test
ປະເພນີຕ້ອນຮັບກຸດສົງການ ປີໃຫມ່ລາວ
ມື້ສັງຂານລ່ວງແຕ່ລະປີມັກຖືກວັນທີ 13-14 ແລະ ວັນທີ 15 ເດືອນເມສາ ບູຮານເພີ່ນເວົ້າວ່າ: ໃນມື້ປີເກົ່າຫມົດໄປ ເອີ້ນກັນວ່າສັງຂານລ່ວງ ລະຫວ່າງມື້ປີເກົ່າ ກັບມື້ປີໃຫມ່ ປະຈວບກັນ ເອີ້ນວ່າມື້ວັນເນົາ ມື້ປີໃຫມ່ມາເຖິງເອີ້ນວ່າສັງຂານຂື້ນ. ໃນບັນດາມື້ວັນດັ່ງກ່າວມາຮອດ ປະຊາຊົນລາວແຕ່ເຫນືອເຖິງໃຕ້ກໍຈັດພິທີເອົາພຣະພຸດທະຮູບລົງສົງ ເຮືອນໃດມີພຣະພຸດທະຮູບກໍເອົາລົງ ຈາກຮ້ານມາຫົດສົງເຊັດຖູ ແລະ ສົງດ້ວຍນ້ຳອົບນ້ຳຫອມ ໃນສະໄຫມກ່ອນຍັງບໍ່ມີນ້ຳຫອມ ອຸດສາຫະກຳ ເພີ່ນເອົານ້ຳຂີ້ຫມີ້ນເປັນນ້ຳຫອມ ໃນ ການສົງນ້ຳມີຄວາມຫມາຍວ່າ ເພື່ອລ້າງສິ່ງສົກກະປົກເປີະເປື້ອນຂອງປີເກົ່າ ຊຳລະສະສາງແນວບໍ່ດີ ຂາດຕົກບົກຜ່ອງ ຄວາມຊວຍ ພ້ອມພະ ຍາດໂລຄາໃຫ້ໄປກັບປີເກົ່າ ປີໃຫມ່ຮັບເອົາແຕ່ຄວາມສະອາດບໍລິສຸດປາສະຈາກສິ່ງໂສໂຄກ ແລະ ພະຍາດໂລຄາ. ພິທີຈະໄດ້ເລີ່ມຂື້ນ ເມື່ອຊາວບ້ານລົງໄປເຕົ້າໂຮມກັນຢູ່ໃນວັດ ແລ້ວເອົາ ດອກໄດ້ທູບທຽນ ນ້ຳອົບ ນ້ຳຫອມ ຕັ້ງໄວ້ຊຶ່ງຫນ້າຂອງແຕ່ລະຄົນ ກໍໄຫວ້ ພຣະຮັບສິນ ສັກເຄເທວະດາ ໄຫວ້ວອນຂໍໃຫ້ຟ້າຝົນ ຊົນທະລາຕົກຕາມ ລະດູການ ເພື່ອບ້ານເມືອງຊຸ່ມເຢັນ ພຶດຜົນຫມາກມົວ ອຸດົມສົມບູນ ແລ້ວກໍ ຫົດສົງພຣະພຸດທະຮູບດ້ວຍນ້ຳອົບ ນ້ຳຫອມ ນ້ຳທີ່ຫົດສົງພຣະພຸດທະຮູບ ນັ້ນ ຖືເປັນນ້ຳສັກສິດ ທຸກຄົນກໍນຳເອົາເມືອຫົດເສົາເຮືອນ ລູກຫລານ ງົວ ຄວາມປາຍເຂົາ ເພື່ອເກີດແມ່ແຜ່ລູກດົກຫນາ ເມື່ອຫົດສົງສຳເລັດແລ້ວ ເພີ່ນຈະເອົາພຣະພຸດທະຮູບສອງອົງ ຫລື ຫລາຍອົງ ແລ້ວແຕ່ກໍລະນີເອົາໄປໄວ້ທີ່ຫໍ ເພື່ອໃຫ້ປະຊາຊົນໄດ້ ມາຫົດສົງໄດ້ຕະຫລອດ 3 ວັນ ຫລື 7 ວັນ, ໃນຕະຫລອດເວລາເອົາພຣະພຸດທະຮູບລົງສົງນັ້ນໃນແຕ່ລະ ວັນປະມານບ່າຍ 1 ຫາ 2 ໂມງ ຈົວນ້ອຍກໍຕີກອງປ່າວປະກາດໃຫ້ຊາວບ້ານພາກັນມາຫົດສົງພຣະພຸດທະ ຮູບຢູ່ວັດ ຈົນຮອດມື້ເອົາພຣະຂື້ນ ເມື່ອເວລາ 4 ຫາ 5 ໂມງ ຈົວຢູ່ວັດກໍຕີກອງອີກ ປ່າວເຕືອນຊາວບ້ານ ລົງມາເຕົ້າໂຮມກັນທີ່ວັດ ເພື່ອໄປເກັບດອກໄມ້ຢູ່ປ່າມາບູຊາພຣະເມື່ອກັບມາແລ້ວໃນສະໄຫມກ່ອນກໍພາກັນແຫ່ ດອກໄມ້ ອ້ອມສາລາໂຮງທຳ 3 ຮອບ ແລ້ວຈຶ່ງເອົາດອກໄມ້ໄປບູຊາພຣະທີ່ຫໍສົງ ເຮັບແບບນັ້ນຈົນຮອດມື້ເອົາພຣະຂື້ນ. ໃນຍາມກາງຄືນປະມານວ່າຊາວບ້ານ ກິນແລງແກງຮ້ອນແລ້ວໆ ຈົວກໍຕີກອງປ່າວໃຫ້ຊາວບ້ານລົງໄປຄົບງັນຢູ່ທີ່ວັດ ໃນເວລານັ້ນຈະມີພິທີສູດປະລິຕະມົງຄົນ ຟັງເທດ ຫລັງ ຈາກນັ້ນກໍມີການລະຫລີ້ນຕ່າງໆຢ່າງຟົດຟື້ນມ່ວນຊື່ນ ໄດ້ເວລາອັນສົມຄວນກໍພາກັນເລີກລາກັບເມືອເຮືອນ ເຮັບແບບນີ້ຈົນຮອດມື້ເອົາພຣະຂື້ນທີ່ເວົ້າມານັ້ນ ແມ່ນຮູບພາບທີ່ມີໃນ ສະໄຫມກ່ອນ ແຕ່ຊຸມປີ 60 ຄືນຫລັງ ຂອງສະຕະວັດທີ່ຜ່ານມາ ແຕ່ປັດຈຸບັນຮູບພາບດັ່ງກ່າວຍັງເຫລືອໃຫ້ເຫັນຫນ້ອຍທີ່ສຸດ. ໃນເວລາຕ້ອນຮັບມື້ສັງຂານປີໃຫມ່ ນອກຈາກເອົາພຣະລົງສົງໄປເກັບດອກໄມ້ມາບູຊາພຣະຄົບງັນໃນຍາມກາງຄືນຢູ່ໃນວັດແລ້ວ ປະຊາຊົນລາວເຮົາກໍມັກເຮັດບຸນເຮືອນນິມົນພຣະ ໄປສູດເຮືອນ ສູດຊານ ສູດລົດນ້ຳຖະຫວາຍສັງຄະທານແດ່ພຣະພິກຂຸສຳມະເນນ ມີພິທີປ່ອຍສັດຈະເປັນສັດຊະນິດໃດກໍໄດ້ ນັບແຕ່ ປູ ປາ ເຕົ່າ ແລນ ນົກ ຫມູ ປູປີກ ໂດຍຖືວ່າ ເປັນການໄຖ່ເອົາຊີວິດສັດ ຊ່ວຍໃຫ້ສັດມີຊີວິດຢູ່ຕໍ່ໄປ ອັນເປັນການສະແດງເມດຕາຈິດ ຕໍ່ສັດ ແລະ ຈະເລີນ ພົມວິຫານຕາມຫລັກທຳມະຂອງພຣະພຸດທະສາດສະຫນາໂດຍແທ້ ປະເພນີອັນດີງາມນີ້ ມີຄວາມຫມາຍສຳຄັນຢ່າງຍິ່ງສຳລັບສະພາບການໃນປັດຈຸບັນ ເພາະເປັນການອະນຸລັກ ປົກປັກຮັກສາຊີວິດ ແລະ ທຳມະຊາດ ທີ່ພວມກາຍເປັນພາລະກິດອັນ ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສິ່ງທ້າທາຍ. ໃນມື້ສັງຂານຂື້ນປີໃຫມ່ ກໍ່ຈະມີບາງທ້ອງຖິ່ນໄດ້ພາກັນຈັດຕັ້ງຕະຫລາດນັດ ເປັນຕົ້ນແມ່ນຊາວນະຄອນຫລວງພະບາງ ປີໃຫມ່ລາວມາຮອດແລ້ວກໍຈະຈັດຕະຫລາດນັດຂື້ນ ປະຊາຊົນທີ່ພາກັນໄປທ່ຽວກໍພາກັນຊື້ສັດເອົາໄປປ່ອຍ ຊື້ທຸງ 12 ລາສີ ເພື່ອໄປປັກໃສ່ພະທາດຊາຍ. ໃນມື້ສຸດທ້າຍຂອງມື້ບຸນຊາວບ້ານກໍພາກັນໄປຂົນຊາຍຈາກເຊ ຫລື ແມ່ນ້ຳຂອງແລ້ວແຕ່ສະພາບແວດລ້ອມຂອງທ້ອງຖິ່ນ ໃຜມັນ ມາທີ່ວັດຕົບທາດຊາຍບາງບ່ອນກໍພາກັນລົງໄປຕົບຢູ່ກັບຫ້ວຍ ຢູ່ເຊ ແລະ ຫາດຊາຍ ແມ່ນ້ຳຂອງເພື່ອອຸທິດເປັນພຸດ ທະບູຊາ ທຳມະບູຊາ ສັງຄະບູຊາ ແລະ ເຊື່ອກັນວ່າ ຈະມີອານິສົງຜົນບຸນໃນພາຍພາກຫນ້າ ການຕົບທາດຊາຍກໍມີກົກເຫງົ້າ ເຄົ້າເງື້ອນມາແຕ່ບູຮານນະການ ໃນສະໄຫມດຶກດຳບັນມີພະຍາປັກເສນທິໂກສົນ ສະເດັດອອກຈາກເມືອງ ສາວັດຖີພ້ອມດ້ວຍ ຂ້າລາຊະການບໍລິພານ ເມື່ອໄປຮອດແຄມຝັ່ງແມ່ນ້ຳແຫ່ງຫນື່ງ ພະອົງໄດ້ທອດພະເນດເມັດຊາຍຢູ່ຫາດນັ້ນ ມີສີຂາວງາມ ຜຸດຜ່ອງຫາສິ່ງທີ່ປຽບບໍ່ໄດ້ ພະອົງມີພະໄທເຫລື້ອມໃສ ຈິ່ງກວດເອົາຊາຍມາໂຮມກັນເຂົ້າເປັນກອງແລ້ວ ກໍ່ເປັນຮູບທາດຊາຍ ພາສາບາລີ ເອີ້ນວ່າ: "ວາລຸກະເຈດີ" ແລ້ວອຸທິດເປັນເຄື່ອງສັກກາລະບູຊາແກ່ພະພຸດທະເຈົ້າ ຫລັງຈາກນັ້ນພະຍາປັກເສນ ທິໂກສົນ ກໍເຂົ້າເຝົ້າພະພຸດທະເຈົ້າທູນຖາມອານິສົງ ການກໍ່ທາດຊາຍພຣະພຸດທະເຈົ້າກໍຕັດວ່າ ບຸກຄະລະຜູ້ໃດມີສັດທາ ກໍ່ ທາດຊາຍຈະມີອານິສົງ ຖ້າເປັນມະນຸດຈະອຸດົມສົມບູນໄປເກີດບ່ອນດີມີສຸກ ນີ້ແມ່ນຄວາມເຊື່ອຂອງຄົນລາວບູຮານ ຈົນກາຍມາ ເປັນປະເພນີປະຕິບັດສືບທອດກັນມາເຖິງທຸກວັນນີ້ ແຕ່ການຕົບທາດຊາຍຢູ່ລາວໃນປັດຈຸບັນໄດ້ຫລຸດຫນ້ອຍຖອຍລົງ ແຕ່ທີ່ຫລວງພະບາງ ຍັງປະຕິບັດກັນເປັນຂະບວນຟົດຟື້ນ ເຫມືອນເດີມ.
* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 01/04/2005
LAO NEW YEAR FESTIVAL TOUR
Luang Prabang
The Laotian New Year, celebrated in April, is known as the Boon Pee Mai or the boon of the fifth month. This is a time of great feasting and lasts three to seven days. On the last day of the old year, houses are cleaned and put in order. This is a symbolic activity, intended to expel any bad spirits that may be hiding in the home. On the first day of the new year, people go to the temple where they wash the statues of the Buddha with perfumed holy water. They pray for good health and prosperity in the new year. For the remaining days of the festival, Laotians sing, dance and enjoy special meals. Birds and animals in captivity are released to ensure good luck. People build towers of sand along the riverbanks. In Luang Prabang there are processions with elephants.
