|
ສັດປີກປະຊາຊົນບ້ານໜອງປີງ ຕິດເຊື້ອພະຍາດໄຂ້ຫວັດ
ເພື່ອຕ້ານ ແລະ ສະກັດກັ້ນບໍ່ໃຫ້ເຊື້ອພະຍາດໄຂ້ຫວັດສັດປີກແຜ່ລະບາດອອກໄປສູ່ວົງກວ້າງໃນຂອບ
ເຂດນະຄອນຫລວງວຽງຈັນ
ດັ່ງນັ້ນ, ຕອນແລງວັນທີ 28 ກຸມພາ 2007 ຜ່ານມານີ້ ຄະນະຫນ່ວຍ
ສະເພາະກິດສະກັດກັ້ນ ແລະ
ຄວບຄຸມພະຍາດໄຂ້ຫວັດສັດປີກຂັ້ນນະຄອນຫລວງ ໄດ້ສົມທົບກັບ
ພະນັກງານຫ້ອງການສົ່ງເສີມກະສິກຳ
ແລະ ປ່າໄມ້ເມືອງຈັນທະບູລີ ແລະ ອຳນາດການປົກຄອງ
ບ້ານຫນອງປີງ ໄດ້ພ້ອມກັນລົງທຳລາຍສັດປີກຢູ່ຟາມເປັດໄຂ່ຂອງທ້າວ
ແກ້ວອຸດອນ ຈຳນວນ 940 ໂຕ ແລະ ສັດລ້ຽງຂອງປະຊາຊົນບ້ານຫນອງປີງຈຳນວນ 826 ໂຕ.
ຕາມການລາຍງານຂອງທ່ານ ເພັດສະໄຫມ
ນັດຜາສຸກ ຫົວຫນ້າຫ້ອງການສົ່ງເສີມກະສິກຳ ແລະ
ປ່າໄມ້ ເມືອງຈັນທະບູລີ ໃຫ້ຮູ້ວ່າການທຳລາຍສັດປີກທີ່ຕິດເຊື້ອພະຍາດໄຂ້ຫວັດສັດປີກຄັ້ງນີ້
ຢູ່ບ້ານ
ຫນອງປີງ ກໍຄືຢູ່ເມືອງຈັນທະບູລີ ແມ່ນເປັນຄັ້ງທຳອິດ
ພາຍຫລັງທີ່ທາງພະນັກງານສະເພາະກິດເມືອງ ໄດ້ນຳເອົາຊິ້ນສ່ວນສັດຕາຍຂອງປະຊາຊົນຢູ່ແຕ່ລະບ້ານໄປວິໄຈ
ຜ່ານການວິໄຈເຫັນວ່າການຕາຍຂອງ
ສັດປີກຢູ່ບ້ານຫນອງປີງ ມີເຊື້ອພະຍາດໄຂ້ຫວັດສັດປີກ
ດັ່ງນັ້ນ ຈຶ່ງໄດ້ແຈ້ງໃຫ້ຂັ້ນເທິງຮັບຊາບ ຈາກ
ນັ້ນ ກໍໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ແລະ
ເຈົ້າຂອງສັດລ້ຽງເພື່ອທຳລາຍສັດປີກ ພາຍຫລັງ
ທີ່ທຳລາຍສັດປີກຈຳນວນດັ່ງກ່າວນີ້ແລ້ວ
ທາງເມືອງກໍຈະສືບຕໍ່ຕິດຕາມເຝົ້າລະວັງການຕາຍຂອງສັດປີກ
ໃນເມືອງຈັນທະບູລີ ຕື່ມອີກ
ຈົນກວ່າພະຍາດດັ່ງກ່າວຈະຫມົດໄປ.
|