ຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກກໍລະນີທຳອິດໄດ້ເສຍຊີວິດແລ້ວ

  ຕາມການສຳພາດຂອງທ່ານ ດຣ. ບຸນຫລາຍ ພົມມະສັກ ຮອງຫົວຫນ້າກົມອະນາໄມ ແລະ ກັນພະຍາດ ທັງເປັນຫົວຫນ້າຫ້ອງການປະສານງານຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກໃນຄົນ ແລະ ສັດ ເມື່ອວັນທີ 8 ມີນາ 2007 ນີ້ໃຫ້ຮູ້ວ່າ: ຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກ H5N1 ຄົນທຳອິດ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ພາຍຫລັງທີ່ມີອາການເຂົ້ານອນປິ່ນປົວ ຢູ່ໂຮງພະຍາບານຫນອງຄາຍ ປະເທດໄທ ປັດຈຸບັນນີ້ຜູ້ກ່ຽວແມ່ນໄດ້ເສຍຊີວິດແລ້ວ ເມື່ອວັນທີ 7 ມີນາ 2007 ເວລາ ປະມານ 18:30 ໂມງ, ສ່ວນຜູ້ຕິດເຊື້ອພະຍາດດັ່ງກ່າວລາຍທີສອງ ປະຊາຊົນບ້ານສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ທີ່ນອກປິ່ນປົວຢູ່ໂຮງໝໍເຊດຖາທິລາດ ແມ່ນເສຍຊີວິດໃນວັນທີ 4 ມີນາ 2007 ຜ່ານມານີ້.

  ທ່ານ ດຣ. ບຸນຫລາຍ ພົມມະສັກ ຍັງໃຫ້ຮູ້ຕື່ມວ່າ: ສຳລັບສະພາບການທົ່ວໄປ ຖືວ່າຍັງບໍ່ທັນເຖິງ
ລະດັບທີ່ຮຸນແຮງເທື່ອ ພວກເຮົາສາມາດປ້ອງກັນ ແລະ ສະກັດກັ້ນໄດ້ ອີງຕາມການສົມທົບກັບອົງການ
ອະນາໄມໂລກ ຕາມການຕີລາຄາສະພາບການລະບາດຂອງພະຍາດໄຂ້ຫວັດສັດປີກຢູ່ ສປປ ລາວ ແມ່ນ
ຍັງຢູ່ໃນເກນບໍ່ໄດ້ເປັນຜົນກະທົບຕໍ່ສະພາບລວມຂອງຂົງເຂດ ແລະ ຍັງຕີລາຄາຢູ່ໃນລະດັບເກົ່າທີເຄີຍໄດ້
ປະກາດໄປແລ້ວນັ້ນ ມີແຕ່ວ່າ ຂໍຮຽກຮ້ອງເຖິງພໍ່ແມ່ປະຊາຊົນເຮົາ ມີສະຕິໃນການບໍ່ເອົາສັດປີກທີ່ເຫງົາ ຫລື ຕາຍມາບໍລິໂພກ ຖ້າປະຕິບັດໄດ້ ບັນຫານີ້ຈະຫລຸດຜ່ອນຄວາມສ່ຽງລົງຫລາຍທີ່ສຸດ ທາງວິທະຍາ
ສາດ ມັນໄດ້ຢັ້ງຢືນໃຫ້ຮູ້ແລ້ວວ່າ ຖ້າຫາກວ່າມີການສຳພັດສັດປີກ ຫລື ວ່າບໍລິໂພກສັດປີກເຫງົາ ຫມາຍວ່າ ເປີເຊັນທີ່ຈະຕິດພະຍາດໄຂ້ຫວັດສັດປີກໃສ່ຄົນເຮົາແມ່ນສູງ ຄືດັ່ງສອງກໍລະນີທີ່ຕິດເຊື້ອ
ພະຍາດໄຂ້ຫວັດສັດປີກ ແມ່ນເສຍຊີວິດ ດັ່ງນັ້ນ ໃຫ້ປະຊາຊົນຈົ່ງປະຕິບັດການຢູ່ການກິນໃຫ້ຖືກຕາມ
ຫລັກອະນາໄມ ບໍ່ເຜີຕົວ ບໍ່ອຳ ບໍ່ເຊື່ອງ ກໍລະນີສັດປີກເຫງົາ ຫລື ຕາຍ ໃຫ້ລາຍງານຕໍ່ເຈົ້າຫນ້າທີ່
ໂດຍດ່ວນ.