Day 1
Arrive at Luang Prabang airport. Transfer to Hotel. L.P. city tour and shopping.
Day 2
Early in the morning, experience the New Year traditional fair, featuring handicrafts from the surrounding area. During the afternoon, experience the New Years festival which takes place on an island on the Mekong River, build sand stupas, enjoy dancing, singing, and the traditional throwing of water
Day 3
Morning boat trip to Pak Ou Cave one of Laos most famous caves, with thousands of sacred Buddha images. Later, observe traditional rice wine distillation in Ban Xanghai village. During the afternoon, participate in the New Years processions along the main road. Experience the traditional dance of the Laotian Ancestors ( Pou Gneu Gna Gneu). Also witness the New Years parade, featuring Miss Songkran. That evening, experience the watering of the Buddha images in the local Pagodas.
Day 4
Visit the local market, then transfer to airport for departure
ໂດຍ: test ວັນທີ: 6/4/2548
ເວລາ: 16:42
ສົ່ງຄໍາຄິດເຫັນ
(3121)
test
News Letter
ໂດຍ: kat ວັນທີ: 25/3/2548
ເວລາ: 17:12
ງານມະຫະກຳຂັບລຳພື້ນເມືອງລາວປະສານສຽງແຄນມິດຕະພາບລາວ-ໄທ....!
ກະຊວງຖະແຫລ່ງຂ່າວ-ວັດທະນະທຳ, ຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ອົງການທ່ອງທ່ຽວແຫ່ງຊາດ ພ້ອມດ້ວຍບໍລິສັດ ລາວຈະເລີນສິນ ຈະໄດ້ເປິດພິທີ ສະໂມສອນສົ່ງເສີມສິລະປະດົນຕີ-ວັດທະນະທຳພື້ນເມືອງລາວ ທີີ່ເດີ່ນສະໜາມຫລວງ (ທາດຫລວງ) ກຳນົດການໃນງານມີດັ່ງນີ້: * ວັນທີ 25/03/2005 ເວລາ: 18:30 - 23:00 ໂມງ ເປັນມື້ເປິດພິທີສະໂມສອນສົ່ງເສີມສິລປະດົນຕີ-ວັດທະນະທຳພື້ນເມືອງລາວ ເຊິ່ງຈະມີງານລ້ຽງໃນການຈັບຈອງໂຕະ, ໂຕະລະ 1.000.000 ກີບ. - ມີການສະແດງສິລະປະດົນຕີມິດຕະພາບລາວ-ໄທ ສິລປິນຮັບເຊີນມີ: * ສິນລະປິນຮັບເຊີນຝ່າຍລາວມີ: 1. ພູວຽງ ວາດທະວີສັກ 2. ໄກສີ ວັງເວີນໂຂງ 3. ຄຳພູມ ທະວີວັນ ແລະ ດາວເດັ່ນດວງໃຫມ່ອີກຫລວງຫລາຍເກືອບຮ້ອຍຊີວິດ * ສິນລະປິນຮັບເຊີນຝ່າຍໄທ 1. ບານເຢັນ ລາດແກ່ນ 2. ໄກສອນ ເລືອງສີ 3. ກຸດສະມາ ມະນີການ ແລະ ສິນລະປິນອື່ນໆອີກ * ວັນທີ 26/03/2005 ເວລາ: 20:00 - 23:00 ໂມງ ຈະໄດ້ເປີດງານມະຫະກຳຄອນເສີດມິດຕະພາບລາວ-ໄທ - ຂາຍບັດຄອນເສີດມວນຊົນທົ່ວໄປ + ບັດນັ່ງ 1 ບັດ 20.000 ກີບ + ບັດຢືນ 1 ບັດ 15.000 ກີບ * ທ່ານໃດສົນໃຈທີ່ຈະໄປຮ່ວມງານສ້າງສັນສັງຄົມ ເພື່ອລູກລາວຫລານລາວ ໃນການສົ່ງເສີມສິລປະດົນຕີ-ວັດທະນະທຳພື້ນເມືອງລາວ ສາມາດຈັບຈອງໂຕະທີ່ນັ່ງ ແລະ ຊື້ບັດເຂົ້າຊົມໄດ້ ທີ່ ບໍລິສັດ ລາວຈະເລີນສິນ, ບ້ານ ໜອງສະໂນຄຳ(ນາຄຳ), ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ໂທ: 021 261126, 020 544 5599, 5463635 ຢ່າລືມຢ່າພາດ ຫາໂອກາດໄປຊົມໃຫ້ໄດ້....! ເດີ້.! ງານດີໄດ້ຄຸນນະພາບມີພຽງ 2 ມື້ ເທົ່ານັ້ນ.
