ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 



 

ມະຫາສານ>>ແວດວົງການບັນເທິງ>>ການງານຄອນເສີດ>>ຄອນເສີດສານສຳພັນມິດຕະພາບລາວ-ສະວີເດັນ
ສານສຳພັນລາວ-ສະວີເດັນ

ອີກຫນື່ງງານດົນຕີທີ່ບໍ່ຄວນພາດ

  ໄດ້ຮັບຄວາມສົນໃຈເປັນກະແສສູງສຳລັບງານສະແດງຄອນເສີດສານສຳພັນລາວ-ສະວີເດັນ ຊຶ່ງຈະມີຂື້ນໃນຄ່ຳຄືນຂອງ
ວັນທີ 3 ມິຖຸນາ ນີ້ ທີ່ສູນການຄ້າລາວ-ໄອເຕັກ ພາຍຫລັງຜ່ານການປະຊາສຳພັນອອກໄປປະກົດວ່າມີສຽງຮືຮາໃນກຸ່ມຄົນ
ຟັງເພງແບບບໍ່ທຳມະດາ ເພາະສີລະປິນທີ່ຈະມາສະແດງໃນງານນີ້ລ້ວນແຕ່ມີຊື່ລະປິນທີ່ຈະມາສະແດງໃນງານນີ້ ລ້ວນແຕ່ມີ
ຊື່ສຽງໂດ່ງດັງ ທັງລາວ ແລະ ສະວີເດັນ.
  ສະຖານທູດສະວີເດັນໄດ້ເປີດຖະແຫລງຂ່າວກ່ຽວກັບການສະແດງຄັ້ງນີ້ ເມື່ອວັນທີ 30 ພຶດສະພາຜ່ານມາ ຊຶ່ງທ່ານນາງ ອານລິສ ໂອໄບຣ ອຸປະທູດສະວີເດັນ ປະຈຳລາວກ່າວວ່າ: ການຈັດຄອນເສີດດັ່ງກ່າວ ເພື່ອເປັນການສະເຫລີມສະຫລອງ
ວັນຊາດສະວີເດັນ ແລະ ສາຍພົວພັນລາວ-ສະວີເດັນ ຄົບຮອບ 41 ປີ, ພ້ອມໆກັບການສະເຫລີມສະຫລອງຄົບຮອບ 100 ປີ ຂອງທ່ານ ດັດຮາມມາສໂຈ.
  ທ່ານ ດັດຮາມມາສໂຈ ອະດີດເຄີຍເປັນເລຂາທິການໃຫຍ່ສະຫະປະຊາຊາດສອງສະໄຫມ ຄື: ປີ 1953-1961 ແລະ ກໍເຄີຍໄດ້ເຄື່ອນໄຫວສັນຕິພາບໃນທະວີບອາຊີ.
  ຄອນເສີດຄັ້ງນີ້ທາງສະຖານທູດສະວີເດັນມີຄວາມຫວັງວ່າຈະສ້າງຄວາມເບີກບານມ່ວນຊື່ນ ແລະ ບໍ່ສ້າງຄວາມຜິດຫວັງ
ແກ່ຜູ້ເຂົ້າຊົມ ເພາະໄດ້ເຊື້ອເຊີນເອົາສີລະປິນຄົນສະວີເດັນທີ່ມາສ້າງຊື່ສຽງເປັນທີ່ໂດ່ງດັງໃນປະເທດໄດ້ ແລະ ກໍເປັນທີ່ຮູ້ຈັກ
ກັນດີໃນຫມູ່ຄົນຟັງເພງຊາວລາວ ຊຶ່ງເຂົາໄດ້ຮັບສົມຍານາມວ່າ "ຝຣັ່ງຫມໍລຳຄູ່ຂວັນ" ນັ້ນແມ່ນ ໂຈນັສ ແອນເດີສັນ ແລະ ຄຣິສຕິນ ກັບສັນ ຊຶ່ງສິລະປິນທັງສອງພາຍຫລັງຖືກເຊື້ອເຊີນໃຫ້ເຂົ້າຮ່ວມສະແດງໃນງານນີ້ແມ່ນອອກອາການດີໃຈສຸດຂີດ ພ້ອມທັງຕຽມນຳເພງທັງລູກທົ່ງ ແລະ ຫມໍລຳມາສ້າງຄວາມມ່ວນຊື່ນສຳລານກັນເຕັມທີ່ ເພາະເປັນຄັ້ງທຳອິດທີ່ມີໂອກາດ
ໄດ້ມາປະເທດລາວ.
 
  ທາງຝ່າຍສິລະປິນລາວເຮົາທີ່ຈະຂື້ນສະແດງຮ່ວມໃນເວທີດຽວກັນນີ້ ກໍມີຄວາມໂດ່ງດັງບໍ່ດ້ອຍໄປກວ່າກັນເຊັ່ນ: ອາເລັກຊານດາ ບຸນຊ່ວຍ ແລະ ປານ ດວງປະເສີດ ອະດິດຄູ່ຂວັນທີ່ເຄີຍໄດ້ຮັບຄວາມນິຍົມສູງສຸດ
ໃນບ້ານເຮົາ.
  " ປານ ດວງປະເສີດ" ໃຫ້ສຳພາດວ່າ ຮູ້ສຶກພູມໃຈ ທີ່ມີໂອກາດ
ໄດ້ຮ່ວມສະແດງໃນງານຄັ້ງນີ້ ເພາະຖືເປັນອີກງານຫນື່ງທີ່ຍິ່ງໃຫຍ່ ແລະ ມີຄວາມຫມາຍ ສະນັ້ນ ຈຶ່ງໄດ້ມີການກະກຽມຫລາຍບົດເພງໃຫ້ແຟນເພງ
ໄດ້ຟັງ ແລະ ມ່ວນຊື່ນກັນ ພ້ອມນີ້ກໍເຊີນຊວນແຟນເພງໄປໃຫ້ກຳລັງໃຈ
ສິລະປິນຈາກທັງສອງປະເທດດ້ວຍ.
 
ກໍເອົາເປັນວ່າ ຮູ້ຂ່າວນີ້ແລ້ວຜູ້ທີ່ຮັກມັກໃນສຽງເພງ ສຽງດົນຕີ
ກໍກຽມໂຕກັນເອົາໄວ້ ຄ່ຳຄືນນີ້ມື້ອື່ນນີ້
ແລ້ວຈະເປັນມື້ສະແດງ ແລະການສະ
ແດງ ຄັ້ງນີ້ກໍເປັນງານທີ່ເປີດໂອກາດ
ໃຫ້ທຸກຄົນໄດ້ຊົມລ້າໆ ໂດຍບໍ່ເສຍຄ່າ
ຜ່ານປະຕູເລີຍ.... ຢ່າລືມສຳຜັດບັນຍາກາດຄອນເສີດນີ້
ໄດ້ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ງານເລີ່ມ 19:00 ໂມງ ເປັນຕົ້ນໄປ.

 

* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 02-06-2005

Concert photo gallery 
Concert photo gallery 
 

   

2003 © ສະຫງວນລິຂະສິດ, ມະຫາສານ.ຄອມ
design@mahasan.com