ພະຍາດໄຂ້ຫວັດສັດປິກແມ່ນຫຍັງ?

ແມ່ນພະຍາດຕິດແປດທີ່ຮ້າຍແຮງຊະນິດຫນື່ງ ຂອງສັດປິກ
ທຸກຊະນິດ ລວມທັງນົກກະຈອກເທດມັນສາມາດຕິດຕໍ່ໃສ່ສັດ
ລ້ຽງລູກດ້ວຍນ້ຳນົມອື່ນໆ ເຊັ່ນ: ໝູ, ແມວ,​ ເສືອ ແລະ ຄົນເຮົາ ອີກດ້ວຍ. ຫລື ເອີ້ນວ່າ: H5N1 ພະຍາດດັ່ງກ່າວເມື່ອເກີດ
ຂື້ນແລ້ວ ຈະເຮັດໃຫ້ສັດປິກຕາຍຢ່າງກະທັນຫັນ ເປັນຈຳນວນຫລວງຫລາຍຜິດປົກກະຕິໃນເວລາສັ້ນໆ ສິ່ງ
ສຳຄັນ ໄຂ້ຫວັດສັດປິກສາມາດແຜ່ເຊື້ອມາສູ່ມະນຸດ ແລະ ເຮັດໃຫ້ມະນຸດເສຍຊີວິດໄດ້.

ພະຍາດໄຂ້ຫວັດສັດປິກ ແມ່ນເຊື້ອໄວຣັດຊະນິດຫນື່ງ ເຊິ່ງ
ສາມາດພົບເຫັນໄດ້ໃນນ້ຳແຫລວ ທີ່ໄຫລອອກມາຈາກຕາ ດັງ ປາກ ແລະ ໃນອາຈົມຂອງສັດປິກທີ່ຕິດ
ເຊື້ອ. ນົກປ່າ ແລະ ເປັດ ເປັນພາຫະນະທີ່ສຳຄັນໃນການແຜ່ເຊື້ອໄວຣັດດັ່ງກ່າວ ມະນຸດເຮົາກໍ່ສາມາດ
ນຳເຊື້ອດັ່ງກ່າວໄປແຜ່ເຊື້ອຢູ່ບ່ອນໄດ້ ໂດຍການຂົນສົ່ງ ແລະ ຂາຍສັດປິກທີ່ເຈັບປ່ວຍ ຫລື ຕາຍ ຍ້ອນ
ເປັນພະຍາດນີ້ ຖ້າຫາກບໍ່ມີການຄວບຄຸມຢ່າງໄວວາ ພະຍາດໄຂ້ຫວັດສັດປິກຈະສາມາດລະບາດໄປສູ່
ສັດປິກທີ່ຢູ່ໃນຄົວເຮືອນ ຕະຫລາດ ແລະ ລະບາດໄປທົ່ວປະເທດ. ໂດຍປົກກະຕິເຊື້ອພະຍາດນີ້ມັນຈະ
ສົ່ງເຊື້ອຈາກສັດປິກ ຫາສັດປິກ, ບໍ່ແມ່ນຈາກການສົ່ງເຊື້ອຄົນຫາຄົນ.