ພົບເຊື້ອພະຍາດ H5 ຢູ່ 4 ບ້ານ ໃນແຂວງສະຫວັນນະເຂດ

  ຕາມການລາຍງານຂອງທ່ານ ຄອນສະຫວັນ ຂຸນນະລາດ ຫົວຫນ້າຫ້ອງວ່າການແຂວງ ຮອງປະທານຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກຂອງແຂວງສະຫວັນນະເຂດ ໄດ້ແຈ້ງຕໍ່ນັກຂ່າວໃນວັນທີ 8 ມີນາ 2007 ທີ່ຜ່ານມານີ້ວ່າ ໂດຍອີງຕາມຜົນການວິໄຈຈາກຫ້ອງວໄຈ ພະຍາດໄຂ້ຫວັດສັດປີກ ກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 0078/ກລສ ລົງວັນທີ 7 ມີນາ 2007 ທີ່ຜ່ານມາ ໄດ້ໃຫ້ຮູ້ວ່າ: ໄດ້ພົບເຊື້ອພະຍາດໄຂ້ຫວັດສັດປີກ H5 ຢູ່ 4 ຈຸດຂອງເມືອງໄກສອນ
ພົມວິຫານ ຄື: ບ້ານນາແກ,​ ໂພນສະຫວ່າງໃຕ້, ດົງດຳດວນ ແລະ ບ້ານລາດສະວົງໄຊ ເຊິ່ງໄດ້ກຳນົດ
ເປັນເຂດແດງ ແລະ ອີກ 21 ບ້ານທີ່ມີຂອບເຂດລັດສະຫມີຈາກຈຸດລະບາດ 1 ກິໂລແມັດ.
  ຕໍ່ສະພາບຄືດັ່ງກ່າວ ເຖິງແມ່ນວ່າຈະບໍ່ທັນພົບພະຍາດຕິດຕໍ່ຫາຄົນ ທາງຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຂັ້ນແຂວງກໍໄດ້ພ້ອມກັນຈັດຕັ້ງຫນ່ວຍງານວິຊາການລົງທຳລາຍສັດປີກ ແລະ ຜະລິດຕະພັນສັດປີກທຸກປະເພດ ທີ່ນອນໃນເຂດສີແດງພາຍໃນ 2 ວັນ, ນັບແຕ່ວັນທີ 8-9 ມີນາ 2007 ໃຫ້ສຳເລັດ ພ້ອມໄດ້ກຳນົດເຂດສີເຫລືອງ (ເຂດເຝົ້າລະວັງຢ່າງເຄັ່ງຄັດ) ໃນຂອບເຂດລັດສະໝີ ຈາກເຂດລະບາດ 5 ກິໂລແມັດ ເຊິ່ງປະກອບມີ 21 ບ້ານ ແລະ ຫ້າມເຄື່ອນຍ້າຍສັດປີກ ແລະ ຜະລິດຕະພັນສັດປີກທຸກຊະນິດເຂົ້າ-ອອກໃນເຂດລະບາດ ພ້ອມນີ້ກໍຈັດຕັ້ງຈຸດດ່ານກວດກາພາຫະນະ ທຸກປະເພດ ສີດ ແລະ ພົ່ນຢາ ໄປຄຽງຄູ່ກັນນີ້ ກໍອອກປະກາດໂຄສະນາທາງຂ່າວວິທະຍຸໂທລະພາບ ແລະ ໜັງສືພິມຢ່າງເປັນປົກກະຕິ ແລະ ຈັດຫນ່ວຍງານລົງໃຫ້ຄວາມຮູ້ ດ້ານສຸຂະສຶກສາແກ່ຊຸມຊົນ ເພື່ອໃຫ້ເຂົາເຈົ້າຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ວິທີປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມ ອອກໄປ.