ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 : ເລືອກຮຽນວິຊາທີ່ມັກ
 :: ຮຽນຫຍັງຈຶ່ງຈະໄດ້ງານໄວ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ອິນເຕີເນັທ
 :: ດາວໂຫລດຊອັຟແວຣ໌ໃໝ
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 :: ສຸຂະພາບທົ່ວໄປ
 :: ການນຳໃຊ້ຢາຕ່າງໆ...!
 :: ທ່ານໝໍຜູ້ຊ່ຽວຊານຕ່າງໆ
 :: ໂຮງໝໍ ແລະ ຄລີນິກ
 

Click for Vientiane, Lao Peoples Republic Forecast

 

 
 
ມະຫາສານ>>ສິລະປະບັນເທິງ>>ງານຄອນເສີດມິດຕະພາບ ລາວ-ຍີ່ປຸ່ນ
ງານຄອນເສີດມິດຕະພາບ ລາວ-ຍີ່ປຸ່ນ

Lao - Japan Live Concert Project
                                                                                GypsyQueen's Back Live Show

ການກັບມາຂອງ "ຢິບຊີຄວິນ" ຖືວ່າເປັນ
ການສ້າງຄວາມປະທັບໃຈກັນ ໄປເປັນທີ່ຫນ້າຊື່ນ
ຕາບານ ສຳລັບວົງດົນຕີປ໋ອບ
ຈາກຍີ່ປຸ່ນ "ຢິບຊີຄວິນ" ທີ່ມາເປີດການສະແດງໃນໂອກາດຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນມິດຕະພາບລາວ-ຍີ່ປຸ່ນ ຊຶ່ງ
ການສະແດງຄັ້ງນີ້ມີຂື້ນທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ເມື່ອຄ່ຳຄືນວັນທີ 27-28 ພຶດສະພານີ້.


ວັນສະແດງ ສອງມື້ຊ້ອນ 27-28 ພຶດສະພາ ເລີ້ມແຕ່ເວລາ 19.00 - 20.30 ສະຖານທີ່ ຫໍວັດທະນາທຳ
ແຫ່ງຊາດ ຄ່າເຂົ້າຊົມ ຟຣີ
(FREE) ຈັດໂດຍ ສະຖານທູດຢີ່ປຸ່ນ ປະຈໍາລາວ ໂດຍການ ຮ່ວມມືກັບ ກະຊວງຖະແຫຼ່ງຂ່າວ ແລະວັດທະນາທໍາ

GYPSY QUEEN, JAPAN

NOY SENGSOURIGNA, LAOS

 "ຢິບຊີຄວິນ" ເຄີຍມາສ້າງຄວາມປະທັບໃຈໃຫ້ຊາວນະຄອນຫລວງວຽງຈັນຄັ້ງຫນື່ງແລ້ວ ໃນໂອກາດປີແລກປ່ຽນວັດທະນະທຳຍີ່ປຸ່ນອາຊຽນ ເມື່ອປີ 2003 ແລະ ການກັບມາຄາວນີ້ຂອງເຂົາເຈົ້າກໍບໍ່ໄດ້ເຮັດໃຫ້ມົນສະເຫນ່ແຫ່ງສຽງເພງຫນ້ອຍລົງເລີຍ ກົງກັນຂ້າມຍິ່ງເພີ່ມຄວາມປະທັບໃຈ
ໃຫ້ຜູ້ຊົມຫລາຍຂື້ນ ຊຶ່ງດ້ວຍລີລາການຫລີ້ນດົນຕີທີ່ເປັນເອກະລັກບວກກັບສຽງຮ້ອງການສະແດງຫນ້າເວທີທີ່ດີຍິ່ງນັ້ນ ໄດ້ດຶງດູດທຸກສາຍຕາ
ຈ້ອງຢູ່ກັບທຸກການສະແດງຢ່າງຈົດຈໍ່.
  ຫລາກຫລາຍທ່ວງທຳນອງ-ບົດເພງຂອງ "ຢິບຊີຄວິນ" ຊຶ່ງມີນາງຊີນົງ ເປັນນັກຮ້ອງນຳ ໄດ້ສະແດງຄວາມເປັນໂຕຕົນຂອງວົງດົນຕີວົງນີ້
ຢ່າງເດັ່ນຊັດ ແລະ ທີ່ພິເສດ "ຢິບຊີຄວິນ" ຍັງໄດ້ນຳເອົາເພງລາວທີ່ມີຊື່ສຽງຫລາຍເພງມາສ້າງທ່ວງທຳນອງໃຫມ່ໃນຮູບແບບຂອງເຂົາເຈົ້າ
ທີ່ອອກມາຫນ້າຝັງບໍ່ຢອກ ເຊັ່ນ ເພງ ວຽງໃນຝັນ, ກຸຫລາບປາກຊັນ ດັ່ງນີ້ ເປັນຕົ້ນ.
  ການສະແດງຄັ້ງນີ້ ນອກຈາກຈະມີສິລະປິນຈາກຍີ່ປຸ່ນຄື "ຢີບຊີຄວິນ" ທີ່ມາສ້າງສີສັນໃຫ້ຄວາມມ່ວນຊື່ນສຳລານແລ້ວ ຍັງມີສິລະປິນຮັບເຊີນ
ທີ່ມາກດ້ວຍຄວາມສາມາດຂອງລາວເຮົາຮ່ວມສະແດງອີກດ້ວຍ ເຂົາຜູ້ນີ້ຄື ນ້ອຍ ແສງສຸລິຍາ ສິລະປິນສາວຜູ້ມີພອນສະຫວັນເຕັມປ່ຽມ ຊຶ່ງ
ນາງມາສ້າງສີສັນທັງຮ້ອງເພງ ທັງສະແດງຄວາມສາມາດທາງການຫລີ້ນດົນຕີ ແລະ ການເຕັ້ນລຳທີ່ຫນ້າອອນຊອນນັ້ນ ກໍສາມາດຮຽກສຽງ
ຕົບມືໄດ້ບໍ່ຂາດສາຍ.
  ນ້ອຍ ແສງສຸລິຍາ ແລະ ຊີນົງ ແຫ່ງ "ຢີບຊີຄວິນ" ໄດ້ຮ່ວມກັນຮ້ອງເພງທີ່ແຕ່ງຂື້ນພິເສດເພື່ອງານນີ້ ຊຶ່ງມີຊື່ວ່າ "ວຽງຈັນ" ເພງນີ້ມີເນື້ອຫາ
ງົດງາມຫລາຍ ຊຶ່ງກ່າວເຖິງຄວາມງາມຂອງຕົວເມືອງວຽງຈັນ.
  ງານຄອນເສີດຄັ້ງນີ້ປິດສາກລົງຢ່າງງົດງາມ ດ້ວຍການແຈກລາຍເຊັນໃຫ້ບັນດາແຟນເພງທີ່ອັ່ງອໍກັນຫນ້າເວທີ ຊຶ່ງມັນໄດ້ເປັນພາບທີ່ບໍ່ອາດ
ລືມ ສຳລັບຜູ້ທີ່ຮັກມັກໃນສຽງດົນຕີ ແລະ ຜູ້ທີ່ຮັກ "ຢິບຊີຄວິນ" ໄດ້ແຕ່ຫວັງວ່າວັນຫນື່ງ "ຢິບຊີຄວິນ"  ຈະກັບມາໃຫມ່ ພ້ອມການສະແດງ
ທີ່ປະທັບໃຈເຊັ່ນນີ້ອີກ.

ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 31-05-2005


ງານຄອນເສີດມິດຕະພາບ ລາວ-ຍີ່ປຸ່ນ ຫມູ່ເພື່ອນມີຄວາມປະທັບໃຈເປັນແນວໃດ?
ກະລຸນາສົ່ງຄວາມຄິດເຫັນຜ່ານທາງເວັບບອດມະຫາສານ ຄຣິກບ່ອນນີ້

 
 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563