ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ນັກ​ສຶກ​ສາລາວ15ຄົນ​ ສຳ​ເລັດ​ການ​ສຶກ​ສາ ລະ​ດັບ​ປະ​ລິນ​ຍາ​ໂທ​ຈາກ​ຍີ່​ປຸ່ນ

 

  ເລີ່ມ​ແຕ່​ກາງ​ເດືອນ​ກັນ​ຍາ ເຖິງ​ເດືອນ ຕຸ​ລາ 2007, ນັກ​ສຶກ​ສາ​ລາວ ຈຳ​ນວນ 15 ຄົນ ໄດ້ສຳ​ເລັດ​ການ​ສຶກ​ສາ​ລະ​ດັບ​ ປະ​ລິນ​ຍາ​ໂທ​ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຮີ​ໂລ​ຊິ​ມາ, ໂກ​ເບ, ໂຕ​ກຽວ, ລິ​ສຸ​ໄມ​ກັນ ທີ່​ປະ​ເທດ​ຍີ່​ປຸ່ນ​ ພາຍ​ໃຕ້​ທຶນ​ການ​ສຶກ​ສາ ເຈ​ດີ​ເອສ JDS. ດັ່ງ​ນັ້ນ, ​ໃນ​ວັນ​ທີ 31 ຕຸ​ລາ 2007ນີ້ ທາງ​ກະ​ຊວງ​ສຶກ​ສາ​ທິ​ການ ໄດ້​ຈັດ​ກອງ​ປະ​ຊຸມ​ພົບ​ປະ​ນັກ​ສຶກ​ສາ ປະ​ລິນ​ຍາ​ໂທ ​ ​ທີ່​ໂຮງ​ແຮມ​ໂນ​ໂວ​ເທ​ລ ໂດຍ​ມີ​ທ່ານ ອ່ວມ ແສງ​ຈັນ​ດາ​ວົງ, ຫົວ​ໜ້າ​​ກົມແຜນ​ການ ແລະ​ ການ​ຮ່ວມ​ມື​ຕ່າງ​ ປະ​ເທດ, ກະ​ຊວງ​ສຶກ​ສາ​ທິ​ການ, ມີ​ຜູ້​ຕ່າງ​ໜ້າ​ຈາກ​ອົງ​ການ​ຈັດ​ຕັ້ງ ສູນ​ກາງ, ສະ​ຖານ​ທູດ​ຍີ່​ປຸ່ນ​ປະ​ຈຳ​ລາວ, ຫ້ອງ​ການ ​ໄຈກາ ປະ​ຈຳ​ລາວ ແລະ​ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

 ໃນວາ​ລະ​​ກອງ​ປະ​ຊຸມ ບັນ​ດາ​ນັກ​ສຶກ​ສາ​ທີ່​ສຳ​​ເລັດໃໝ່ ໄດ້​ຂຶ້ນ​ສະ​ເໜີ​ຜົນ​ໄດ້​ຮັບ​ທີ່​ຕົນ​ເອງ​ຮຽນ​ມາ​ ໂດຍ​ອີງ​ໃສ່​ຫົວ​ຂໍ້ ​ບົດ​ວິ​ທະ​ຍາ​ນິ​ພົນ ທີ່​ໄດ້​ຄົ້ນ​ຄວ້າ​ມາ​ກໍ່​ຄື​ຜົນ​ການ​ຮຽນ ແລະ​ ການ​ນຳ​ໃຊ້​ຄວາມ​ຮູ້​ຄວາມ​ສາ​ມາດ ​ເຂົ້າ​ໃນ​ແຜນ​ພັດ​ທະ​ນາ​ ປະ​ເທດ​ລາວ​ໃນ​ອະນາ​ຄົດ ແລະ ໃນ​ກອງ​ປະ​ຊຸມຍັງ​ໄດ້​ຈັດ​ກຸ່ມສົນ​ທະ​ນາ​ຂຶ້ນ​ ລະ​ຫວ່າງ​ນັກ​ສຶກ​ສາ​ທີ່​ຈົບ​ມາ​ໃໝ່ ແລະ ​ນັກ​ສຶກ​ສາ​ເກົ່າ ເພື່ອ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຕ່າງໆ​ ທີ່​ເປັ​ນ​ປະ​ໂຫຍດໃນ​ການ​ເຄື່ອນ​ໄຫວ​​ໃນ ແຜນ​ພັດ​ທະ​ນາ ຄື: ຫົວ​ຂໍ້ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ 5 ປີ​ຕໍ່​ໜ້າ ​ຫາ ປີ 2020 ທີ່​ຈະ​ມາ​ເຖິງ​ນີ້.

