|
ໂຮງຮຽນວິທະຍາການສາທາລະນະສຸກ
ແມ່ນໂຮງຮຽນວິຊາຊີບທາງດ້ານການແພດຫລາຍພາກວິຊາ
ເຊິ່ງເປັນແຫ່ງທຳອິດໃນ ສປປ ລາວ
ທີ່ຂື້ນກັບການຊີ້ນຳ-ນຳພາດ້ານວິຊາການຈາກກະຊວງສາທາລະນະສຸກ
ສ່ວນວຽກງານການນຳພາດ້ານການເມືອງແນວຄິດ ແກ້ໄຂຊີວິດການເປັນຢູ່ ການປ້ອງກັນຄວາມສະຫງົບ ແລະ
ດ້ານບໍລິຫານອື່ນໆ ແມ່ນຢູ່ພາຍໃນການຄຸ້ມຄອງວິທະຍາໄລ, ໂຮງຮຽນວິທະຍາການສາທາລະນະສຸກ
ໄດ້ສ້າງຕັ້ງຂື້ນເມື່ອປີ 1976 ໂດຍເຮັດຫນ້າທີ່ກໍ່ສ້າງ
ແລະ
ບຳລຸງສ້າງພະນັກງານສາທາລະນະສຸກຫລາຍຂະແຫນງຄື:
ພະຍາບານສາດປະລິນຍາຕີ (ຕໍ່ເນື່ອງ)
ວິເຄາະການແພດປະລິນຍາຕີ (ຕໍ່ເນື່ອງ),
ພະຍາບານເຕັກນິກຊັ້ນກາງ
ວິທະຍາສາດການແພດຊັ້ນກາງ ການຢາຊັ້ນກາງ ຄຸ້ມຄອງ ອະນາໄມຊັ້ນກາງ ແລະ
ກາຍຍະບຳບັດຊັ້ນກາງ.
ວິທະຍາໄລສາທາລະນະສຸກ ມີພະນັກງານທັງຫມົດ 81 ຄົນ, ແບ່ງອອກເປັນ 4 ພະແນກການ
ມີພະແນກຫ້ອງການບໍລິຫານ, ພະແນກການເງິນ-ຄຸ້ມຄອງ, ພະແນກຈັດຕັ້ງນະໂຍບາຍ,
ພະແນກບໍລິຫານວິຊາການ
ທາງດ້ານວຽກງານວິຊາສະເພາະແບ່ງອອກເປັນ 2
ລະດັບຄື: ລະດັບປະລິນຍາຕີ (ຕໍ່ເນື່ອງ) ມີ 2 ຂະແຫນງ:
1. ຂະແຫນງພະຍາບານສາດ
2. ຂະແຫນງວິເຄາະການແພດ
ລະດັບອານຸປະລິນຍາ (ຊັ້ນກາງ) ມີຢູ່ 5
ຂະແຫນງຄື: ຂະແຫນງພະຍາບານເຕັກນິກ, ການຢາ,
ວິທະຍາສາດ, ຄຸ້ມຄອງ, ອະນາໄມ, ກາຍຍະບຳບັດ
ນອກນີ້ ທາງໂຮງຮຽນຍັງໄດ້ກໍ່ສ້າງສາຍພິເສດ ລະດັບອານຸປະລິນຍາ
(ຊັ້ນກາງ) ຕື່ມອີກ. ວຽກງານສິດສອນ ແລະ ກໍ່ສ້າງພະນັກງານ ໂດຍປະຕິບັດຕາມທິດທາງຫນ້າທີ່ຂອງພັກ-ລັດ
ມອບຫມາຍໃຫ້ ພະນັກງານ ແລະ ບັນດາຄູອາຈານ ກໍໄດ້ເຮັດຫລ້ອນຫນ້າທີ່ວິຊາສະເພາະ ໄດ້ຕັ້ງຫນ້າຄົ້ນຄວ້າຫລັກສູດການສິດສອນ
ແຕ່ງບົດສອນ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໄດ້ຮັບຜົນສຳເລັດຕາມລະດັບຄາດຫມາຍ,
ໃນລະດັບປະລິນຍາຕີ (ລະບົບຕໍ່ເນື່ອງ)
ນັກຮຽນເຂົ້າຮຽນ ປະລິນຍາຕີ ພະຍາບານສາດລຸ້ນທີ 2 ມີຈຳນວນນັກສຶກສາທັງຫມົດ 30
ຄົນ, ຍິງ 25 ຄົນ,
ຜົນການສອບເສັງຈົບຊັ້ນ ໄດ້ຮັບໃບປະກາດທັງຫມົດ
30 ຄົນ, ໃນນັ້ນ ໄດ້ກຽດນິຍົມປະເພດ 1
ມີຜູ້ດຽວ, ເປັນເພດຍິງ ຊື່ ນາງ ວຽງສະຫວັນ
ຈາກໂຮງຫມໍ 150 ຕຽງ, ລະດັບອານຸປະລິນຍາ (ຊັ້ນກາງ)
ຂະແຫນງການຢາມີນັກຮຽນ ທັງຫມົດ 116 ຄົນ, ຍິງ 84
ຄົນ ແບ່ງອອກເປັນ 2 ສາຍຄື: ສາຍປົກກະຕິ
ລຸ້ນທີ 16, ຈຳນວນ 39 ຄົນ, ຍິງ 29 ຄົນ,
ສາຍພິເສດ ລຸ້ນທີ 3 ຈຳນວນນັກຮຽນ 77 ຄົນ,
ຍິງ 55 ຄົນ, ຜົນການສອບເສັງ ທັງສາຍປົກກະຕິ
ແລະ ສາຍພິເສດ ສອບເສັງໄດ້ ທັງຫມົດ 113 ຄົນ ຍິງ 83 ຄົນ.
ຂະແຫນງຄຸ້ມຄອງ ອະນາໄມລຸ້ນ 16 ມີນັກຮຽນທັງຫມົດ 43 ຄົນ, ຍິງ 28 ຄົນ,
ສາມາດສອບເສັງຜ່ານໄດ້ຫມົດທຸກຄົນ ຂະແຫນງກາຍຍະບຳບັດ ລຸ້ນ 1 ສາຍພິເສດ ນັກຮຽນທັງຫມົດ 70
ຄົນ, ເປັນຍິງ 52 ຄົນ, ໃນນີ້ມີນັກຮຽນມາຈາກກອງທັບຈຳນວນ
8 ຄົນ, ຍິງ 6 ຄົນ, ມີນັກຮຽນອອກກາງປີ 2 ຄົນ,
ຜົນການສອບເສັງໄດ້ທັງຫມົດ 67 ຄົນ ແລະ ຍິງ
49 ຄົນ. ໃນລຸ້ນຮຽນແຕ່ປີ 2002-2005 ມີ 4 ຂະແຫນງການເຂົ້າຮ່ວມສອບເສັງ ເອົາໃບປະກາດມີຈຳນວນທັງຫມົດ
254 ຄົນ ສາມາດສອບເສັງຜ່ານໄດ້ 252 ຄົນ.
|