ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ທິດທາງລວມຂອງການສຶກສາ ແຕ່ນີ້ຮອດປີ 2010

   ເພື່ອປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ແຜນການສຶກສາແຫ່ງຊາດ ເພື່ອ
ໝົດທຸກຄົນ ທັງນີ້ກໍເພື່ອເຮັດໃຫ້ວຽກງານການສຶກສາມີບາດກ້າວຂະຫຍາຍຕົວ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງ
ການໃນໄລຍະໃໝ່ ໂດຍສະເພາະແມ່ນແນໃສ່ສ້າງຊັບພະຍາກອນມະນຸດໃຫ້ໄດ້ທາງດ້ານປະລິມານ ແລະຄຸນນະພາບ.

    ດັ່ງນັ້ນ ເພື່ອບັນລຸຈຸດປະສົງເປົ້າໝາຍດັ່ງກ່າວ ທາງການນຳຂອງກະຊວງ ກໍຄືພະແນກການ ໜ່ວຍງານທຸກຂັ້ນ
ກ່ຽວກັບວຽກງານການສຶກສາ ແຕ່ສູນກາງລົງຮອດທ້ອງຖິ່ນ ກໍໄດ້ມີການຈັດຕັ້ງວາງແຜນກັນຢ່າງລະອຽດ ໂດຍອີງໃສ່
ທິດທາງແຜນການລວມຂອງກະຊວງສຶກສາວາງອອກໃນແຕ່ລະໄລຍະ ໂດຍສະເພາະທິດທາງແຜນການລວມແຕ່ນີ້ຮອດ
ປີ 2010 ທີ່ແນໃສ່ສືບຕໍ່ຊີ້ນຳ-ນຳພາການສຶກສາອົບຮົມແນວຄິດການເມືອງ ທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບແນວ
ທາງນະໂຍບາຍ ມະຕິຄຳສັ່ງ ລະບຽບກົດໝາຍຂອງພັກ ແລະ ລັດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການສຶກສາ
ໃຫ້ຖັນແຖວພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຮັບຮູ້ ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ຕໍ່ພັນທະ
ໜ້າທີ່ຂອງຕົນ ເອົາໃຈໃສ່ນຳພາສຶກສາອົບຮົມນັກຮຽນ-ນັກສຶກສາ ໃຫ້ມີແນວຄິດຄຸນສົມບັດ ຮູ້ບຸນຄຸນພໍ່-ແມ່ ຮູ້ເຄົາລົບ
ນັບຖືຄູ-ອາຈານ ຜູ້ຊົງຄຸນວຸດທິ ຜູ້ເຖົ້າຜູ້ແກ່ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ຂອງທ້ອງຖິ່ນຮູ້ເຄົາລົບນັບຖື
ການຈັດຕັ້ງ ແລະ ປະຕິບັດລະບຽບ ກົດໝາຍຢ່າງເຂັ້ມງວດ.

    ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຊີ້ນຳ-ນຳພາການຕ້ານປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນຢູ່ໃນຂະແໜງ
ການສຶກສາ ໂດຍສະເພາະແມ່ນຢູ່ຕາມສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ສືບຕໍ່ຊີ້ນຳ-ນຳພາວຽກ
ງານວິຊາສະເພາະ ໂດຍສຸມໃສ່ບາງດ້ານດັ່ງນີ້:

    ສືບຕໍ່ຊີ້ນຳ-ນຳພາຂະຫຍາຍໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານ ຂະຫຍາຍໂຮງຮຽນອະນຸບານຕິດແປະກັບ
ໂຮງຮຽນປະຖົມ ເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກອະນຸບານເພີ່ມຈາກ 12,3% ໃນປີ 2007 ເປັນ 16% ໃນປີ
2010.

    ສືບຕໍ່ຊີ້ນຳ-ນຳພາປະຕິບັດແຜນງານການສຶກສາເພື່ອທຸກຄົນ ກໍຄືການສຶກສາຊັ້ນປະຖົມພາກບັງຄັບ ເຮັດໃຫ້ອັດຕາ
ເຂົ້າຮຽນສຸດທິຊັ້ນປະຖົມເພີ່ມຂຶ້ນຈາກ 86,4% ໃນປີ 2007 ເປັນ 88,8% ໃນປີ 2010.

