|
ໃນຕອນແລງ ຂອງວັນທີ 26 ກັນຍາ 2008
ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເຊິ່ງບໍລິສັດ
ຊີມັງລາວ ຈຳກັດ, ໄດ້ຮ່ວມກັບ ຄະນະກຳການຄັດເລືອກ
ເອົານ້ອງນາງສາວຕ່າງໆ
ທີ່ຮ່ວມເຂົ້າແຂ່ງຂັນການປະກວດ ເພື່ອເລືອກເຟັ້ນເອົານາງສາວທີ່ມີບຸກຄະລິກດີ
ສວຍງາມ
ມີໄຫວພິບປະຕິພານ ໃນການສະແດງອອກ ແລະ
ສາມາດແກ້ໄຂບັນຫາສະເພາະໜ້າໄດ້
ພຽບພ້ອມໄປດ້ວຍກິຣິຍາມາລະຍາດ ອັນສຸພາບຮຽບ ຮ້ອຍ
ອັນຖືກຕ້ອງກັບຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ
ມາເປັນນາງແບບປະຕິທິນ ຂອງບໍລິສັດດັ່ງກ່າວປະຈຳປີ
2009.
ຊົມຮູບພາບຂອງນ້ອງນາງສາວ
ທັງ 20 ຄົນ
ທີ່ຜ່ານເຂົ້າຮອບສຸດທ້າຍ
* ລາງວັນ: ສຳລັບຜູ້ທີ່ໄດ້ຮັບໄຊຊະນະ ໃນການເຂົ້າປະກວດ
ຄັ້ງນີ້ ເປັນເງິນສົດຄົນລະ 6.000.000 ກີບ,
ລາງວັນຂັວນໃຈຊ່າງພາບ 2.000.000 ກີບ
ຄົນລາວ, ສາວຍຸກໃໝ່ຫຼາກຫຼາຍດ້ວຍຄວາມສາມາດ
ມີຄວາມຮັບຜິດຊອບ ເປັນແບບຢ່າງທີ່ດີ
ມີຄວາມເສຍສະລະ ຮັກແພງສາມັກຄີ ໝູ່ເພື່ອນ
ງາມດ້ວຍກິຣິຍາມາລະຍາດ ໂດດເດັ່ນສະຫງ່າລາສີ
ສົມເປັນໝໍ່ແໜ່ງຂອງຊາດ ສືບຕໍ່ໄປ...!
ສ່ວນພາບປະຕິທິນຂອງແທ້ຈະເປັນແນວໃດນັ້ນ ໃຫ້ທຸກຄົນຕິດຕາມເບິ່ງໄດ້ໃນເວັບມະຫາສານ
ໄວໆນີ້..
ນາງສາວ ປະຕິທິນ ຊີມັງລາວ 2009
ຢ່າງເປັນທາງການ |