|
Hoa Hậu Việt Nam 2006
MISS VIETNAM 2006
ນາງງາມຫວຽດນາມ 2006

ນີ້ຄື 3
ນາງສາວງາມຫວຽດນາມທີ່ຖືກຄັດເລືອກໃຫ້ເປັນນາງສາວງາມປະຈຳປີ
2006 ຈາກສາວງາມທັງໝົດ 34
ຄົນທີ່ຜ່ານການປະກວດຊີງຕຳແໜ່ງຄູ່ຂະໜານຕ່າງໆ
ຈົນເຖິງໂຄ້ງສຸດທ້າຍ
ຊຶ່ງມີການຕັດສິນຜູ້ທີ່ເປັນ Miss Vietname
2006
Miss Vietname
2006 ເປັນສາວນ້ອຍໄວ 19 ປີ ຊື່
Mai Phương Thúy
ນັກສຶກສາຈາກຮ່າໂນ່ຍ ທີ່ມີຄວາມສູງ 179 ຊມ, ແລະມີສັດສ່ວນຢ່າງເຫັນໄດ້ຊັດ
ຄື 85-65-95 ຊມ. ມີບຸກຄະລິກໂດດເດັ່ນ ເວົ້າຈາຄ່ອງແຄ້ວ
ແລະ ເວົ້າພາສາອັງກິດໄດ້ດີ
ຮອງອັນດັບ 1 ຄື
Lưu Bảo Anh
ນາງແບບສາວໄວ 24 ປີ ຈາກນະຄອນ Can Tho ໃນເຂດທີ່ລາບປາກແມ່ນ້ຳຂອງ
ຮອງອັນດັບ 2 ຄື
Luong Thi Ngoc Lan ນັກສຶກສາສາວ ໄວ
21 ປີ ຈາກນະຄອນໂຮຈີມິນ ທັງໝົດນີ້ມີຄວາມສູງ 170
ຊມ ກວ່າ ແລະ ຄະແນນກໍ່ສູສີກັນ
ກັບອີກສອງຄົນທີ່ຕົກຮອບໃນ 5 ຄົນສຸດທ້າຍ

ການປະກວດນາງສາວງາມຂອງຫວຽດນາມ ປະຈຳປີ 2006 ໄດ້ເຂົ້າສູ່ໂຄ້ງສຸດທ້າຍແລ້ວ
ການປະກວດຈັດຂຶ້ນທີ່ລີສອດຫລູແຫ່ງໜຶ່ງຂອງເມືອງຍາຕຣາງ
(Nha Trang) ແຂວງ ແຄງຮວາ (Khanh Koa)
ຊຶ່ງເປັນສະຖານທີ່ທ່ອງທ່ຽວຕາກອາກາດສຳຄັນແຫ່ງໜຶ່ງຂອງປະເທດ.

Mai
Phương Thúy
ຕະຫລອດອາທິດນີ້
ບັນດາສາວງາມທີ່ຜ່ານການຄັດເລືອກໃນຮອບຮອງສຸດທ້າຍຈຳນວນ
34 ຄົນ ໄດ້ຜ່ານຂະບວນການປະກວດສາວງາມ
ຕຳແໜ່ງຄູ່ຂະໜານຕ່າງໆ ມາຄົບທັງໝົດແລ້ວ
ບໍ່ວ່າຈະເປັນ ນາງສາວຫາດຊາຍ,
ນາງງາມຂັວນໃຈຊ່າງພາບ, ສາວງາມນັກກິລາ
ລວມທັງນາງງາມມິດຕະພາບ ແຕ່ຜົນການປະກວດຈະປະກາດຄາວດຽວກັນກັບຕຳແໜ່ງ
Miss Vietname ໃນຄືນວັນເສົານີ້
ການຈັດປະກວດນາງງາມຫວຽດນາມຄັ້ງນີ້ ເຖິງແມ່ນວ່າບໍ່ໄດ້ເປັນປີທຳອິດ
ແຕ່ກໍ່ເປັນປີທຳອິດທີ່ມີກະຊວງວັດທະນາທຳ ແລະ
ຖະແຫລງຂ່າວເຂົ້າຮ່ວມ
ຊຶ່ງເປັນສ່ວນໜຶ່ງໃນຄວາມພະຍາຍາມຫາຕົວແທນທີ່ໄດ້ມາດຕະຖານໃນການໄປຮ່ວມການປະກວດສາວງາມບົນເວທີລະຫວ່າງປະເທດ
ໂດຍເຈົ້າຂອງຕຳແໜ່ງນາງງາມຫວຽດນາມໃນປີນີ້
ຈະໄດ້ເປັນຕົວແທນໄປຊີງຕຳແໜ່ງ Miss Universe
2007 ໃນປີໜ້າ
ແລະ ຄາດວ່າຈະມີຜູ້ເຂົ້າຊົມທັງໝົດປະມານ 5,000
ກວ່າຄົນ ທ່ານສາມຕິດຕາມການຖ່າຍທອດສົດໄດ້ທີ່ຊ່ອງ
VTV3 ຂອງຫວຽດນາມ
 |
 |
|
cao_thanh_hang |
le_thi_phuong_giang |
Next
Page>>
See more
photos click here
/
ຊົມພາບທັງໝົດໄດ້ທີ່ນີ້ |