  ພາຍ​ຫລັງ​ທີ່ນັກ​ສຶກ​ສາ​ ລະດັບປະ​ລິນ​ຍາ​ໂທ​ລຸ້ນ​ໃໝ່ ໄດ້ສຳ​ເລັດ​ການ​ສຶກ​ສາ​ໃນສາ​ຂາ​ທີ່​ແຕກ​ຕ່າງ​ກັນ ເປັນ​ຕົ້ນ​ແມ່ນ​ ສາ​ຂາ​ວິ​ຊາ​ນະ​ໂຍ​ບາຍ​ລັດ​ຖະ​ສາດ/ການ​ບໍ​ລິ​ຫານ​ລັດ, ເສດ​ຖະ​ສາດ, ບໍ​ລິ​ຫານ​ທຸ​ລະ​ກິດ, ການ​ສຶກ​ສາ/ບໍ​ລິ​ຫານ​ການ​ສຶກ​ສາ, ພົວ​ພັນ​ການ​ຕ່າງ​ປະ​ເທດ, ດ້ານ​ກະ​ສິ​ກຳ/ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ​ວິ​ສະ​ວະ​ກຳ​ສາດ ຊຶ່ງ​ນັກ​ສຶກ​ສາ​ທີ່​ຈົບ​ມາ​ໃໝ່​ ຈຳ​ນວນ​ໜຶ່ງນັ້ນ ແມ່ນ​ຈະ​ໄດ້​ສືບ​ຕໍ່​ເຮັດ​ວຽກ​ຢູ່​ອົງ​ການ​ຈັດ​ຕັ້ງ​ເກົ່າ​ຂອງ​ຕົນ ແລະ​ ອີກ​ຈຳ​ນວນ​ໜຶ່ງ​ກໍ​ພວມຊອກ​ຫາ​ວຽກ​ໃໝ່ ເພື່ອ​ຈະ​ໄດ້​ນຳ​ເອົາ​ປະ​ສົບ​ການ, ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ເກັບ​ກ່ຽວ​ມາ​ໄດ້​ຈາກ​ປະ​ເທດ​ຍີ່​ປຸ່ນ​ນັ້ນ​ ມາ​ສ້າງ​ສາ​ພັດ​ທະ​ນາ ​ປະ​ເທດ​ຊາດ​ໃຫ້​ດີ​ຍິ່ງ​ຂຶ້ນ.

ໂຄງ​ການ​ເຈ​ດີ​ເອ​ສ​ ໄດ້​ເລີ່ມ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 1999 ຫາ 2007 ເປັນ​ໄລ​ຍະ​ເວ​ລາ 8 ປີ​, ມີ​ນັກ​ສຶກ​ສາ​ລາວ​ໄດ້​ຮັບ​ທຶນ ໄປ​ຮຽນ​ຕໍ່​ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ ທີ່​ປະ​ເທດ​ຍີ່​ປຸ່ນ ​ທັງ​ໝົດຈຳ​ນວນ 170 ຄົນ ແລະ​ໄດ້​ສຳ​ເລັດ​ການ​ສຶ​ກ ສາ​ແລ້ວ​ຈຳ​ນວນ 118 ຄົນ. ສະ​ເພາະ​ໃນ​ສົກ​ປີ 2007-​2008 ໂຄງ​ການ​ເຈ​ດີ​ເອ​ສ​ ຈະ​ໄດ້​ສືບ​ຕໍ່​ຄັດ​ເລືອກ​ເອົາ​ນັກ​ສຶກ​ສາລາວ​ຈຳ​ນວນ 25 ຄົນ​, ໃນ​ສາ​ຂາ​ວິ​ຊາ​ກົດ​ໝາຍ, ລັດ​ຖະ​ສາດ/ບໍ​ລິ​ຫານ​ລັດ​ຖະ​ສາດ, ເສດ​ຖະ​ສາດ, ບໍ​ລິ​ຫານ ທຸ​ລະ​ກິດ, ການ​ສຶກ​ສາ/ບໍລິ​ຫານ​ການ​ສຶກ​ສາ, ພົວ​ພັນການ​ຕ່າງປະ​ເທດ, ດ້ານ​ກະ​ສິ​ກຳ/ການ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ​ ວິ​ສະວະກຳ​ສາດ ເພື່ອນເປັນ​ການ​ປະ​ກອບ​ສ່ວນ​ ເຂົ້າ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາປະ​ເທດ​ລາວ

* ຄັດຈາກ: ຫນັງສືພິມ ຂປລ, ສະບັບວັນທີ 01-11-2007

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4