ຫນ້າທໍາອິດ

ຕິດຕໍ່ພວກເຮົາ ກະດານສົນທະນາ ສະໜັບສະໜູນ ຫ້ອງສົນທະນາ Chat room ກ່ຽວກັບພວກເຮົາ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 



 


 

ການສະແດງສິລະປະດົນຕີຈາກສະຖາບັນດົນຕີຮ່າໂນ່ຍແຫ່ງ ສ.ສ ຫວຽດນາມ  
ນະຄອນຫລວງວຽງຈັນຮ່ວມສະຫລອງວັນຊາດ ສ.ສ ຫວຽດນາມຄົບຮອບ 59 ປີ 2/9/1945-2/9/2004 ຢ່າງສຸດອົກສຸດໃຈ
ເນື່ອງໃນໂອກາດວັນຊາດແຫ່ງ ສ.ສ ຫວຽດນາມ ຄົບຮອບ 59 ປີ ພະແນກຖະແຫລງຂ່າວ ແລະ ວັດທະນະທຳ (ຖ.ວ) ນະຄອນຫລວງຮ່ວມກັບສະຖານອັກຄະລັດຖະທູດ ແຫ່ງ ສ.ສ ຫວຽດນາມ ໄດ້ຈັດການສະແດງສິລະປະດົນຕຣີ ເພື່ອສະເຫລີມສະຫລອງວັນດັ່ງກ່າວຂື້ນໂດຍເປັນກຽດເຂົ້າຮ່ວມຊົມ ທ່ານ ທອງສິງ ທຳມະວົງ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍທ່ານລັດຖະມົນຕີວ່າການກະຊວງ ຖ.ວ ທ່ານຫົວໜ້າພະແນກ ຖ.ວ ນະຄອນຫລວງ ກົມກອງອ້ອມຂ້າງສະຖານທູດຫວຽດນາມປະຈຳລາວ ພະແນກການຕ່າງໆ ແລະ ມວນຊົນຊາວນະຄອນຫລວງເຂົ້າຮ່ວມຢ່າງຫລວງຫລາຍ.
    ການສະແດງສິລະປະດົນຕຣີຄັ້ງນີ້ແມ່ນການສະແດງຂອງວົງດົນຕີຈາກສະຖາບັນດົນຕຣີຮ່າໂນ້ຍ ຊຶ່ງເປັນວົງດົນຕຣີຊິມໂຟນີ ລະດັບຊາດແຫ່ງ ສ.ສ ຫວຽດນາມ ທີ່ມີຊື່ສຽງ ແລະ ໄດ້ນຳເອົາບົດເພງເສບ ແລະ ບົດເພງຮ້ອງ 10 ກ່ວາລາຍການມາສະແດງໃຫ້ໄດ້ຊົມ ແລະ ຮັບຟັງ ບົດເພງ ທີ່ມີຊື່ສຽງຂອງລາວ ແລະ ຂອງ ສ.ສ ຫວຽດນາມ ລວມທັງບົດເສບ ແລະ ຂັບຮ້ອງທີ່ໄດ້ປະດິດຄິດແຕ່ງຂື້ນມາໃໝ່ນຳອີກ ເຊິ່ງສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ເຂົ້າມາຊົມ ເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມເບິກບານມ່ວນຊື່ນ ແລະ ສ່ອງແສງໃຫ້ເຫັນເຖິງໄຊຊະນະຂອງການປະຕິວັດຫວຽດນາມ ແລະ ການພົວພັນຮ່ວມມືແບບພິເສດ ລະຫວ່າງສອງຊາດລາວ ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ.
* ເນື້ອໃນ:  ໜັງສືພິມວຽງຈັນໃໝ່, ສະບັບວັນທີ 06/09/2004
* ຮູບພາບ:  ແສງເພັດ ພິມມະສອນ
       
ໄປເບິ່ງບັນຍາກາດພາຍໃນງານກັນວ່າເປັນແນວໃດ
Photo Gallery Close up music award 2004
   
4 5 7.1                 9 9.6



 

2003 © ສະຫງວນລິຂະສິດ, ມະຫາສານ.ຄອມ
sengphet@mahasan.com