ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 















 


 

 ງານປະກວດຮ້ອງເພງ ໂຄຣສອັບມິວສິກອະວອດ ປີ 2004  
ໄດ້ທັງນັກຮ້ອງສຽງດີ ແລະ ນັກຮ້ອງຍອດນິຍົມ
    ປະຈຸບັນ, ຕ້ອງຍອມຮັບກັນວ່າ ກະແສຕອບຮັບແນວເພງສະຕິງກຳລັງມາແຮງອີ່ຫລີ, ບາງບົດເພງນອກຈາກຈະເປັນທີ່ນິຍົມໃນບ້ານເຮົາ ເມືອງເຮົາແລ້ວ ຍັງຂ້າມຝັ່ງໄປດັງຢູ່ບ້ານເພີ່ນອີກ. ບໍ່ແມ່ນຕັ້ງເວົ້າ ເມື່ອກ່ອນນັກທ່ອງທ່ຽວຊາວຕ່າງຊາດທີ່ເຂົ້າມາທ່ຽວບ້ານເຮົາເພິ່ນມັກຖາມວ່າ ເປັນຫຍັງຄົນລາວຈຶ່ງບໍ່ມັກເປິດເພງລາວໂດຍສະເພາະໃນຮ້ານກິນດື່ມ, ຮ້ານອາຫານ ຫລື ແມ່ນແຕ່ຕາມບ້ານເຮືອນ ແລະ ຕະຫລາດ, ແຕ່ດຽວນີ້ຂໍປະທານໂທດ ເພິ່ນຫັນມາເປີດເພງລາວກັນແລ້ວ ເນື່ອງຈາກສັງຄົມກໍ່ຍອມຮັບ, ບົດເພງກໍ່ມ່ວນ ເນື້ອຫາກໍ່ຖືກໃຈແຖມຍັງເປັນການສົ່ງເສີມໃຫ້ສິລະປິນລາວ ແລະ ຜູ້ຢູ່ເບື້ອງຫລັງມີກຳລັງໃຈພັດທະນາວຽກ ແລະ ຜົນງານຂອງຕົນອີກ... ອີກດ້ານໜື່ງນອກຈານສິລະປິນຈະຕ້ອງບຸກບືນ ເພື່ອໃຫ້ຕົວເອງໄດ້ເຂົ້າມາຢູ່ໃນວົງການແລ້ວ, ຝ່າຍເຈົ້າຂອງຄ້າຍເພງກໍ່ພະຍາຍາມເຟັ້ນຫານັກຮ້ອງສຽງດີ ມີແວວດັງເຂົ້າມາເປັນສະມາຊິກຂອງຄ້າຍເພງຕົນເອງເຊັ່ນກັນ. ແລະ ເມື່ອຄ່ຳຂອງວັນພຸດ ທີ 11 ສິງຫາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ ບໍລິສັດ ຢູນິລີເວີ ໄທເທຣດດິງ ຈຳກັດປະຈຳປະເທດລາວ ກໍ່ໄດ້ຈັດໃຫ້ມີງານປະກວດຮ້ອງເພງ ໂຄຣສອັບ ມິວສິກ ອະວອດ 2004 ຂື້ນ, ເຊິ່ງເປັນຮອບຄັດເລືອກຈາກ 10 ຄົນສຸດທ້າຍໃຫ້ເຫລືອພຽງໜື່ງດຽວ ເພື່ອຈະໄດ້ເຊັນສັນຍາກັບຄ້າຍເພງ ເພື່ອເຂົ້າເປັນສິລະປິນໃນວົງການຢ່າງເຕັມຕົວ.
    ໃນງານດັ່ງກ່າວຜູ້ເຂົ້າປະກວດທັງ 10 ຄົນຕ່າງກໍ່ສະແດງລີລາ ແລະ ພະລັງສຽງໄດ້ຢ່າງໜ້າປະທັບໃຈ ຮຽກສຽງຮ້ອງໂຮ ສຽງເຊຍຈາກຜູ້ເຂົ້າຊົມດັງສະນັ່ນຫໍ, ຈົນເຮັດໃຫ້ຄະນະກຳມະການຕ້ອງບີບຂະຫມັບໄປຕາມໆກັນ... ບໍ່ພຽງແຕ່ເທົ່ານັ້ນ ບັນດາສິລະປິນຮັບເຊີນທີ່ຜັດປ່ຽນກັນຂື້ນເວທີ ເພື່ອຂັ້ນລາຍການແຂ່ງຂັນກໍ່ສ້າງຄວາມມ່ວນຊື່ນ ແລະ ໜ້າປະທັບໃຈຕື່ມອີກ ເຊັ່ນ: ກຸ່ມສິລະປິນ overdance, ຕິ່ງ ໄພລາວັນ, Unicorn ແລະ ຜູ້ຊະນະການປະກວດປີ 2003 ອົງການສົມບູນຂນ ແລະ ເອກະພົນ.
    ແລະ ແລ້ວນາທີການປະກາດຜົນຜູ້ຊະນະເລີດກໍ່ມາເຖິງ ເຊິ່ງອັນດັບ 1 ໄດ້ແກ່: ທ້າວ ວິສິດ ແກ້ວກິດຕິຄຸນ ໄດ້ຮັບເງິນລາງວັນ 3 ລ້ານກີບ. ພ້ອມຕຽມເຊັນສັນຍາເຂົ້າເປັນສິລະປິນໃນວົງການ, ອັນດັບ 2 ແມ່ນ ທ້າວ ສີສຸວັນ ເພັດສິລິແສງ ໄດ້ຮັບເງິນລາງວັນ 2 ລ້ານກີບ, ແລະ ທີ 3 ໄດ້ແກ່ ທ້າວ ບຸນຍະເດດ ໄຊຍະສິດ ໄດ້ຮັບເງິນລາງວັນ 1 ລ້ານກີບ.
    ນອກຈາກປະກາດຜົນການປະກວດຮ້ອງເພງແລ້ວ ຍັງມີການປະກາດຜົນສິລະປິນຍອດນິຍົມປະຈຳປີ 2004 ເຊິ່ງເພິ່ນເອົາຜົນທີ່ແຈ້ງເຂົ້າຫາລາຍການເພງ ທາງຄື້ນວິທະຍຸ ເຊິ່ງໃນປີນີ້ ລາງວັນດັ່ງກ່າວກໍ່ຕົກເປັນຂອງ ໂອເວີແດນ (overdance)... ມີລາງວັນດີໄວ້ຮັບປະກັນຜົນງານ ແລະ ຄວາມຕັ້ງໃຈແບບນີ້ ກໍ່ຍິ່ງເພິ່ມຄວາມຫ້າວຫັນໃຫ້ບັນດາສິລະປິນ ແລະ ຜູ້ສ້າງ ຍິ່ງພັດທະນາຜົນງານຂອງຕົນເອງໃຫ້ທັນຍຸກທັນສະໄໝ ແລະ ມີສີສັນປະດັບວົງການເລື້ອຍໆ!!!!!
* ເນື້ອໃນ:  ໜັງສືພິມປະເທດລາວ, ສະບັບວັນທີ 13/08/2004
* ຮູບພາບ:  ແສງເພັດ ພິມມະສອນ
       
ໄປເບິ່ງບັນຍາກາດພາຍໃນງານກັນວ່າເປັນແນວໃດ
Photo Gallery Close up music award 2004
   
                



 

2003 © ສະຫງວນລິຂະສິດ, ມະຫາສານ.ຄອມ
design@mahasan.com