ຂໍ້ມູນເພີ່ມເຕິມ
  • ໄຂ້ຫວັດໃຫຍ່ ແລະ ໄຂ້ຫວັດສັດປີກ ເປັນອັນຕະລາຍບໍ່?

ຕາມທຳມະດາແລ້ວ ໄຂ້ຫວັດຕາມລະດູການທົ່ວໄປແມ່ນບໍ່ເປັນອັນຕະລາຍ ຕໍ່ຜູ້ທີ່ມີສຸຂະພາບແຂງແຮງ. ສ່ວນພະຍາດໄຂ້ຫວັດສັດປີກ ນັ້ນຈະຮ້າຍແຮງກວ່າຫລາຍເທົ່າ ແລະ ມີລາຍງານວ່າ ຫລາຍກວ່າ 50% ຂອງຈຳນວນຄົນເຈັບທີ່ຕິດເຊື້ອພະຍາດດັ່ງກ່າວໄດ້ເສຍຊີວິດ, ແລະ ໃນຈຳນວນນັ້ນແມ່ນເດັກນ້ອຍທີ່ແຂງແຮງ.

  • ໄຂ້ຫວັດສັດປີກ ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ບໍ່?

ຈົນຮອບປະຈຸບັນນີ້ ກໍຍັງພົບວ່າ ມັນມີໂອກາດຈຳກັດທີ່ສຸດ ທີ່ຈະມີການແຜ່ເຊື້ອຈາກຄົນສູ່ຄົນ ມັນເກືອບ
ວ່າຈະບໍ່ມີເລີຍ ຫລື ນອກຈາກຜູ້ທີ່ໃກ້ຊິດແທ້ໆ ກັບຄົນທີ່ເຈັບປ່ວຍດ້ວຍພະຍາດນີ້. ຜູ້ໃດສົງໃສອາດ
ມີການຕິດພະຍາດໄຂ້ຫວັດສັດປີກ ກໍຄວນໄປພົບແພດທັນທີ. ເພື່ອເພີ່ມຄວາມປອດໄພ ທ່ານຄວນຈຳກັດ
ຈຳນວນຄົນມາເຝົ້າເບິ່ງແຍງຄົນເຈັບ ແລະ ພວກເຂົາຄວນລ້າງມືເລື້ອຍໆ ຫລັງຈາກທີ່ມີການສຳຜັດ
ໃກ້ຊິດກັບຄົນເຈັບ. ພ້ອມນີ້ທັງຄົນເຈັບ ແລະ ຄົນເຝົ້າ ຄວນສວມໃສ່ຜ້າອັດດັງ-ປາກ ເພື່ອຫລຸດຜ່ອນ
ຄວາມສ່ຽງຕໍ່ການແຜ່ກະຈາຍຂອງພະຍາດ.

  • ໄຂ້ຫວັດໃຫຍ່ ແລະ ໄຂ້ຫວັດສັດປີກ ປິ່ນປົວໄດ້ບໍ່?

ວິທີປິ່ນປິ່ວ ໄຂ້ຫວັດໃຫຍ່ ທີ່ເກີດເປັນຕາມລະດູການທົ່ວໄປນັ້ນ ຄົນເຈັບຕ້ອງໄດ້ຮັບອາຫານພຽງພໍຖືກ
ຫລັກອະນາໄມ ແລະ ດື່ມນ້ຳເລື້ອຍໆ ຮວມທັງກິນຢາເພື່ອບົນເທົາອາການ ເຊັ່ນ: ກິນຢາ ເພື່ອຫລຸດໄຂ້ ແລະ ແກ້ປວດຕາມຮ່າງກາຍ ແລະ ວິຕາມິນເຊ ເປັນຕົ້ນ.

ສ່ວນ ພະຍາດໄຂ້ຫວັດສັດປີກໃນຄົນ ຖ້າຫາກສົງໄສວ່າ ຄົນເຈັບອາດຕິດເຊື້ອພະຍາດໄຂ້ຫວັດສັດປີກ ກໍຄວນໄປພົບແພດທັນທີ ເພື່ອກວດພະຍາດ ຫລື ຮັບການປິ່ນປົວໃຫ້ທັນການ.