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 10/3/2548
ເວລາ: 09:51
ສົ່ງຄໍາຄິດເຫັນ
(1604)
ອຸບັດຕິເຫດໃນໜື່ງອາທິດຜ່ານມາຫລຸດລົງ...!
ຕາມການລາຍງານຂອງເຈົ້າຫນ້າທີ່ ພະແນກຄະດີອຸບັດເຫດ ກອງພັນຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ (ນະຄອນບານ) ໃຫ້ຮູ້ວ່າ: ການເກີດອຸບັດເຫດໃນຫນື່ງອາທິດທີ່ຜ່ານມາ ຕັ້ງແຕ່ວັນທີ 28 ກຸມພາ - 6 ມິນາ 2005 ມີທັງໝົດ 23 ຄັ້ງ ທຽບໃສ່ອາທິດຜ່ານມາທີ່ເກີດ ຂື້ນ 35 ຄັ້ງ ແມ່ນຫລຸດລົງຫລາຍເຮັດໃຫ້ພາຫະນະເປ່ເພເລັກນ້ອຍ 32 ຄັນ ແລະ ເປ່ເພພໍສົມຄວນ 17 ຄັນ. ດ້ານສຸຂະພາບ ແລະ ຊີິວິດ ໄດ້ຮັບບາດເຈັບເລັກນ້ອຍ 27 ຄົນ ບາດເຈັບພໍສົມຄວນ 17 ຄົນ ແລະ ເສຍຊີວິດ 1 ຄົນ ມີຜູ້ເຂົ້າຮ່ວມໃນການເກີດອຸບັດເຫດ 53 ຄົນ ຫລາຍກວ່າຫມູ່ແມ່ນກຳມະກອນ 21 ຄົນ, ພະນັກງານ 12 ຄົນ, ນັກຮຽນ 9 ຄົນ ແລະ ອື່ນໆ ອີກ ເກີດການລະເມີດພາໃຫ້ເກີດອຸບັດເຫດ 36 ກໍລະນີ ຫລາຍກວ່າຫມູ່ຍັງແມ່ນລົດຈັກຕຳລົດຈັກ 13 ກໍລະນີ ແລະ ລົດຈັກຕຳລົດໃຫຍ່ 5 ກໍລະນີ. ພ້ອມນີ້ ຂໍຮຽກຮ້ອງເຖິງຜູ້ໃຊ້ລົດໃຊ້ຖະຫນົນທຸກຄົນ ຈົ່ງມີສະຕິລະວັງຕົວໃນການຂັບຂີ່ ເຖິງວ່າສະຖິຕິການເກີດອຸບັດເຫດຈະມີຖ່ວງທ່າທີ່ຫລຸດລົງໃນຫລາຍດ້ານ ແຕ່ກໍຍັງເປັນຕົວເລກທີ່ຍັງສູງຢູ່ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງເອົາໃຈໃສ່ຕື່ມປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ ກວດກາສະພາບເຕັກນິກຂອງລົດລາພາຫະນະໃຫ້ຖືກຕ້ອງ ແລະ ຄົບຖ້ວນທີ່ກຳນົດໄວ້. * ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 10/03/2005
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 10/3/2548
ເວລາ: 08:59
ສົ່ງຄໍາຄິດເຫັນ
(200)
ແດ່ວັນແມ່ຍິງສາກົນ 8 ມິນາ...!
