|
ວຽງຈັນ ວັນທີ 27 ກຸມພາ 2007 - ໂດຍອີງໃສ່ຂໍ້ມູນຂ່າວສານຈາກສຳນັກງານລະບາດວິທະຍາ ກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ປະເທດໄທ ລົງວັນທີ 27 ກຸມພາ ກະຊວງສາທາລະນະສຸກ ສປປ ລາວ ໄດ້ປະກາດຄົນເຈັບກໍລະນີທຳອິດ ທີ່ຕິດເຊື້ອໄຂ້ຫວັດສັດປີກ H5N1 ຜູ້ຕິດເຊື້ອແມ່ນເດັກຍິງ ອາຍຸ 15 ປີ ຢູ່ເຂດຊານເມືອງ ນະຄອນຫລວງ ວຽງຈັນ ເຊິ່ງເປັນເຂດທີ່ລະບາດຂອງເຊື້ອໄຂ້ຫວັດສັດປີກ H5N1 ໃນສັດປີກ ເຊິ່ງໄດ້ຖືກຢືນຢັນໃນ ວັນທີ 7 ກຸມພາ. ກະຊວງສາທາລະນະສຸກຂອງລາວ ໄດ້ລາຍງານວ່າ ເດັກຍິງມີອາການຂອງໄຂ້ຫວັດໃຫຍ່ ໃນວັນທີ 10 ກຸມພາ ລາວໄດ້ນອນປິ່ນປົວອາການໄຂ້ ແລະ ອາການທາງລະບົບຫາຍໃຈ ທີ່ໂຮງຫມໍແຫ່ງຫນຶ່ງ ໃນນະຄອນຫລວງ ວຽງຈັນ ໃນວັນທີ15 ກຸມພາ ໃນວັນທີ 17 ກຸມພາ ພໍ່ແມ່ຂອງລາວ ໄດ້ສົ່ງໄປປິ່ນປົວທີ່ໂຮງຫມໍເອກະຊົນ ແຫ່ງ ຫນຶ່ງ ໃນແຂວງຫນອງຄາຍ ປະເທດໄທ ວັນທີ 20 ກຸມພາ ລາວໄດ້ຖືກນຳສົ່ງໄປທີ່ໂຮງຫມໍແຂວງຫນອງຄາຍ ຢູ່ທີ່ນີ້ອາການຂອງຄົນເຈັບຍັງເຫມືອນເດີມ. ຕົວຢ່າງດ້ານຄຣີນິກ ໄດ້ຖືກເກັບຈາກຄົນເຈັບໃນວັນທີ 20 ແລະ 21 ກຸມພາ ໂດຍນັກລະບາດວິທະຍາ ຝ່າຍລາວແລະ ໄທ ຕົວຢ່າງໄດ້ຖືກກວດຢູ່ທີ່ຫ້ອງວິເຄາະ 2 ແຫ່ງ ຢູ່ປະເທດໄທ ໂດຍອີງໃສ່ຂໍ້ແນະນຳຂັ້ນຕອນ ປະຕິບັດຂອງອົງການອະນາໄມໂລກ ຜົນກວດໄດ້ຖືກລາຍງານເປັນທາງການ ທາງໂທລະສານ ເຖິງກະຊວງ ສາທາລະນະສຸກ ໃນວັນທີ 24 ກຸມພາໄດ້ຢືນຢັນວ່າຄົນເຊັບຕິດເຊື້ອ H5N1 ໃນມື້ດຽວກັນນັ້ນ ກະຊວງ ສາທາລະນະສຸກ ໄດ້ລາຍງານຕໍ່ໃຫ້ອົງການອະນາໄມໂລກ ໄດ້ຮັບຊາບ. ຫ້ອງວິເຄາະຂອງໄທ ຍັງຄົງສືບຕໍ່ເຮັດການວິໄຈຕົວຢ່າງນັ້ນ ກະຊວງສາທາລະນະສຸກ ໄດ້ສົ່ງຕົວຢ່າງຂອງ ຄົນເຈັບໄປສູນການຮ່ວມມືສາກົນຂອງອົງການອະນາໄມໂລກ ເພື່ອການກວດກາ. ໃນວັນທີ 24-25 ກຸມພາ ທິມງານທີ່ປະກອບດ້ວຍພະນັກງານວິຊາການຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ ແລະ ປະເທດໄທ ສົມທົບກັບພະນັກງານວິຊາການຈາກອົງການອະນາໄມໂລກ ໄດ້ໄປຢ້ຽມຢາມ ບ້ານ ແລະ ເມືອງທີ່ຄົນເຈັບສັງກັດຢູ່ ເຊິ່ງເປັນບ່ອນທີ່ຫາກໍເກີດລະບາດພະຍາດໄຂ້ຫວັດສັດປີກການສຳພັດ ໃກ້ຊິດກັບຄົນເຈັບໄດ້ຖືກຕິດຕາມທຸກວັນ ບັນດາຜູ້ໃຫຍ່ໃນຄົວເຮືອນທີ່ມີການສຳພັດໃກ້ຊິດກັບຄົນເຈັບ ເຊັ່ນ ດຽວກັນກັບພະນັກງານທີ່ໄດ້ສຳພັດກັບນາງຄົນເຈັບທີ່ໂຮງຫມໍ ບ່ອນທີ່ລາວກຳລັງນອນຮັບການປິ່ນປົວ ແມ່ນ ລ້ວນແຕ່ໄດ້ຮັບຢາ oseltamivir ເພື່ອກິນປ້ອງກັນພາຍຫລັງທີ່ໄດ້ສຳພັດກັບຄົນເຈັບ ຍັງບໍ່ທັນມີຜູ້ໃດທີ່ສຳພັດ ກັບຄົນເຈັບມີອາການສະແດງຂອງການຕິດເຊື້ອ. ຂໍ້ມູນທີ່ຄົນເຈັບໄດ້ມີການສຳພັດກັບສັດປ່ວຍນັ້ນ ແມ່ນຍັງບໍ່ຈະແຈ້ງ ເນື່ອງຈາກຄົນເຈັບກຳລັງໄດ້ຮັບການ ປິ່ນປົວຢ່າງມໍລະສຸມ ແລະ ບໍ່ສາມາດໃຫ້ສຳພາດໄດ້. ພາຍໃຕ້ການຊີ້ນຳຂອງຄະນະກຳມະການຄວບຄຸມພະຍາດຕິດຕໍ່ ເຊິ່ງເປັນເຈົ້າການ ໂດຍບັນດາກະຊວງທີ່ ກ່ຽວຂ້ອງ ແລະ ຄະນະກຳມະການສະເພາະກິດ ຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ ໂດຍຮ່ວມມື ກັບທິມງານຂອງອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມງານຄົນອື່ນໆ ກຳລັງຈັດຕັ້ງປະຕິບັດຫລາຍ ມາດຕະການ ໂດຍສະເພາະແມ່ນການຄວບຄຸມການລະບາດຂອງພະຍາດໃນສັດປີກ ເຝົ້າລະວັງຢ່າງຈິງຈັງ ກ່ຽວກັບການເຈັບປ່ວຍໃນຄົນ ແລະການປຸກລະດົມການໃຫ້ຄວາມຮູ້ແກ່ຊຸມຊົນ. ອົງການອະນາໄມໂລກ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງລັດຖະບານຂອງ ສປປ ລາວ ທີ່ໄດ້ຈັດຕັ້ງ ການຕອບໂຕ້ຢ່າງມີປະສິດທິພາບ ຕໍ່ກໍລະນີທຳອິດຂອງພະຍາດໄຂ້ຫວັດສັດປີກທີ່ໄດ້ເກີດໃນຄົນ ແລະ ມີແນວ ທາງການປະຕິບັດຢ່າງທັນການ ໃນນັ້ນ ກໍໄດ້ລາຍງານໃຫ້ອົງການອະນາໄມໂລກຮັບຊາບ ອົງການອະນາໄມ ໂລກ ຂໍສະແດງຄວາມຊົມເຊີຍມາຍັງລັດຖະບານໄທ ຕໍ່ການປະຕິບັດການຮ່ວມມືລະຫວ່າງຊາຍແດນທີ່ຫນ້າ ສັນລະເສີນເປັນຢ່າງຍິ່ງ. ອົງການອະນາໄມໂລກ ໄດ້ສັງລວມວ່າ ເຫດການທີ່ເກີດຂຶ້ນບໍ່ໄດ້ບົ່ງບອກເຖິງການປ່ຽນແປງສຳຄັນຂອງ ຄວາມສ່ຽງໂດຍລວມກ່ຽວກັບການລະບາດຂອງພະຍາດຢູ່ໃນຂະນະນີ້ ການລະບາດແມ່ນຈັດຢູ່ໃນລະດັບ 3 ຂອງການເຕືອນໄພການລະບາດພະຍາດຂອງອົງການອະນາໄມໂລກ. |