  • ມີຢາວັກແຊັງ (ວັກຊິນ) ກັນພະຍາດໄຂ້ຫວັດໃຫຍ່ ແລະ ໄຂ້ຫວັດສັດປີກ ໄດ້ບໍ່?

ມີຢາວັກແຊັງກັນພະຍາດໄຂ້ຫວັດໃຫຍ່ ທີ່ຖືກຜະລິດຂື້ນທຸກໆປີ ແລະ ບາງເທື່ອກໍມີ
ຈຳຫນ່າຍຢູ່ໃນລາວເຮົາ. ແຕ່ເຖິງຢ່າງໃດກໍຕາມ ຢາວັກແຊັງດັ່ງກ່າວ ບໍ່ສາມາດກັນ
ພະຍາດໄຂ້ຫວັດສັດປີກໄດ້.

ສ່ວນ ພະຍາດໄຂ້ຫວັດສັດປີກ ແມ່ນຍັງບໍ່ທັນມີຢາວັກແຊັງສຳລັບຄົນ ເພື່ອສັກກັນພະຍາດນີ້ເທື່ອ ຍັງບໍ່ທັນພິສູດໄດ້ວ່າ ຢາວັກແຊັງທີ່ກຳລັງຜະລິດຢູ່ໃນປະຈຸບັນປອດໄພ ແລະ ໃຊ້ໄດ້ຜົນເທື່ອ ເຖິງແມ່ນ
ຢາຈະຖືກຜະລິດອອກມາແລ້ວ ມັນກໍຍັງບໍ່ສາມາດຕ້ານເຊື້ອໄວຣັດໄຂ້ຫວັດສັດປີກທີ່ອາດຈະກາຍພັນ ແລະ ແຜ່ກະຈາຍເຊື້ອໄດ້ຢ່າງງ່າຍດາຍ ຈາກຄົນສູ່ຄົນ.

  • ຈະເຮັດແນວໃດຖ້າຫາກມີການລະບາດຂອງໄຂ້ຫວັດໃຫຍ່ ແລະ ໄຂ້ຫວັດສັດປີກ ຢ່າງຮ້າຍແຮງ?

ຖ້າຫານທ່ານປະຕິບັດຕາມພື້ນຖານຫລັກການສຸຂະອະນາໄມ ທີ່ໄດ້ອະທິບາຍມາໃນເບື້ອງຕົ້ນ ທ່ານກໍຈະ
ສາມາດຢຸດຢັ້ງການລະບາດຂອງພະຍາດໄຂ້ຫວັດໃຫຍ່ໄດ້.

ຖ້າຫາກມີການແຜ່ລະບາດຂອງ ພະຍາດໄຂ້ຫວັດສັດປີກໃນຄົນ ຢ່າງຮ້າຍແຮງ ທ່ານຄວນຈະ
ປະຕິບັດດັ່ງນີ້:

  1. ຫລີກລ່ຽງການໄປໃນສະຖານທີ່ຊຸມຊົນ (ທ່ານອາດເກັບແຮນ້ຳດື່ມ ແລະ ອາຫານໄວ້ລ່ວງຫນ້າ ເພື່ອຫລີກເວັ້ນການອອກໄປຕະຫລາດ ເຊິ່ງເປັນບ່ອນສ່ຽງ ແລະ ມີຄົນຫລາຍ)
  2. ດີແທ້ຢູ່ແຕ່ໃນເຮືອນ ບໍ່ອອກໄປໂຮງຮຽນ ຫລື ໄປເຮັດວຽກ.
  3. ໃສ່ຜ້າອັດດັງ-ອັດປາກ ເຖິງວ່າທ່ານຈະບໍ່ມີອາການຫຍັງກໍຕາມ.

ທ່ານສາມາດຂໍຂໍ້ມູນເພີ່ມເຕິມໄດ້ຈາກ: ຫ້ອງການປະສານງານວິຊາການ ຕ້ານ ແລະ ຄວບຄຸມພະຍາດໄຂ້ຫວັດສັດປີກ ໃນສັດ ແລະ ຄົນ (NAHICO) ໂທ: 021 264 324-5, ອົງການອະນາໄມໂລກ (WHO) ໂທ: 021 413 431, ສູນປ້ອງກັນພະຍາດສັດແຫ່ງຊາດ ໂທ: 021 216 380