|

ນາງ ດາວເຮືອງ ໄຊມຸງຄຸນ ປັດຈຸບັນເປັນນັກຮຽນຢູ່ຫ້ອງມໍ 6/1 ຂອງໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ
ເປັນຜູ້ຫນຶ່ງທີ່ຮຽນດີຮຽນເກັ່ງມາແຕ່ຊັ້ນປະຖົມ ຍ້ອນມີຄວາມດຸຫມັ່ນໃນການຄົ້ນຄວ້າຮ່ຳຮຽນ ໂດຍສະເພາະພາສາຕ່າງປະ
ເທດ (ພາສາຝຣັ່ງ)ເນື່ອງຈາກຄອບຄົວມີເງື່ອນໄຂສະດວກ ພາຍຫລັງຮຽນຈົບຊັ້ນມໍ 3 ຄອບຄົວຂອງລາວກໍສົ່ງໄປຮຽນຕໍ່ທີ່
ປະເທດຝຣັ່ງ ເປັນເວລາ 3 ປີເຕັມ ໂດຍສະເພາະແມ່ນຮຽນບຳລຸງພາສາຝຣັ່ງ.
ນາງ ດາວເຮືອງ ໄດ້ກ່າວວ່າ: ພາຍຫລັງຮຽນບຳລຸງພາສາຝຣັ່ງ ຈາກປະເທດຝຣັ່ງ ເປັນເວລາ 3 ປີ ກໍໄດ້ກັບຄືນ
ມາຮຽນຕໍ່ຊັ້ນມໍ 4 ຂອງໂຮງຮຽນແຫ່ງນີ້ໃນຫ້ອງຮຽນສອງພາສາ ເຊິ່ງຈະໄດ້ຮຽນພາສາຝຣັ່ງ ໃນວິຊາວິທະຍາສາດ ຄວບຄູ່
ກັບພາສາລາວ ນອກຈາກຈະເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນພາສາຝຣັ່ງ ແລ້ວຕົນເອງກໍຍັງໄດ້ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນໃນ
ທຸກໆວິຊາຮຽນ ຈົນສາມາດຮຽນດີ ແລະ ຮຽນເກັ່ງ ມີຄະແນນຮຽນດີໃນທຸກໆວິຊາ.
ໃນສົກຮຽນ 2006-2007 ທີ່ຜ່ານມາ ຍ້ອນເອົາໃຈໃສ່ຮຽນຮູ້ພາສາຝຣັ່ງ ດີສົມຄວນ ຈຶ່ງໄດ້ຖືກຄັດເລືອກຈາກໂຮງ
ຮຽນ ເປັນຕົວແທນເຂົ້າຮ່ວມການສອບເສັງນັກຮຽນເກັ່ງທາງດ້ານການໃຊ້ພາສາຝຣັ່ງ ເຊິ່ງສາມາດສອບເສັງຜ່ານ ຖືກຄັດ
ເລືອກໃຫ້ເປັນຕົວແທນຂອງນັກຮຽນລາວ ເຂົ້າຮ່ວມການແຂ່ງຂັນພາສາຝຣັ່ງ ໃນລະດັບອາຊຽນຢູ່ປະເທດສິງກະໂປ ແລະ
ສາມາດຍາດໄດ້ອັນດັບທີ 5 ໃນການແຂ່ງຂັນໃນຄັ້ງນີ້ ເຊິ່ງມັນໄດ້ກາຍເປັນສິ່ງພາກພູມໃຈໃຫ້ແກ່ພໍ່ແມ່ຍາດພີ່ນ້ອງ ແລະ
ຄູ-ອາຈານ ພິເສດມັນໄດ້ກາຍເປັນກຳລັງແຮງອັນດີ ທີ່ຈະຊຸກຍູ້ໃຫ້ຕົນເອງໄດ້ບຸກບືນພະຍາຍາມຕັ້ງໃຈຄົ້ນຄວ້າຮ່ຳຮຽນໃຫ້ດີ
ກ່ວາເກົ່າ ເພື່ອຈະມີໂອກາດໄດ້ເຂົ້າຮ່ວມແຂ່ງຂັນໃນຄັ້ງຕໍ່ໄປ ແລະ ຍັງເປັນການສ້າງພື້ນຖານໃຫ້ແກ່ຕົນເອງ ເພື່ອກຽມໃສ່
ການສອບເສັງຈົບຊັ້ນມໍ 6 ໃນສົກຮຽນ 2007-2008 ນີ້
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
4-04-2008 |