ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຜົນ​ການ​ສຶກສາ​ ວຽກ​ງານ​ສິດສອນ​ຢູ່ ສປປ ລາວ

ການ​ເຜີຍ​ແຜ່​ຜົນຂອງ​ການ​ສຶກສາ ​ກ່ຽວ​ກັບ​ວຽກ​ງານ​ສິດສອນ​ຢູ່​ ສປປ ລາວ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນບ່າຍ​ວັນ​ທີ 25 ມີນາ​ນີ້, ​ໂດຍ​ແມ່ນກົມ​ສ້າງ​ຄູ ກະຊວງ​ສຶກສາ ຮ່ວມ​ກັບທະນາຄານ​ໂລກ ​ຊຶ່ງ​ມີນັກວິຊາ ການ​ທີ່​ກ່ຽວຂ້ອງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ ​ເພື່ອ​ຮັບ​ຟັງ​ຜົນ​ຂອງ​ຄວາມ​ຄືບ​ໜ້າດ້ານ​ການ​ສຶກສາ​ຢູ່ ສປປ ລາວ ແນໃສ່ບັນລຸ​ການ​ສຶກສາ
​ເພື່ອ​ໝົດ​ທຸກ​ຄົນ ​​ປະກອບສ່ວນ​ໃນ​ການ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ໃນ ສປ ປ ລາວ, ​ ​ເລັ່ງ​ໃສ່​ການ​ປັບປຸງ​ຄຸນ​ນະພາ​ບ
ຂອງ​ການ​ຮຽນ-ການ​ສອນ ​ໂດຍ​ການ​ເສີມ​ສ້າງ​ຄວາມ​ສາມາດ​ຂອງ​ລະບົບ​ການ​ສ້າງ​ຄູ ແລະ ປັບປຸງ​ນະ​ໂຍບາຍ​ຕໍ່​ຄູ.

ຕາມ​ການ​ລາຍງານ​ ຂອງຜູ້ຕາງໜ້າ​ ທະນາຄານ​ໂລກ ປະຈຳ​ລາວ ຕໍ່​ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ເລີ່ມ​ວິ​ໃຈ​ຜົນຂອງ​ການ​ສຶກສາ​ ກ່ຽວ​ກັບ​ວຽກ​ງານ​ສິດສອນ​ຢູ່​ ສປປ ລາວ ​ແຕ່​ປີ 2005 ແລະ ການດຳ​ເນີນກ່ຽວ​ກັບ​ສະ ພາບ​ລວມຂອງ​ວຽກ​ງານການ​
ສຶກສາ, ສະພາບ​ຄູ, ການ​ສ້າງ​ຄູ, ​ເງິນ​ເດືອນ​ຂອງ​ຄູ-ສິ່ງ​ກະ​ຕຸ້ນ ແລະ ການ​ປະຕິ ບັດການ​ສິດສອນ​ຂອງ​ຄູໃນ​ທົ່ວ​ປະ​ເທດ,
ນັບ​ແຕ່​ປີ 1960 ປະຊາກອນ​ທີ່​ມີ​ອາຍຸ 16 ຫາ 80 ປີ ຢູ່ ສປປ ລາວ ​ໂດຍ​ສະ​ເລ່ຍ​ແລ້ວ ຈົບ​ປີ​ທີ​ສອງ​ຂອງ​ການ​ສື​ກສາ, ​ໃນ​ປີ 2003 ​ໂດຍ​ສະ​ເລ່ຍກຸ່ມ​ປະຊາກອນ​ທີ່​ມີ​ອາຍຸ​ດັ່ງກ່າວ ສາ ມາດເຂົ້າ​ຮຽນ​ເຖິງ​ຫາ​ປີ​ເຄິ່ງ, ​ໃນ​ປີ 2004 ອັດຕາ​ການ​ຮູ້​
ໜັງສື​ຂອງ​ຜູ້​ທີ່​ມີ​ອາຍຸ ລະຫວ່າງ 15-24 ປີ ແມ່ນ 78,5%, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອັດຕາ​ສະ​ເລ່ຍດັ່ງກ່າວ ກໍ​ມີ​ຄວາມ​ແຕກ
​ຕ່າງ​ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ເພດ ຫລື ຊົນ​ເຜົ່າ. ການ​ເຂົ້າ​ເຖິງ​ໂຮງຮຽນ​ປະຖົມ ​ແມ່ນ​ມີ​ສູງ 44% ຂອງ​ປະຊາຊົນ ອາ​​ໄສ​ຢູ່​ບ້ານ​ທີ່​ມີ​ໂຮງຮຽນ​ປະຖົມ ​ແຕ່​ວ່າ​ມີ​ນັກຮຽນ​ຈຳນວນ​ໜ້ອຍ​ ທີ່​ສາມາດ​ເຂົ້າ​ເຖິງ​ໂຮງຮຽນ​ມັດທະຍົມ​ຕົ້ນ ​ແລະ ມີ​ຈຳນວນ​ໜ້ອຍ​ທີ່​ສຸດ ທີ່​ສາມາດ​ເຂົ້າ​ເຖິງ​ໂຮງຮຽນ​ມັດທະຍົມ​ປາຍ, ຊາວໜຸ່ມ​ທີ່​ທຸກ​ຍາກ ມີ​ໂອກາດ​ເຂົ້າ​ເຖິງ​ການ​ສຶກສາ​ໜ້ອຍ
​ກວ່າ​ໝູ່, ​ເດັກ​ຍິງ​ກໍ​ມີ​ອັດຕາ​ການ​ເຂົ້າ​ຮຽນ​ຕ່ຳ​ກວ່າ​ເຊັ່ນ​ດຽວ​ກັນ, ຊາວ​ໜຸ່ມ​ຍິງ​ພຽງ​ແຕ່ 46% ທີ່​ໄດ້​ເຂົ້າ​​ໂຮງຮຽນປະຖົມ ​ເມື່ອ​ທຽບ​ໃສ່​ຊາວ​ໜຸ່ມຊາຍ​ມີ​ເຖິງ 54%, ຂະນະ​ທີ່ອັດຕາ​ການ​ເຂົ້າ​ຮຽນ​ຂອງ​ເດັກ​ຍິງ ​ແລະ ​ເດັກ​ຊາຍ ​ມີ​ຖານະ​ດີ ທີ່​ອາ​ໄສ​
ໃນ​ເຂດ​ຕົວ​ເມືອງ ​ແມ່ນມີ​ສູງ​ເຖິງ 93% ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ເຖິງ 50%.

