|
ຄຳສັ່ງແນະນຳ:
ເລກທີ
02/ຈນວ
ວັນທີ 12/3/2007
ເຖິງ: -
ບັນດາທ່ານເຈົ້າເມືອງ ຫົວຫນ້າພະແນກການ ອົງການທຽບເທົ່າ
- ບັນດາທ່ານ ຫົວຫນ້າສຳນັກງານ ອົງການຂອງລັດ ບັນດາຫົວຫນ້າຫນ່ວຍທຸລະກິດ
ແລະ ຊາວນະຄອນຫລວງວຽງຈັນ.
ເລື່ອງ:
ການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ
ຢູ່ນະຄອນຫລວງວຽງຈັນ.
- ອີງຕາມ ຄຳສັ່ງແນະນຳຂອງນາຍົກລັດຖະມົນຕີ ສປປ ລາວ ສະບັບເລກທີ 27/ນຍ
ລົງວັນທີ 20/7/2006 ວ່າດ້ວຍການກະກຽມສະກັດກັ້ນ ແລະ ຄວບຄຸມພະຍາດຕິດຕໍ່
- ອີງຕາມການຕົກລົງຂອງກອງປະຊຸມລັດຖະບານ ຄັ້ງວັນທີ 7/3/2007
ກ່ຽວກັບມາດຕະການໃຫມ່ໃນການສະກັດກັ້ນ ແລະ
ຄວບຄຸມການລະບາດຂອງພະຍາດໄຂ້ຫວັດສັດປີກ ໃນນະຄອນຫລວງວຽງຈັນ.
- ອີງຕາມແຈ້ງການຂອງເຈົ້າຄອງນະຄອນຫລວງວຽງຈັນ ເລກທີ 131/ຈນວ ລົງວັນທີ
8/3/2007 ກ່ຽວກັບໃຫ້ຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ
ຄວບຄຸມພະຍາດໄຂ້ຫວັດປີກຂອງລັດຖະບານ ຢູ່ນະຄອນຫລວງວຽງຈັນ.
ຄະນະກຳມະການສະເພາະກິດສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກນະຄອນຫລວງວຽງຈັນ
ອອກຄຳສັ່ງແນະນຳເພີ່ມເຕີມຄືດັ່ງນີ້:
1. ໃຫ້ເຈົ້າເມືອງ ໜ່ວຍສະເພາະກິດແຕ່ລະຂັ້ນ ອຳນາດການປົກຄອງທ້ອງຖິ່ນ
ຜູ້ຈັດສັນຕະຫລາດ ແລະ
ຜູ້ລ້ຽງສັດປີກທຸກຄົນເອົາໃຈໃສ່ປະຕິບັດແຈ້ງການຂອງທ່ານເຈົ້າຄອງສະບັບເລກທີ
131/ຈນວ ລົງວັນທີ 8/3/2007 ໃຫ້ເຂັ້ມງວດ.
2. ການຂ້າທຳລາຍສັດປີກໃນຈຳນວນ 211 ບ້ານ ທີ່ນອນໃນເຂດເທດສະບານ ແລະ 6 ເມືອງທີ່ເປັນເຂດແດງ
ໃຫ້ປະຕິບັດດັ່ງນີ້:
- ວັນທີ 9-10/3/2007 ໃຫ້ເຊື່ອມຊຶມໃບແຈ້ງການ ເຝິກອົບຮົມແຈ້ງການຕ່າງໆໃຫ້ສຳເລັດ
ຖ້າເມືອງໃດມີເງື່ອນໄຂ ໃຫ້ຈັດຕັ້ງການຂ້າທຳລາຍເລີຍ.
- ວັນທີ 11-14/3/2007 ໃຫ້ແຕ່ລະເມືອງ ຈັດຕັ້ງປະຕິບັດການທຳລາຍໃຫ້ຫມົດໃນ
211 ບ້ານໃນ ຮອບທີ 1:
- ຖ້າມີກໍລະນີມີບາງຄອບຄົວບໍ່ທັນໄດ້ມອບສັດປີກໃຫ້ທຳລາຍໃນໄລຍະກ່ອນນັ້ນ ໃຫ້ເອົາມາມອບເພື່ອທຳລາຍໃນໄລຍະນີ້
ຈະໄດ້ປະຕິບັດນະໂຍບາຍຊົດເຊີຍ ນອກຈາກນັ້ນ ຈະບໍ່ໄດ້ຮັບນະໂຍບາຍ
ຖ້າກາຍກຳນົດດັ່ງກ່າວ ແລະ ກໍລະນີເຈົ້າຫນ້າທີ່ພົບເຫັນ
ຢຶດໄດ້ຈະບໍ່ຮັບການຊົດເຊີຍ ແລະ ຈະໄດ້ປະຕິບັດວິໄນຕາມລະບຽບກົດຫມາຍ.
- ວັນທີ 15-17/3/2207 ກວດກາຄືນການທຳລາຍຮອບ 2.
- ວັນທີ 18-19/3/2007 ກວດກາຄືນການທຳລາຍຮອບ 3.
- ວັນທີ 20 ແຕ່ລະພາກສ່ວນສະຫລຸບໃຫ້ສຳເລັດ.
- ວັນທີ 21/3/2007 ເປີດກອງປະຊຸມປະເມີນຜົນ.
3. ຢູ່ໃນເຂດແດງ ຖ້າຍັງເຫັນມີການເຄື່ອນຍ້າຍ ຊຸກເຊື່ອງ ຈຳຫນ່າຍ
ມີການປຸງແຕ່ງອາຫານປະເພດສັດປີກ ແລະ ໄຂ່ທຸກຊະນິດ
ທາງເຈົ້າຫນ້າທີ່ຈະໃຊ້ມາດຕະການ ປະຕິບັດຕໍ່ຜູ້ລະເມີດຢ່າງເຂັ້ມງວດ
ຕາມແຈ້ງການສະບັບເລກທີ 131/ຈຄ.ນວ ຈົນກວ່າຈະມີແຈ້ງການລົບລ້າງເຂດແດງ.
ດັ່ງນັ້ນ ຈຶ່ງອອກຄຳສັ່ງແນະນຳມາຍັງບັນດາທ່ານເພື່ອຊາບ ແລະ
ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ຮອງເຈົ້າຄອງນະຄອນຫລວງວຽງຈັນ
ຫົວຫນ້າຄະນະກຳມະການສະເພາະກິດນະຄອນຫລວງວຽງຈັນ
ສົມວັນດີ ນາຖະວົງ |