|
ການປະກວດໄດ້ເດີນທາງມາເຖິງຮອບສຸດທ້າຍແລ້ວ
ສຳລັບການປະກວດຫນຸ່ມ-ສາວໂຢໂມດ (ໂຢສະຕາ 2005) ຊຶ່ງຈັດໂດຍບໍລິສັດໂຟໂມດ
ປະເທດໄທ ຮ່ວມກັບບໍລິສັດລັດຕະນະທຳ (ຕົວແທນຈຳຫນ່າຍນົມໂຢໂມດ) ແລະ
ບໍລິສັດອິນດີ້ເຣັກຄອດສ໌ ຊຶ່ງມາເຖິງມື້ນີ້ແມ່ນໄດ້ຫນຸ່ມສາວ 24 ຄົນ ເຂົ້າສູ່ຮອບຊິງຊະນະເລີດແລ້ວ.
ຕອນບາຍມື້ວານນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ
ທາງຜູ້ຈັດງານເພີ່ນໄດ້ເຊື້ອເຊີນສື່ມວນຊົນເຂົ້າເບິ່ງການເກັບໂຕ ແລະ ເຝິກຊ້ອມຂອງບັນດານ້ອງໆ
ທີ່ຜ່ານເຂົ້າຮອບໃນຄັ້ງນີ້ ຊຶ່ງກໍຮູບງາມ ມາກຄວາມສາມາດດ້ວຍກັນທັງນັ້ນ.
ໂຄງການໂຢ-ສະຕາ 2005 ແມ່ນເລີ່ມມາແຕ່ເດືອນເມສາເປັນຕົ້ນມາ ແລະ ໄດ້ມີການຄັດເລືອກຫນຸ່ມ-ສາວ
ທີ່ເຂົ້າປະກວດໃນທົ່ວທຸກພາກ
ຂອງປະເທດ ຄື: ພາກເຫນືອ ທີ່ແຂວງຫລວງພະບາງ, ພາກກາງທີ່ສະຫວັນນະເຂດ ແລະ
ພາກໃຕ້ທີ່ແຂວງຈຳປາສັດ ແລະ ນະຄອນຫລວງ
ວຽງຈັນ ຊຶ່ງຜ່ານການຄັດເລືອກແຕ່ລະພາກ ຊຶ່ງມີຜູ້ສະຫມັກນັບ 100
ຄົນນັ້ນ ໄດ້ຕົວແທນມາ 2 ຫນຸ່ມ ແລະ 2 ສາວ, ສະເພາະນະຄອນ
ຫລວງວຽງຈັນ ຊຶ່ງມີຜູ້ເຂົ້າຄັດເລືອກເຖິງ 132 ຄົນ, ຄັດໄດ້ 12 ຄົນ, ເຂົ້າສູ່ຮອບຕັດສິນ
ຊຶ່ງຈະຈັດຂື້ນທີ່ຫໍວັດທະນະທຳແຫ່ງຊາດ ໃນວັນທີ 11 ມິຖຸນາ 2005 ນີ້.
ໂຢ-ສະຕາ ມີຈຸດປະສົງເປົ້າຫມາຍແມ່ນແນໃສ່ການສົ່ງເສີມ ແລະ
ກະຕຸ້ນໃຫ້ໄວຫນຸ່ມໃຊ້ເວລາວ່າງໃຫ້ເປັນປະໂຫຍດແກ່ຕົນເອງ ແລະ ສັງຄົມ
ຫ່າງໄກຈາກຢາເສບຕິດ ແລະ ສິ່ງບໍ່ດີອື່ນໆ ເຮັດໃຫ້ໄວຫນຸ່ມຫັນມາເບິ່ງແຍງສຸຂະພາບ
ກໍຄືການອອກກຳລັງກາຍ ການເຮັດກິດຈະກຳ
ຕ່າງໆ ຮູ້ຈັກຜະລິດຕະພັນນົມໂຢໂມດຫລາຍຂື້ນ.
ຫນຸ່ມ-ສາວ ຜູ້ເຂົ້າຮ່ວມລາຍການນີ້ ຈະຕ້ອງມີຄວາມສາມາດຢ່າງໃດຢ່າງຫນື່ງ ເຊັ່ນ:
ຮ້ອງເພງ, ຟ້ອນລຳ, ຫລື ເຕັ້ນ ຫລີ້ນດົນຕີລາວ ຫລື ສາກົນ ສະແດງລະຄອນ, ເດີນແບບ
ແລະ ອື່ນໆ ຊຶ່ງຈາກ 24 ຄົນທີ່ຜ່ານເຂົ້າຮອບຜູ້ທີ່ຊະນະເລີດ ຊາຍ-ຍິງ
ຈະໄດ້ຮັບລາງວັນເງີນສົດ 5.000.000 ກີບ ແລະ Yomost gift Set
ອັນດັບສອງໄດ້ຮັບເງີນສົດ 3.000.000 ກີບ, ພ້ອມຜະລິດຕະພັນໂຢໂມດ,
ອັນດັບສາມ 1.000.000 ກີບ, ພ້ອມຜະລິດຕະພັນໂຢໂມດ,
ຂວັນໃຈສື່ມວນຊົນໄດ້ຮັບ 1.000.000 ກີບ, ພ້ອມຜະລິດຕະພັນໂຢໂມດ.
ເອົາເປັນວ່າຄອບເບິ່ງນຳກັນ ຫນຸ່ມ-ສາວຄູ່ໃດຈະໄດ້ກາຍເປັນ ໂຢ-ສະຕາ 2005, ໃນຄ່ຳຄືນວັນທີ
11-06-2005 ນີ້, ທີ່ຫໍວັດທະນະທຳ
ແຫ່ງຊາດ ຊຶ່ງງານຄັ້ງນີ້
ນອກຈາກຈະໄດ້ຊົມການສະແດງຄວາມສາມາດຂອງຫນຸ່ມ-ສາວ ຜູ້ເຂົ້າປະກວດແລ້ວ
ຍັງຈະໄດ້ພົບກັບການສະແດງ
ຂອງວົງດົນຕີຊື່ດັງ ຈາກຄ້າຍອິນດີ້ເຣັກຄອດສ໌ ຄື: ອາລູນ້າ, ໂອເວີຣ໌ແດນ,
L.O.G ແລະ ໂມເດີ້ນແດັນ.
ໃຜສົນໃຈສາມາດຕິດຕາມໄດ້ທີ່ຫນ້າງານມີເກມໃຫ້ຫລີ້ນ ແລະ
ລຸ້ນຮັບລາງວັນຈັບສະຫລາກອີກນຳ.
*
ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 07-06-2005 |