮັບລະວ່າລຳບາກໃຈອີ່ຫລີສຳລັບກຳມະການການປະກວດນາງສາວອາພອນລາວປີນີ້ ເຊິ່ງເປັນປີທຳອິດ ທີ່ຈັດການປະກວດແບບນີ້
T ພາບສາວງາມ 18 ຄົນສຸດທ້າຍ>>

ສຳລັບນາງສາວງາມທີ່ຜ່ານເຂົ້າມາຮອບນີ້ໄດ້ກະບໍ່ໄດ້ນ້ອຍໜ້າ ເພາະແຕ່ລະສາວບໍ່ພຽງແຕ່ງາມເທົ່ານັ້ນ ແຕ່ຍັງພຽບພ້ອມດ້ວຍພິບໃຫວສະເພາະຕົວໃຜລາວ ຈົນບາງສາວໄດ້ຮັບຄະແນນໂຫວດ ຈາກປະຊາຊົນກັນບໍ່ນ້ອຍ ກ່ອນຈະຂຶ້ນເວທີເພື່ອການຕັດສິນຄັ້ງສຸດທ້າຍ..

T

ຮູບພາບນາງສາວນະຄອນຫລວງ ແລະ ຈຳປາສັກ>>
ນຳພາບຕົວແທນຈາກແຕ່ລະແຂວງມາຝາກກັນ ໄວ້ໃຫ້ເບິ່ງສຳລັບຜູ້ທີ່ຍັງເບິ່ງບໍ່ທັນ ກ່ອນຜູ້ເຂົ້າຮອບ 18 ຄົນສຸດທ້າຍ ຕ້ອງຊົມຊ່າງພາບທີ່ຈັບພາບໄດ້ຢ່າງໂດດເດັ່ນ..

 
 

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563