 ອັດຕາ​ການ​ຮຽນ​ຈົບ​ຊັ້ນປະຖົມ​ຢູ່​ລາວ ​ແມ່ນ​ຍັງ​ຕ່ຳໜຶ່ງ​ສ່ວນ​ສາມ​ ຂອງ​ຈຳນວນ​ນັກຮຽນ​ທີ່​ເຂົ້າ​ຮຽນ ປ.1 ທີ່​ຄາດ​ວ່າ​ຈະ
​ສາມາດ​ຮຽນ​ຈົນ​ຈົບ​ທັງ​ຫ້າ​ປີ​ ຂອງ​ຊັ້ນປະຖົມ, ອັດຕາ​ການ​ຮຽນຈົບ​ຊັ້ນສຳລັບ​ນັກຮຽນ​ຍິງ ​ແມ່ນ​ຕ່ຳ​ກວ່າ ຍ້ອນ​ອັດຕາ​ຄ້າງ​
ຫ້ອງ ຢູ່​ຊັ້ນປະຖົມມີ​ສູງ ​ໂດຍ​ສະ​ເພາະ​ແມ່ນ ປ.1 ແລະ ປ.2, ນັກຮຽນ​ທີ່ຕ້ອງຮຽນ​ຄືນ​ຢູ່​ປະຖົມ ຊັ້ນຕ່າງໆ ​ສ່ວນ​ຫລາຍ
​ແມ່ນ​ນັກຮຽນ​ຊາຍ, ການ​ຄ້າງ​ຫ້ອງ​ແມ່ນ​ບັນຫາ​ຂອງ​ໂຄງ​ຮ່າງ​ການ​ຮຽນ.

