|

ທ່ານ ທອງດີ ວົງຖາວອນ ຫົວຫນ້າຫ້ອງການສຶກສາປະຈຳເມືອງຈັນທະບູລີ ໄດ້ກ່າວວ່າ: ໂດຍປະຕິບັດຕາມ
ແຜນການ
ພັດທະນາການສຶກສາ 5 ປີ ແຕ່ປີ 2006-2010 ຂອງພະແນກສຶກສາ ນະຄອນຫລວງວຽງຈັນ ກໍຄືຫ້ອງການສຶກສາປະຈຳ
ເມືອງຈັນທະບູລີ ວາງອອກ ໃຫ້ປະກົດຜົນເປັນຈິງ.
ສຳລັບຄາດຫມາຍສູ້ຊົນເດັກນ້ອຍໃນເກນອາຍຸ 3-5 ປີ ໃຫ້ໄດ້ເຂົ້າຮຽນຂັ້ນອະນຸບານ 80% ຂຶ້ນໄປ ອາຍຸ 6-10 ປີ
ໃຫ້ໄດ້ເຂົ້າຮຽນຂັ້ນປະຖົມ ຮອດຮຽນຈົບປະຖົມ 90% ຂຶ້ນໄປ ອັດຕາເຂົ້າຮຽນ ມໍ 1 ໃຫ້ໄດ້ 98% ຂອງນັກຮຽນຈົບຊັ້ນປະຖົມ
ປໍ 5 ບັນຫາຄຸນນະພາບດ້ານການຮຽນ-ການສອນ ອະນຸບານ ປະຖົມໃຫ້ໄດ້ 70% ຂຶ້ນໄປ ສ່ວນການສອບເສັງເລື່ອນຂັ້ນ-
ຈົບຊັ້ນປະຖົມ ປໍ 5 ມໍ 3 ມໍ 6 ໃຫ້ໄດ້ 98% ຂຶ້ນໄປ.
ໄປຄຽງຄູ່ກັນນີ້ ກໍສ້າງໃຫ້ມີຜູ້ບໍລິຫານການສຶກສາໃຫ້ດີ ໃຫ້ເກັ່ງ ຄູສອນດີ ສອນເກັ່ງ ນັກຮຽນດີ-ນັກຮຽນເກັ່ງ ມີ
ໂຮງຮຽນດີເດັ່ນຮອບດ້ານ ເປັນຕົວແບບໃຫ້ໄດ້ 3 ໂຮງຮຽນພາກລັດ ແລະ ໂຮງຮຽນຄຸນນະພາບໃຫ້ໄດ້ 14 ແຫ່ງ ໃນນັ້ນ ໂຮງ
ຮຽນເອກະຊົນໃຫ້ໄດ້ 3 ແຫ່ງ.
- ສູ້ຊົນປະຕິບັດການສຶກສາໃຫ້ຮັບປະກັນໄດ້ດ້ານຄຸນນະພາບກັບປະລິມານ ໄປຄຽງຄູ່ກັນ ແຕ່ນີ້ຫາທ້າຍປີ ເປັນ
ຕົ້ນ ຄື:
+ ການສອບເສັງເລື່ອນຊັ້ນ ຈົບຊັ້ນປະຖົມ ປໍ 5 ມໍ 3 ມໍ 6 ໃຫ້ໄດ້ 98% ຂຶ້ນໄປ.
+ ການສອບເສັງໃຫ້ໄດ້ສົມບູນ 50% ຂຶ້ນໄປ ໃຫ້ໄດ້ເກັ່ງຮອບດ້ານມີຫລາຍຂຶ້ນ.
+ ການເສັງນັກຮຽນເກັ່ງໃຫ້ໄດ້ອັນດັບ 123 ຂອງແຕ່ລະວິຊາ ແຕ່ລະຂັ້ນ.
+ ສ້າງໃຫ້ໄດ້ໂຮງຮຽນດີເດັ່ນຮອບດ້ານ ກາຍເປັນໂຮງຮຽນຕົວແບບທີ່ດີໄດ້ 3 ແຫ່ງ.
- ຊຸກຍູ້ ແນະນຳ ຊ່ວຍເຫລືອໃຫ້ອົງການຈັດຕັ້ງ ກຳມະບານ ແມ່ຍິງ ຊາວຫນຸ່ມ ເຍົາວະຊົນ-ອະນຸຊົນ ເອົາໃຈໃສ່
ປະຕິບັດຕາມພາລະບົດບາດ ສິດ-ຫນ້າທີ່ຂອງໃຜລາວ ທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນ
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
29-11-2007 |