    ເພີ່ມອັດຕາເຂົ້າຮຽນລວມຂອງຊັ້ນມັດທະຍົມຕອນຕົ້ນຈາກ 53,3% ໃນປີ 2007 ເປັນ 66,5% ໃນປີ 2010
ແລະ ເພີ່ມອັດຕາເຂົ້າຮຽນລວມຂອງຊັ້ນມັດທະຍົມຕອນປາຍຈາກ 34,6% ໃນປີ 2007 ເປັນ 40,2% ໃນປີ 2010.

    ລົບລ້າງຄວາມບໍ່ຮູ້ໜັງສຶໃຫ້ປະຊາຊົນໃນເກນອາຍຸ 15-40 ປີ ຮູ້ໜັງສືເພີ່ມຈາກ 81,1% ໃນປີ 2007 ເປັນ
88% ໃນປີ 2010 ແລະ ເກນອາຍຸ 15 ປີ ຂຶ້ນໄປ ຮູ້ໜັງສືເພີ່ມຈາກ 76% ໃນປີ 2007 ເປັນ 80% ໃນປີ 2010.

    ຮອດປີ 2010 ບຳລຸງຍົກລະດັບການສຶກສາໃຫ້ປະຊາຊົນຈົບຊັ້ນປະຖົມ ໃນຈຳນວນຜູ້ທີ່ລົບລ້າງແລ້ວໃຫ້ໄດ້ 80% 
ປະກາດຈົບຊັ້ນປະຖົມທົ່ວເມືອງໃຫ້ໄດ້ 60 ເມືອງ ແລະ ບຳລຸງຍົກລະດັບການສຶກສາໃຫ້ປະຊາຊົນຜູ້ທີ່ຈົບຊັ້ນປະຖົມ
ບຳລຸງແລ້ວ ໃຫ້ຈົບຊັ້ນມັດທະຍົມຕົ້ນໃຫ້ໄດ້ 30% (42.000 ຄົນ) ການບຳລຸງຍົກລະດັບການສຶກສາໃຫ້ຕິດພັນກັບ
ການເຝິກອົບຮົມວິຊາຊີບໃນສາຂາວິຊາ ເສີມສວຍ ການບໍລິການ-ທ່ອງທ່ຽວ ປຸງແຕ່ງອາຫານ ຕັດຫຍິບ ຕ່ຳຫູກຊ່າງໄມ້ 
ການປູກຝັງ ແລະ ການລ້ຽງສັດ ເພື່ອແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນ.

    ຊີ້ນຳ-ນຳພາປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ແຜນງານການສຶກສາແຫ່ງຊາດ
ເພື່ອທຸກຄົນ ໃຫ້ສຳເລັດໃນປີ 2015 ແລະ ສືບຕໍ່ຊີ້ນຳ-ນຳພາການປະຕິບັດ 4 ໂຄງການບູລິມະສິດໃຫ້ໄດ້ຮັບຜົນສຳເລັດ
ແລະ ມີປະສິດທິຜົນ.

    ສືບຕໍ່ຊີ້ນຳ-ນຳພາປັບປຸງພາລະບົດບາດຂອງຫ້ອງການ ບັນດາກົມ ໃຫ້ລະອຽດຈະແຈ້ງ ບໍ່ໃຫ້ວຽກຊ້ຳຊ້ອນກັນ 
ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລສຸພານຸວົງ ມະຫາວິທະຍາໄລ
ຈຳປາສັກ ພະແນກສຶກສາແຂວງ ນະຄອນຫຼວງ ຫ້ອງການສຶກສາເມືອງ ແລະ ຫົວໜ່ວຍທຸລະກິດໃຫ້ໄປຕາມທິດຊີ້ນຳ
ຂອງຂັ້ນເທິງ

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 20-06-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564