 ການ​ໃຊ້​ຈ່າຍ​ຂອງ​ພາກ​ລັດ​ເຂົ້າ​ໃນ​ຂະ​ແໜງ​ສຶກສາ ຢູ່ ສປປ ລາວ ​ແມ່ນ​ຍັງ​ຕ່ຳ​ຫລາຍ ສປປ​ ລາວ ​ໃຊ້​ຈ່າຍ​ພຽງ​ແຕ່ 2% ຂອງ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຕໍ່​ຫົວ​ຄົນ ​ເຂົ້າ​ໃນ​ການ​ສຶກສາ​ຊັ້ນປະຖົມ ​ແລະ ໜ້ອຍ​ກວ່າ 3% ຂອງ GDP ເຂົ້າ​ໃນ​ການ​ສຶກສາ​ຊັ້ນມັດທະຍົມ. ຄູ​ຊັ້ນປະຖົມ​ຢູ່ ສປປ ລາວ ສ່ວນ​ໃຫຍ່ ແມ່ນ​ຊາວ​ໜຸ່ມ ທີ່​ມີ​ອາຍຸ​ການ​ສອນ 13 ປີ ​ໂດຍ​ໄດ້​ຮັບ​ການ​ສຶກສາລະ​ດັບ​ມັດທະຍົມ​ຕົ້ນ ​ແລະ ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ການ​ສອນ​ຢ່າງ​ເປັນ​ທາງ​ການ. ຢູ່​ເຂດ​ຊົນນະບົດ, ຄູ​ສ່ວນ​ໃຫຍ່​ຍັງ​ໜຸ່ມ, ຂາດ​ປະສົບ​ການ ​ແລະ ມີ​ການ​ສຶກສາ​ໜ້ອຍ, ຄູ​ຊັ້ນມັດທະຍົມ​ຕົ້ນ​ສ່ວນ​ໃຫຍ່​ແມ່ນ​ຜູ້​ຊາຍ​ທີ່​ມີ​ອາຍຸ
ຂ້ອນ​ຂ້າງ​ສູງ​ກວ່າ​ຄູ​ໃນ​ຊັ້ນປະຖົມ ​ແລະ ​ໄດ້​ຈົບ​ຊັ້ນມັດ​ທະ​ຍົມ​ປາຍ​ ບວກ​ກັບ​ການ​ໄດ້​ຮັບ​ຝຶກ​ອົບຮົມ​ການ​ສິດສອນ​ຢ່າງ
​ເປັນ​ທາງ​ການ. ໃນ​ສົກຮຽນ​ປີ 2004/05 ຄູ​ສ່ວນ​ໃຫຍ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ກ່ອນ​ທີ່​ຈະ​ມາ​ສອນ ​ແຕ່​ການ​ສືບຕໍ່ທີ່​ຈະ​ໄດ້​ຮັບ
​ການ​ພັດທະນາ​ດ້ານ​ອາຊີ​ບຍັງ​ບໍ່​ຕໍ່​ເນື່ອງ ຊຶ່ງ​ຈຳນວນ​ຄູ​ທີ່​ບໍ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ມີ​ພຽງ 14% ຖ້າ​ສົມ​ທຽບ​ໃສ່​ສີ່​ປີຜ່ານມາ, ໜຶ່ງ​ສ່ວນ​ສາມ​ຂອງ​ຈຳນວນ​ຄູ​ຊັ້ນມັດທະຍົມ​ຕົ້ນ ທີ່​ໄດ້​ລາຍ​ງານ​ວ່າ ບໍ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ຮູບ​ແບບ​ໃດໆ​ເລີຍ ​ໃນ​ຊຸມ​ປີ
ທີ່​ຜ່ານ​ມາ. ສຳລັບ​ແຜນ​ງານ​ການ​ສ້າງ​ຄູ ແບບ​ສະ​ເພາະ ຈົນ​ເຖິງ​ປີ​ທີ່​ຈະ​ຕ້ອງ​ລົງ​ຝຶກ​ຫັດ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ທີ່​ຈົບ​
ການ​ສຶກສາ​ຊັ້ນກາງ ແມ່ນ​ຍັງ​ມີ​ຈຳກັດ​ຫລາຍ ​ເພື່ອ​​ໃຫ້​ຄຸນ​ນະພາ​ບຂອງ​ຄູ ແລະ ການ​ສອນ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ການ​ຂະ ຫຍາຍ​ການ​ເຂົ້າ​ເຖິງ​ການ​ສຶກສາ​ຊັ້ນມັດທະຍົມ​ຕົ້ນ ​ແລະ ມັດທະຍົມ​ປາຍ ​ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ​ຕ້ອງ​ໄດ້​ປະຕິ ບັດ ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ​ຂອງ​ຄຸນ​ນະພາ​ບຂອງ​ການ​ຝຶກ​ອົບຮົມ​ກ່ອນ​ການ​ສອນ​ຕົວ​ຈິງ.

ເປົ້າ​ໝາຍ​ການ​ສຶກສາ ທີ່​ກອງ​ປະຊຸມ​ພັກ​ ວາງ​ອອກ​ນັ້ນ ​ໄດ້​ເນັ້ນໜັກ​ໃສ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແມ່ນ​ຂຶ້ນກັບ​
ການ​ປະຕິ​ຮູບ​ການ​ສຶກສາ​ທີ່​ສາມາດ​ກ້າວ​ໄປ​ສູ່​ການ​ສຶກສາຂັ້ນພື້ນຖານ​ທີ່​ກວ່າ, ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ຕົວ​ຊີ້ວັດ​ວ່າ​ດ້ວຍ​
ປະສິດທິພາບ​ພາຍ​ໃນ​ທີ່​ຍັງ​ຕ່ຳ, ການ​ເຂົ້າ​ເຖິງ​ການ​ສຶກສາ ​ແລະ ການ​ສຶກສາ​ໃນ​ເຂດ​ຫ່າງ​ໄກ​ສອກຫລີກ-​ເຂດ​ພູດ​ອຍທີ່​ຍັງ​ຕ່ຳ ແລະ ຄວາມ​ບໍ່​ສະ​ເໝີ​ພາບ ​ໃນ​ການ​ເຂົ້າ​ເຖິງ ​ແລະ ການ​ໄດ້​ຮັບ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ ລະຫວ່າງ ​ເຂດ​ຊົນນະບົດ ​ແລະ ຕົວ​ເມືອງ, ​ເດັກ​ຊາຍ ​ແລະ ​ເດັກ​ຍິງ ຊົນ​ເຜົ່າ, ຍ້ອນ​ວ່າ ຄູ​ແມ່ນ​ມີ​ບົດບາດ​ສຳຄັນ ຕໍ່​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ, ການ​ປັບປຸງ​ສະພາບ​ຄູ​ທາງ​ດ້ານ​ເງິນ​ເດືອນ, ການ​ສຶກສາ ຫລື ການ​ພັດທະນາ​ດ້ານ​ວິຊາ​ຊີບ ຕ້ອງ​ແມ່ນ​ບູລິ​ມະ​ສິດ​ທີ່​ສຳຄັນ

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 27-03-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564