ຍິນດີຕ້ອນຮັບທຸກທ່ານ ເພື່ອມາຮຽນຮູ້ ແລະ ປ້ອງກັນພະຍາດໄຂ້ຫວັດສັດປິກ

ແມ່ນພະຍາດຕິດແປດທີ່ຮ້າຍແຮງຊະນິດຫນື່ງ ຂອງສັດປິກທຸກຊະນິດ ລວມທັງນົກກະຈອກເທດ
ມັນສາມາດຕິດຕໍ່ໃສ່ສັດລ້ຽງລູກດ້ວຍນ້ຳນົມອື່ນໆ ເຊັ່ນ: ໝູ, ແມວ,​ ເສືອ ແລະ ຄົນເຮົາ ອີກດ້ວຍ. ຫລື ເອີ້ນວ່າ: H5N1 ພະຍາດດັ່ງກ່າວເມື່ອເກີດຂື້ນແລ້ວ ຈະເຮັດໃຫ້ສັດປິກຕາຍຢ່າງກະທັນຫັນ ເປັນຈຳນວນ
ຫລວງຫລາຍຜິດປົກກະຕິໃນເວລາສັ້ນໆ ສິ່ງສຳຄັນ ໄຂ້ຫວັດສັດປິກສາມາດແຜ່ເຊື້ອມາສູ່ມະນຸດ ແລະ ເຮັດໃຫ້ມະນຸດເສຍຊີວິດໄດ້.