|
ຜູ້ປ່ວຍໄຂ້ຫວັດສັດປິກເສຍຊີວິດແລ້ວ ອີງຕາມການລາຍງານຈາກກະຊວງສາທາລະນະສຸກ ໃນວັນທີ 6 ມີນາ 2007 ຊາບວ່າ: ໃນວັນທີ 4 ມີນາ 2007 ກະຊວງສາທາລະນະສຸກ ໄດ້ຢັ້ງຢືນເຖິງແກ່ການເສຍຊີວິດຂອງຄົນເຈັບຢູ່ບ້ານສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ວ່າ: ຜົນຂອງການກວດຂັ້ນຕົ້ນຂອງສູນວິເຄາະລະບາດວິທະຍາ ເຫັນວ່າຜູ້ກ່ຽວຕິດເຊື້ອພະຍາດໄຂ້ຫວັດສັດປີກ ເຊິ່ງຜູ້ກ່ຽວໄດ້ເສຍຊີວິດໃນວັນທີ 4 ມີນາ 2007 ເວລາ 14:30 ໂມງ. ຄົນເຈັບຜູ້ນີ້ແມ່ນເປັນກໍລະນີທີສອງທີ່ຕິດເຊື້ອໄຂ້ຫວັດຢູ່ ສປປ ລາວ ເຖິງແນວໃດກໍຕາມຜົນການກວດກາວິເຄາະທີ່ເຊື່ອຖືໄດ້ຂອງອົງການອະນາໄມໂລກຍັງຢູ່ໃນໄລຍະລໍຖ້າ. ສ່ວນປະຫວັດຂອງການສຳພັດກັບສັດປີກທີ່ເຈັບປ່ວຍບໍ່ທັນຈະແຈ້ງເທື່ອ ໃນໄລຍະນີ້ ແລະ ການສອບຖາມຍັງດຳເນີນຢູ່ ພ້ອມດຽວກັນນັ້ນຍັງໄດ້ມີການສືບຕໍ່ຕິດຕາມຊອກຫາຜູ້ທີ່ສຳພັດກັບຄົນເຈັບ ມາເຖິງປັດຈຸບັນນີ້ຍັງບໍ່ທັນມີກໍລະນີໃດທີ່ພົວພັນກັບຄົນເຈັບມີອາການຕິດເຊື້ອເທື່ອ. ສຳລັບລະດັບເຕືອນໄພໃນໂລກຂອງອົງການອະນາໄມໂລກ ວ່າດ້ວຍໄພພິວັດລະບາດຂະໜາດໃຫຍ່ ແມ່ນຍັງຢູ່ໃນໄລຍະສາມຄື: ໄດ້ປະກາດຜ່ານມາຍັງບໍ່ທັນມີຫຍັງປ່ຽນແປງ ເຊື້ອຈຸລະໂຣກບໍ່ໄດ້ປ່ຽນແປງ ໄປສູ່ຮູບແບບທີ່ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ຢ່າງງ່າຍດາຍ ແລະ ເຫດການທີ່ເກີດຂື້ນບໍ່ໄດ້ບົ່ງບອກ ເຖິງການປ່ຽນແປງໄປຫາຄວາມສ່ຽງທີ່ຈະພາໃຫ້ເກີດໄພພິບັດລະບາດຂະຫນາດໃຫຍ່ໃນຂະນະນີ້ໄດ້. |