ຈັດຕັ້ງປະຕິບັດມາດຕະການໃຫມ່ ເພື່ອສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກຢ່າງເຄັ່ງຄັດ

ໃນປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ພະຍາດໄຂ້ຫວັດສັດປີກໄດ້ສືບຕໍ່ລະບາດເປັນບໍລິເວນທີ່ກວ້າງຂວງ ແລະ ຍັງມີທ່າອ່ຽງທີ່ຈະຂະຫຍາຍວົງກວ້າງອອກໄປຕື່ມອີກ ຊຶ່ງມີຄວາມສາມາດໃນລະດັບສູງທີ່ຈະກໍ່ໃຫ້
ເກີດຄວາມເສຍຫາຍແກ່ເສດຖະກິດ-ສັງຄົມ ແລະ ມີເງື່ອນໄຂທີ່ຈະສືບຕໍ່ແຜ່ເຊື້ອເຂົ້າສູ່ຄົນເຮົາ ອັນຈະ
ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພໃນຊີວິດຂອງພະນັກງານ ທະຫານ ແລະ ປະຊາຊົນເຮົາ.
  ດ້ວຍຄວາມເປັນຫວ່ງ ແລະ ເອົາໃຈໃສ່ໃນລະດັບສູງຕໍ່ສະພາວະໃນການລະບາດຢ່າງຮ້າຍແຮງຂອງ
ພະຍາດດັ່ງກ່າວ ໃນອາທິດທີຜ່ານມາ ກອງປະຊຸມລັດຖະບານໄດ້ຕົກລົງວາງມາດຕະການໃຫມ່ ເພື່ອ
ການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດສັດປີກ ເວົ້າສະເພາະຢູ່ໃນເຂດ
ນະຄອນຫລວງວຽງຈັນ ຊຶ່ງຕໍ່ມາເຈົ້າຄອງນະຄອນຫລວງວຽງຈັນ ກໍໄດ້ອອກແຈ້ງການຢ່າງຮີບດ່ວນ
ໃນການຈັດຕັ້ງປະຕິບັດຕາມການຕົກລົງຂອງລັດຖະບານໃຫ້ມີຜົນສັກສິດ.
  ໂດຍອີງໃສ່ການລະບາດທີ່ໄດ້ຂະຫຍາຍຕົວຢ່າງຮ້າຍແຮງ ແລະ ກວ້າງຂວາງ ແຈ້ງການໄດ້ກຳນົດ
ໃຫ້ຂະຫຍາຍເຂດຄວບຄຸມ ຫລື ເອີ້ນວ່າ: ເຂດແດງຈາກ 23 ບ້ານ ໃນເມື່ອກ່ອນ ເພີ່ມເປັນ 211 ບ້ານ ໃນປັດຈຸບັນ ໂດຍຈຳນວນບ້ານດັ່ງກ່າວ ແມ່ນຢູ່ໃນເທດສະບານ ແລະ 6 ເມືອງ ຊຶ່ງປະກອບດ້ວຍ: ເມືອງສີສັດຕະນາກ 40 ບ້ານ, ເມືອງຈັນທະບູລີ 37 ບ້ານ, ເມືອງຫາດຊາຍຟອງ 20 ບ້ານ, ເມືອງ
ສີໂຄດ 52 ບ້ານ, ເມືອງໄຊເຊດຖາ 47 ບ້ານ, ແລະ ເມືອງໄຊທານີ 15 ບ້ານ ແລະ ໄດ້ກຳນົດໃຫ້
ພື້ນທີ່ທັງຫມົດໃນທົ່ວນະຄອນຫລວງວຽງຈັນ ເປັນເຂດເຝົ້າລະວັງ ຫລື ເອີ້ນວ່າເຂດເຫລືອງ ໃນການຄວບ
ຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ພ້ອມດຽວກັນນີ້ ກໍ່ໄດ້ກຳນົດມາດຕະການໃຫມ່ທີ່ລະອຽດ
ເຂັ້ມງວດ ແລະ ເດັດຂາດ ເພື່ອຮັບປະກັນໃຫ້ແກ່ການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງ
ພະຍາດດັ່ງກ່າວ.
  ດັ່ງນັ້ນ ເພື່ອຮັບປະກັນເຮັດໃຫ້ການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຫວັດ
ສັດປີກ ຊຶ່ງພວມແຜ່ລາມຢ່າງກວ້າງຂວາງ ໃຫ້ໄດ້ຮັບການແກ້ໄຂໃຫ້ຍຸຕິລົງໂດຍໄວ ມັນຮຽກຮ້ອງໃຫ້ຖັນ
ແຖວພະນັກງານ ທະຫານ ຕຳຫລວດ ຊາວຄ້າ-ຂາຍ ຜຸ້ດຳເນີນທຸລະກິດ ຜູ້ປະກອບການໃນດ້ານຕ່າງໆ ຕະຫລອດຮອດປະຊາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ ຈະຕ້ອງໄດ້ເຂົ້າຮ່ວມ ແລະ ເອົາໃຈໃສ່ຈັດຕັ້ງ
ປະຕິບັດແຈ້ງການ ຂອງເຈົ້າຄອງນະຄອນຫລວງວຽງຈັນ ດ້ວຍຄວາມເປັນເຈົ້າການໃນລະດັບສູງ ມີຄວາມເຂັ້ມງວດ ເຄັ່ງຄັດ ແລະ ເດັດຂາດ ຕ້ອງຖືບັນຫາດັ່ງກ່າວເປັນວຽກງານບູລິມະສິດຂອງທຸກໆຄົນ ທຸກໆສຳນັກງານ ອົງການ ຈະຕ້ອງໄດ້ເຂົ້າຮ່ວມ ເພື່ອຈັດຕັ້ງປະຕິບັດ.