|
ສະພາບການໄຂ້ຫວັດສັດປິກໃນປະເທດຕ່າງໆ |
ກະຊວງສະພາບແວດລ້ອມຂອງຍີ່ປຸ່ນແຈ້ງໃຫ້ຮູ້ ເມື່ອວັນອາທິດທີ່ຜ່ານມາວ່າ:
ໄດ້ພົບເຫັນໄວຣັດໄຂ້ຫວັດສັດປິກ H5N1
ຢູ່ໃນຂອງນົກອິນຊີໂຕຫນື່ງ ໃນເມືອງກູມາໂມໂຕ
(ພາກໃຕ້ຍີ່ປຸ່ນ).
ສຳນັກຂ່າວສານກຽວໂດ ຂອງຍີ່ປຸ່ນ ລາຍງານວ່າ: ນົກອິນຊີໂຕດັ່ງກ່າວ
ຖືກພົບເຫັນຢູ່ໃນບ້ານແຫ່ງຫນື່ງ ເມື່ອວັນທີ
4 ມັງກອນ ທີ່ຜ່ານມາ ພາຍຫລັງທີ່ມັນໄດ້ຕາຍໄປ
ຜົນຂອງການກວດໃນຫ້ອງທົດລອງຢູ່
ມະຫາວິທະຍາໄລແຫ່ງຫນື່ງ ສະແດງໃຫ້ເຫັນວ່າ
ນົກອິນຊີໂຕນັ້ນຕິດເຊື້ອໄວຣັດ H5N1.
ກະຊວງສະພາບແວດລ້ອມຂອງຍີ່ປຸ່ນ ໄດ້ສ້າງແຜນການໃນການຈັບພວກນົກປ່າ ແລະ ເກັບຂີ້ນົກ
ຢູ່ໃນບໍລິເວນທີ່ພົບເຫັນນົກອິນຊີໂຕດັ່ງກ່າວ
ເພື່ອໄປກວດເບິ່ງວ່າໄວຣັດ H5N1 ໄດ້ແຜ່ລາມໄປບໍລິເວນໃກ້ຄຽງຫລືບໍ່.
ຍັງຄົງຢູ່ໃນພາວະຫນ້າເປັນຫວ່ງ
ເນື່ອງຈາກປະຊາຊົນທີ່ລ້ຽງ ແລະ ຄ້າຂາຍສັດປີກ
ສ່ວນໃຫຍ່ຍັງບໍ່ໄດ້ຮັບຄວາມຮ້
ູໃນການປ້ອງກັນເຊື້ອໄຂ້ຫວັດສັດປີກ.
ທ່ານ ບາຍູ ຫົວຫນ້າຄະນະກຳມະການຄວບຄຸມໂຣກໄຂ້ຫວັດສັດປີກ ຂອງອິນໂດເນເຊຍ ກ່າວວ່າ:
ບັນຫາຄວາມບໍ່ເຂົ້າໃຈຂອງປະຊາຊົນ ເປັນສິ່ງທ້າທາຍບັນຫາທີ່ຊາວບ້ານບໍ່ໃຈຕໍ່ໄພອັນຕະລາຍຂອງໄຂ້ຫວັດສັດປີກ
ການທີ່ອິນໂດເນເຊຍເປັນປະເທດທີ່ມີພົນລະເມືອງຈຳນວນມະຫາສານ
ກັບພື້ນທີ່ສ່ວນໃຫຍ່
ຍັງເຕັມໄປດ້ວຍເກາະຫລາຍພັນຫນ່ວຍ ແລະ
ປະຊາຊົນມີລະດັບການສຶກສາທີ່ແຕກຕ່າງກັນຫລາຍ
ເຮັດໃຫ້ຄວາມແຕກຕ່າງຂອງປະຊາຊົນທີ່ຈະເຂົ້າໃຈ
ແລະ
ຮັບຮູ້ເຖິງໄພໄຂ້ຫວັດສັດປີກກໍແຕກຕ່າງກັນຫລາຍ.
ການແນະນຳໃຫ້ລ້ຽງສັດປິກໄວ້ໄກບ້ານ ແລະ ການສິດຢາຂ້າເຊື້ອ ໂດຍສະໝ່ຳສະເຫມີ
ລວມທັງການສຳຜັດແຕະຕ້ອງ ຫລື ຂ້າໄກ່ ເປັດ
ດ້ວຍມືເປົ່າ ບໍ່ໄດ້ຮັບຄວາມສົນໃຈ
ປະຕິບັດຕາມຈາກຊາວບ້ານເທົ່າທີ່ຄວນ
ລາຍງານລ້າສຸດ
ມີຜູ້ຖືກນຳສົ່ງໂຮງຫມໍໃນແຂວງລົມປັງ 4 ຄົນ ເມື່ອວັນທີ
18 ມີນາ ທີ່ຜ່ານມານີ້
ຫລັງຈາກພົບວ່າມີອາການປ່ວຍຄ້າຍຄືໄຂ້ຫວັດສັດປີກ
ໂດຍທັງ 4 ຄົນ ຢູ່ໃນຄອບຄົວດຽວກັນ.
ໃນຂະນະດຽວກັນ ກະຊວງສາທາລະນະສຸກເອຊິບ ອອກຖະແຫລງການໃນວັນທີ 19 ມີນານີ້
ລະບຸວ່າຜົນການກວດເດັກຊາຍ ອາຍຸ 2 ປີ
ປັດຈຸບັນຢູ່ລະຫວ່າງການປິ່ນປົວອາການປ່ວຍ ໂດຍຖືກສົ່ງໂຮງຫມໍເມື່ອວັນທີ
16 ມີນາ ທີ່ຜ່ານມານີ້ ໃນເມືອງອັສວານ
ທາງພາກໃຕ້ຂອງປະເທດ ໂດຍມີອາການໄຂ້ສູງ
ຈາການສອບສວນຕອນຕົ້ນພົບວ່າ
ມີປະຫວັດສຳຜັດນົກທີ່ຕິດເຊື້ອ H5N1 ໂດຍບັງເອີນ
ຜູ້ປ່ວຍໄຂ້ຫວັດສັດປີກຄົນນີ້ເປັນຄົນທີ 26
ຂອງປະເທດເອຊິບ.
|