ດັ່ງທີ່ຮູ້ກັນແລ້ວວ່າ ວັນທີ 8 ມິນາ ຂອງທຸກໆປີ ແມ່ນວັນແມ່ຍິງສາກົນ ເຊິ່ງໃນໂອກາດນີ້ ຜູ້ຂຽນຂໍຍົກໃຫ້ເຫັນບາງບັນຫາ ແລະ ການໃຫ້ຄວາມສຳຄັນຕໍ່ວັນດ່ັງກ່າວ ເຊິ່ງມີຫລາຍສຳນັກງານໄດ້ມີການສະເຫລີມສະຫລອງ ແລະ ໃຫ້ຄວາມສຳຄັນຫລາຍຂື້ນ ໂດຍສະເພາະຜູ້ຊາຍຈະຍົກສູງບົດບາດຂອງແມ່ຍິງຂື້ນຕື່ມ ເຊັ່ນ: ການບໍລິການຕໍ່ແມ່ຍິງ (ເສີບນ້ຳ ເສີບໃນ ລ້າງຖ້ວຍ ລ້າງຈານ ແລະ ແຕ່ງຢູ່ຄົວກິນຢູ່ໃນຄອບຄົວ). ແຕ່ກໍຍັງມີບາງຄົນຍັງບໍ່ທົນເຫັນຄວາມສຳຄັນຂອງວັນດັ່ງກ່າວເທົ່າທີ່ຄວນ ເວົ້າສະເພາະໃນກຸ່ມໄວລຸ້ນ ຫນຸ່ມສາວ ເຊິ່ງໃຊ້ໂອກາດນີ້ຫລີ້ນກິນຟຸມເຟືອຍ ແລະ ນຳໄປສູ່ສິ່ງຫຍໍ້ທໍ້ອື່ນໆອີກ ຈາກບັນຫາດັ່ງກ່າວພວກເຮົາຕ້ອງຊ່ວຍກັນແກ້ໄຂ ໂດຍສະເພາະພໍ່ແມ່ຜູ້ປົກຄອງ ຫລື ລຸງປ້າອາວອາຫທັງຫລາຍ ໂດຍເລີ່ມຈາກຜູ້ໃຫຍ່ພວກເຮົາຄວນເປົນຕົວແບບທີ່ດີ ເປັນເຈົ້າການນຳພາລູກຫລານເຮັດກິດຈະກຳຮ່ວມກັນໃນວັນດັ່ງກ່າວ ເຊັ່ນ: ທ່ອງທ່ຽວທຳມະຊາດ ຫລີ້ນກິລາ ຮັບປະທານອາຫານຮ່ວມກັນ ທັງໃນບ້ານ ຫລື ຮ້ານອາຫານ ແລະ ອື່ນໆ ນອກຈາກນີ້ກໍຕ້ອງສຶກສາອົບຮົມລູກຫລານໃຫ້ເຫັນເຖິງຄວາມສຳຄັນຂອງວັນສຳຄັນນີ້ຊີ້ໃຫ້ເຫັນ ຜົນເສຍຫາຍຂອງການຫລີ້ນກິນຟຸມເຟືອຍກໍຄືບັນດາສິ່ງຫຍໍ້ທໍ້ອື່ນໆໃນສັງຄົມ. ດ້ານຫນື່ງອີກ ຂົງເຂດການສຶກສາກໍມີສ່ວນຊ່ວຍປູກຝັງຈິດສຳນຶກໃຫ້ແກ່ພວກເຂົາເຫລົ່ານີ້ ເຊັ່ນ: ການເຮັດລາຍງານ ຫລື ກິດຈະກຳວັນສຳຄັນໃຫ້ແກ່ນັກຮຽນຮູ້ ນັກສຶກສາ ໂດຍວາງຄຳຖາມໃຫ້ສຶກສາຄົ້ນຄວ້າເປັນຕົ້ນແມ່ນທີ່ມາຂອງວັນແມ່ຍິງ ມີຄືແນວໃດ? ມີຄວາມສຳຄັນແນວໃດ? ຈະເຮັດຫຍັງ ຫລື ກິດຈະກຳຫຍັງໃນວັນດັ່ງກ່າວ ແລະ ອື່ນໆອີກ ສິ່ງເຫລົ່ານີ້ບໍ່ພຽງແຕ່ໃຊ້ໄດ້ກັບວັນນີ້ວັນດຽວ ຍັງໃຊ້ກັບວັນອື່ນໆອີກ. ບັນຫາສິ່ງຫຍໍ້ທໍ້ໃນຖັນແຖວເຍົາວະຊົນ ຊາວຫນຸ່ມ ແມ່ນບັນຫາສຳຄັນທີ່ພວກເຮົາທຸກຄົນ ທຸກພາກສ່ວນຕ້ອງໄດ້ປະກອບສ່ວນແກ່ໄຂຊ່ວຍກັນ ເພື່ອເຮັດໃຫ້ພວກເຂົາເຫລົ່ານັ້ນໄດ້ກາຍເປັນຜູ້ສຶບທອດພາລະກິດປົກປັນຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄ%