ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 : ເລືອກຮຽນວິຊາທີ່ມັກ
 :: ຮຽນຫຍັງຈຶ່ງຈະໄດ້ງານໄວ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ອິນເຕີເນັທ
 :: ດາວໂຫລດຊອັຟແວຣ໌ໃໝ
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 :: ສຸຂະພາບທົ່ວໄປ
 :: ການນຳໃຊ້ຢາຕ່າງໆ...!
 :: ທ່ານໝໍຜູ້ຊ່ຽວຊານຕ່າງໆ
 :: ໂຮງໝໍ ແລະ ຄລີນິກ
 

Click for Vientiane, Lao Peoples Republic Forecast

 

 

 

 
 
 
ມະຫາສານ>>ການສຶກສາ>>ສັງຄົມ-ການພັດທະນາ>>
ຫັນວຽກງານສຶກສາເຂົ້າສູ່ຄຸນນະພາບໃຫມ່ສາກົນ
   ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມເວົ້າສະເພາະຊາວນະຄອນຫລວງວຽງຈັນ ຕະ
ຫລອດຮອດຄູອາຈານ ພະນັກງານ ນັກຮຽນ ນັກສຶກສາ ມີຄວາມເບີກບານມ່ວນຊື່ນສ້າງຜົນງານຕ້ອນຮັບວັນສຳຄັນຂອງຊາດເຮົາ ເປັນຕົ້ນແມ່ນ
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 38 ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄົງຄະນະພັກນະຄອນຫລວງວຽງຈັນ ທີ່ຈະໄຂ
ຂື້ນໃນມໍ່ໆນີ້.
  ທ່ານ ສາຍທອງ ແກ້ວດວງດີ ຫົວຫນ້າພະແນກສຶກສານະຄອນຫລວງວຽງຈັນໄດ້
ກ່າວວ່າ ນັບຕັ້ງແຕ່ຄະນະພັກຮາກຫຖານ ພະແນກສຶກສາປະຈຳນະຄອນຫລວງວຽງຈັນ ໄດ້ສ້າງຕັ້ງຂື້ນມາແຕ່ວັນທີ 3 ມິຖຸນາ 1999 ເປັນຕົ້ນມາ ກໍໄດ້ສຸມໃສ່ວຽກງານວິຊາສະ
ເພາະກໍຄືວຽກງານຂະບວນການອື່ນໆ ຄຽງບ່າຄຽງໄຫລ່ກັບພະແນກການອື່ນໆ ສາມາດ
ຍາດໄດ້ຜົນງານຫລາຍດ້ານ ທັງນີ້ເພື່ອຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກນະຄອນຫລວງ ໃຫ້ປະກົດຜົນເປັນຈິງ.
  ຄະນະພັກພວກເຮົາກໍໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາການສຶກສາຕາມ 3 ແຜນງານ
ໃຫຍ່ຂອງກະຊວງສຶກສາທິການວາງອອກ ເຊັ່ນ: ແຜນງານຂະຫຍາຍໂອກາດເຂົ້າຮຽນ
ແຜນງານປັບປຸງຄຸນນະພາບ ແລະ ແຜນງານການຄຸ້ມຄອງບໍລິຫານບຸກຄະລາກອນ ເພື່ອ
ເຮັດໃຫ້ແຜນງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ພວກເຮົາກໍໄດ້
ຂະຫຍາຍໂຮງຮຽນແຕ່ຕົວເມືອງຮອດຊົນນະບົດ ບ້ານຫ່າງໄກສອກຫລີກ ເກືອບທົ່ວເຖິງ.
  ໂດຍອີງໃສ່ການລົງທຶນຂອງລັດ ສົມທົບກັບການປຸກລະດົມທຶນປະກອບສ່ວນຂອງພໍ່ແມ່
ປະຊາຊົນ ແລະ ການຍາດແຍ່ງເອົາການຊ່ວຍເຫລືອຈາກສາກົນ ເຊິ່ງປັດຈຸບັນໄດ້ມີໂຮງ
ຮຽນລ້ຽງເດັກອະນຸບານ 143 ແຫ່ງ, ມີນັກຮຽນ 11.671 ຄົນ ທຽບໃສ່ປີ 2000 ເພີ່ມຂື້ນ 31,56% ໂຮງຮຽນປະຖົມ 484 ແຫ່ງ, ມີນັກຮຽນ 81.035 ຄົນ, ເດັກທີ່ມີອາຍຸ 6-10 ປີ ໄດ້ເຂົ້າໂຮງຮຽນ ເຖິງ 98% ມີໂຮງຮຽນມັດທະຍົມທັງຕອນຕົ້ນ ແລະ ຕອນປາຍ 112 ແຫ່ງ, ມີນັກຮຽນ 70.188 ຄົນ ທຽບໃສ່ປີ 2000 ເຫັນວ່າເພີ່ມຂື້ນ 17,02%.
  ໄປຄຽງຄູ່ກັນນີ້ ພວກເຮົາໄດ້ເອົາໃຈໃສ່ສືບຕໍ່ລົບລ້າງການກືກຫນັງສື ແລະ ບຳລຸງຍົກລະດັບໃຫ້ພະນັກງານ ແລະ ປະຊາຊົນ ມາຮອດປັດຈຸ
ບັນ ສາມາດລົບລ້າງການກືກຫນັງສືໃຫ້ປະຊາຊົນ 3.886 ຄົນ, ຍິງ 2.630 ຄົນ ແລະ ໄດ້ປະກາດລົບລ້າງຊັ້ນປະຖົມທົ່ວທຸກເມືອງ ໂດຍພື້ນ
ຖານ ຄັ້ງວັນທີ 20 ທັນວາ 2004 ຢູ່ເມືອງສັງທອງ ເປັນເມືອງສຸດທ້າຍ.
  ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ຈັດໃຫ້ມີສູນສຶກສາຊຸມຊົນ ແລະ ບຳລຸງວິຊາຊີບ 5 ແຫ່ງ ສຳລັບຜູ້ດ້ອຍໂອກາດ ບໍ່ສາມາດເຂົ້າຮຽນຍາວນານ ວິຊາທີ່ນຳມາເຝີກອົບຮົມມີ ວິຊາຕັດຫຍິບ, ເສີມສວຍ, ປຸງແຕ່ງອາຫານ, ຊ່າງໄມ້, ລ້ຽງສັດ, ວິຊາຄອມພິວເຕີຣ໌ ແລະ ວິຊາພາສາອັງກິດ ຜ່ານມາໄດ້ມີຜູ້ເຂົ້າຮັບການເຝິກອົບຮົມ ແລະ ສຳເລັດໄປແລ້ວ 837 ຄົນ, ຍິງ 472 ຄົນ.
  ການປະຕິບັດແຜນງານໃນການຄຸ້ມຄອງບຸກຄະລາກອນ ເຊິ່ງຈຳນວນບຸກຄະລາກອນຂອງລັດທີ່ຂື້ກັບການຄຸ້ມຄອງຂອງພະແນກສຶກສາ ນະຄອນຫລວງວຽງຈັນ ທັງຫມົດ 4.796 ຄົນ, ຍິງ 2.638 ຄົນ, ໃນນັ້ນ ມີພະນັກງານບໍລິຫານທີ່ບໍ່ໄດ້ສິດສອນຕົວຈິງ 197 ຄົນ, ຍິງ 50 ຄົນ, ມີຄູສັນຍາຈ້າງ 97 ຄົນ, ຍິງ 62 ຄົນ, ເຊິ່ງໃນແຕ່ລະ 3 ເດືອນ ແລະ ພາກຮຽນພວກເຮົາກໍໄດ້ຊຸກຍູ້ວຽກງານລົງກວດກາການສຶກສາ
ຢູ່ຫ່າງການສຶກສາປະຈຳເມືອງ ແລະ ໂຮງຮຽນຕ່າງໆ ເພື່ອກັບກຳຜົນງານການຈັດຕັ້ງປະຕິບັດແຜນນະໂຍບາຍ ມະຕິຄຳສັ່ງ ແນະນຳ ກ່ຽວກັບ
ວຽກງານສຶກສາຂອງພັກ ແລະ ການປະຕິບັດຫລັກສູດ ໂຄງການປັບປຸງຄຸນນະພາບການສຶກສາຂອງກະຊວງສຶກສາວາງອອກ.
  ນອກຈາກນີ້ ຄະນະພັກພວກເຮົາຍັງມີຄວາມພະຍາຍາມຫັນວຽກງານການສຶກສາ ເຂົ້າສູ່ຄຸນນະພາບໃຫມ່ໃຫ້ໄດ້ກັບລະດັບສາກົນ ສ່ວນການ
ສອບເສັງສົກຮຽນ 2003-2004 ຊັ້ນປະຖົມ ໄດ້ 69,06% ທຽບໃສ່ປີ 2000 ຫລຸດລົງ 0,71%, ຊັ້ນມັດທະຍົມຕົ້ນ 91,99% ຫລຸດລົງ 4,09%, ຊັ້ນມັດທະຍົມຕອນປາຍ 94,91% ຫລຸດລົງ 0,97% ອັດຕາການປະລະ ແລະ ຄ້າງຫ້ອງຫລຸດລົງ 1,5% ໄປພ້ອມໆກັນນີ້ ພວກ
ເຮົາກໍໄດ້ຈັດເຝິກອົບຮົມຄູທີ່ບໍ່ໄດ້ມາດຖານ ຈຳນວນ 175 ຄົນ, ຍິງ 92 ຄົນ, ອົບຮົມຄູສອນຫ້ອງຄວບ 79 ຄົນ ໃນ 77 ໂຮງຮຽນ, ອົບຮົມ
ວຽກງານປະຊາກອນສຶກສາ ແລະ ສິ່ງເສບຕິດ 160 ຄົນ ໃນ 120 ໂຮງຮຽນ ອົບຮົມການຮຽນຮ່ວມລະຫວ່າງ ເດັກປົກກະຕິກັບເດັກພິການ 272 ຄົນ ໃນ 42 ໂຮງຮຽນ ອົບຮົມການຜະລິດສື່ການຮຽນ-ການສອນ 226 ຄົນ ອົບຮົມຜູ້ບໍລິຫານການສຶກສາຂັ້ນປະຖົມ ແລະ ມັດທະຍົມ 250 ຄົນ, ເພື່ອເປັນແຮງຊຸກຍູ້ໃຫ້ການສຶກສານັບມື້ໄດ້ຮັບການພັດທະນາ ແລະ ຮັບປະກັນດ້ານຄຸນນະພາບ.

* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 25-07-2005

 
 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563