ແລກປ່ຽນບົດຮຽນ ກ່ຽວກັບການຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຫວັດສັດປີກຢູ່ລາວ

  ວັນທີ 5 ມີນາ 2007 ນີ້ ຄະນະກຳມະການແຫ່ງຊາດ ຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ ຮ່ວມກັບຄະນະ
ຊ່ຽວຊານຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຫວັດສັດປີກ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວ
ກັບມາດຕະການຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຫວັດສັດປີກຂຶ້ນ ທີ່ກະຊວງກະສິກຳ ແລະ ປ່າໄມ້ ເປັນກຽດເຂົ້າຮ່ວມມີ
ທ່ານ ດຣ. ປອນເມກ ດາລາລອຍ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ທ່ານ ສີຕາເຮັ່ງ ຣາຊະພົນ ລັດຖະມົນຕີ
ວ່າການກະຊວງກະສິກຳ ແລະ ປ່າໄມ້ ບັນດາລັດຖະມົນຕີຊ່ວຍວ່າການ ແລະ ຄະນະກຳມະການ ວິຊາການທີ່ກ່ຽວຂ້ອງ
ຈາກສູນກາງ ແລະ ນະຄອນຫລວງວຽງຈັນ.
  ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ກໍເພື່ອຮັບຟັງການເຜີຍແຜ່ສະພາບການລະບາດຂອງພະຍາດໄຂ້ຫວັດສັດປີກ
ແລະ ມາດຕະການຄວບຄຸມ ແລະ ປ້ອງກັນພະຍາດດັ່ງກ່າວຢູ່ ສ.ສ ຫວຽດນາມ ຈາກຊ່ຽວຊານຫວຽດນາມ
ເຊິ່ງປະເທດຫວຽດນາມ ແມ່ນເປັນປະເທດຫນຶ່ງທີ່ປະສົບຜົນສຳເລັດ ໃນການຄວບຄຸມພະຍາດໄຂ້ຫວັດສັດປີກມາແລ້ວ
ດັ່ງນັ້ນ ການຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອແລກປ່ຽນຖອດຖອນບົດຮຽນປະສົບການ ເພື່ອນຳມາປັບປຸງແກ້ໄຂໃຫ້ແກ່ການ
ຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຫວັດສັດປີກຢູ່ ສປປ ລາວ.
  ດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ພະຍາດດັ່ງກ່າວເກີດຂຶ້ນຢູ່ ສປປ ລາວ ເປັນຄັ້ງທີ 3 ແລ້ວ ນັບແຕ່ປີ 2004
 ເປັນຕົ້ນມາ ເຊິ່ງໄດ້ສ້າງຜົນກະທົບ ແລະ ສ້າງຄວາມເສຍຫາຍທາງດ້ານຊັບສິນ ທຶນຮອນໃຫ້ແກ່ພັກລັດ ແລະ ຊາວ
ກະສິກອນຢ່າງຫນັກຫນ່ວງ ຄິດເປັນມູນຄ່າຫລາຍຮ້ອຍລ້ານກີບ ແຕ່ການລະບາດຄັ້ັງທີ 3 ນີ້ ແມ່ນມີຄວາມຮ້າຍແຮງ
ກວ່າຄັ້ງຜ່ານມາ ເພາະຄັ້ງນີ້ເກີດຂຶ້ນຢູ່ເຂດຊຸມຊົນ ເຮັດໃຫ້ການຄວບຄຸມພົບຄວາມຫຍຸ້ງຍາກ ພາຍຫລັງທີ່ກວດພົບເຊື້ອ
ພະຍາດໄຂ້ຫວັດສັດປີກນັບແຕ່ຕົ້ນປີ 2007 ຢູ່ນະຄອນຫລວງວຽງຈັນ ມາຮອດປັດຈຸບັນພະຍາດດັ່ງກ່າວ ໄດ້ແຜ່ລະບາດ
ອອກໄປສູ່ວົງກວ້າງ ແລະ ອອກໄປສູ່ຕ່າງແຂວງແລ້ວ.