ຫນ້າທໍາອິດ

ຕິດຕໍ່ພວກເຮົາ ກະດານສົນທະນາ ສະໜັບສະໜູນ ຫ້ອງສົນທະນາ Chat room ກ່ຽວກັບພວກເຮົາ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 



 

 

ງານຄອນເສີດທີ່ສູນການຄ້າສາກົນລາວໄອເຕັກຂອງວາເລັນທາຍມິວສິກ  
     ງານຄອນເສີດເມື່ອຄືນຂອງວັນທີ 6 ຕຸລາທີ່ຜ່ານມາທີ່ສູນການຄ້າລາວ-ໄອເທັກຂອງຄ້າຍ ວາເລັນທາຍມິວສິກ ຈັດຂຶ້ນເພື່ອຫາລາຍໄດ້ເຂົ້າສົມທົບທຶນການກຸສົນເພື່ອເດັກດ້ອຍໂອກາດທາງດ້ານການສຶກສາທີ່ຢູ່ເຂດຫ່າງໄກສອກຫລີກ ແລະຍາກໄຮ້ ຈັດຄອນເສີດຄັ້ງນີ້ໂດຍການສະໜັບສະໜູນຈາກຫລາຍໆ ໜ່ວຍງານ ຫລື ບໍລິສັດ(ບສ) ເຊັ່ນ: ລັດວິສາຫະກິດລາວໂທລະຄົມ, ມູນນິທິສົ່ງເສີມການສຶກສາ, ບໍລິສັດ ແສງວິໄຊກໍ່ສ້າງ ສ້ອມແປງ, ຮ້ານ Top Phone, ໂຮງຮຽນສັດຕະວັດທີ 21, ສົມໃຈການພິມ, DataCom, ໂຮງງານຜະລິດປຶ້ມຂຽນ ສະຫວ່າງການພິມ, ບສ ຫລວງພະບາງການຄ້າ ຂາອອກ-ຂາເຂົ້າ ຈຳກັດ, BNK Music, ບສ ເມຣິຍາ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ, Boss Phone, Lao Mobile Group ແລະ Informatics Computer School ງານນີ້ບໍ່ໄດ້ມາແຕ່ສິລະປິນພຽງຄ້າຍວາເລັນທາຍ ຄ້າຍດຽວ ເພາະຍັງມີສິລະປິນຮັບເຊີນ ຈາກຄ້າຍແຟນແຟ້ມ ເຊັ່ນ: Lomax, Mayula, ແລະ Freshy Girls ນຳອີກດ້ວຍ

     ບັນຍາກາດພາຍໃນງານຄືນນີ້ ສຳລັບຕົວເອງແມ່ນຖືວ່າຄຶກຄື້ນພໍສົມຄວນ ເນື່ອງຈາກທ່ານຜູ້ຊົມມາຢ່າງຄັບຄາໜາແໜ້ນ ບວກກັບເຫລົ່າບັນດາ ສິລະປິນທັງຫລາຍມີແຕ່ຜູ້ຫລໍ່ໆ ງາມໆ "ອັນແບບວ່າເຂົ້າຕາກຳມະການໝົດທຸກຄົນ" ແລະນ້ຳສຽງທີ່ຮ້ອງອອກມາກໍ່ບໍ່ໄດ້ນ້ອຍໃຜເລີຍ ຈຶ່ງເຮັດໃຫ້ສຽງ ກຣີດຂອງບັນດາແຟນເພງ ແຈບຫູໄປອ້ອມເວທີເລີຍ "ເວົ້າໂມ້" ແລະສິລະປິນແຕ່ລະຄົນກໍ່ທຸ່ມເທເອົາຈິງເອົາຈັງລົງລາຍອອກທ່າເຕັ້ນຕາມແນວຂອງແຕ່ ລະຄົນໄປ ເອົາຫລະຖ້າເວົ້າໄປຫລາຍກໍ່ຢ້ານບໍ່ເຊື່ອ ພຽງເວົ້າທໍ່ນີ້ກໍ່ຍັງມີບາງຄົນບໍ່ເຊື່ອຫລະ ແຕ່ຖ້າຜູ້ໃດໄດ້ໄປເຫັນກັບຕາ ຫລື ວ່າໄດ້ຊົມການຖ່າຍທອດສົດທາງໂທລະພາບກໍ່ຈະຮູ້ແລ້ວວ່າເປັນຄວາມຈິງເນາະ "ຕອບແດ່ແມ໋" ດັ່ງນັ້ນຂ້ານ້ອຍຈຶ່ງຂໍບັນລະຍາຍທໍ່ນີ້ກ່ອນ

* ເນື້ອໃນ ແລະ ຮູບພາບ:  ແສງເພັດ ພິມມະສອນ
  ຖ້າມີຂໍ້ຜິດພາດຂໍຄວາມກະລຸນາແຈ້ງຄວາມເຈດຈຳນົງໄດ້ທີ່ sengphet@mahasan.com

       
ໄປເບິ່ງບັນຍາກາດພາຍໃນງານກັນວ່າເປັນແນວໃດ
Photo Gallery SD Studio Inc. Concert
   
         

 

2003 © ສະຫງວນລິຂະສິດ, ມະຫາສານ.ຄອມ
sengphet@mahasan.com