ອາຫານທີ່ປຸງແຕ່ງຈາກສັດປີກທີ່ສຸກດີ ແມ່ນບໍ່ມີຄວາມສ່ຽງຕໍ່ການຕິດພະຍາດ

ຖ້າທ່ານຕ້ອງການຄົວ ຫລື ປຸງແຕ່ງອາຫານຈາກສັດປີກ, ທ່ານຕ້ອງແນ່ໃຈວ່າ ທ່ານໄດ້ຊື້ສັດປີກນັ້ນຈາກແຫລ່ງທີ່ປອດໄພ ແລະ ປະຕິບັດຕາມຂັ້ນຕອນງ່າຍໆ ດັ່ງນີ້:

* ປະຕິບັດຕາມຫລັກສຸຂະອະນາໄມ

  • ລ້າງມືໃສ່ສະບູ ແລະ ນ້ຳສະອາດ ຫລາຍໆຄັ້ງ ໃນເວລາ
    ຄົວສັດປີກ. ເອົາໃຈໃສ່ການລ້າງມືຂອງທ່ານເປັນພິເສດ ໃນເວລາທີ່ທ່ານຄົວກິນ ທັງດິບ ແລະ ສຸກ ຄວບຄູ່ກັນໄປ ແລະ ຕ້ອງລ້ານມືຂອງທ່ານ ກ່ອນ ແລະ ຫລັງ ຈັບບາຍ
    ສັດປີກ, ຜະລິດຕະພັນສັດປີກ ຫລື ໄຂ່ທຸກໆຄັ້ງ.
  • ລ້າງຫນ້າໂຕະ ຫລື ສະຖານທີ່ຄົວກິນ ແລະ ເຄື່ອງໃຊ້
    ຕ່າງໆໃຫ້ສະອາດດີດ້ວຍສະບູ ແລະ ນ້ຳສະອາດທຸກຄັ້ງ ຫລັງຈາກຄົວກິນ

* ສິ່ງທີ່ຄວນເອົາໃຈໃສ່ໃນການປຸງແຕ່ງສັດປີກ

ບໍ່ຄວນໃຊ້ຂຽງ ຫລື ມີດ ພ້າ ອັນດຽວກັນ ໃນການຄົວຊີ້ນສັດປີກດິບ ກັບອາຫານທີ່ສຸກດີແລ້ວ ຫລື ຜັກຕ່າງໆ.
ແຍກຊີ້ນສັດປີກ ໃຫ້ຫ່າງຈາກອາຫານທີ່ສຸກດີແລ້ວ ຫລື ຜັກຕ່າງໆ.
ອາຫານທີ່ປຸງແຕ່ງຈາກສັດປີກຕ້ອງສຸກດີ. ໃຫ້ຕົ້ມ, ປີ້ງ ຫລື ຈືນ ຈົນກວ່າບໍ່ມີ
ເລືອດຊືມອອກມາ.
ບໍ່ເອົາຊີ້ນທີ່ສຸກດີແລ້ວມາວາງໃສ່ຂຽງ, ຈານ ຫລື ພາຊະນະທີ່ໄດ້ວາງຊີ້ນດິບ
ມາກ່ອນນັ້ນ.

* ພິເສດໃນການປຸງອາຫານຈາກໄຂ່

  • ລ້າງໄຂ່ດ້ວຍນ້ຳສະບູ ກ່ອນນຳໄປເຮັດກິນ ແລະ ຫລັງຈາກນັ້ນ ຕ້ອງລ້າງມືໃສ່ສະບູໃຫ້ສະອາດດີ.
  • ປຸງແຕ່ງໄຂ່ໃຫ້ສຸກດີ ທັງໄຂ່ແດງ ແລະ ໄຂ່ຂາວ. ບໍ່ຄວນເອົາໄຂ່ດິບປົນໃສ່ອາຫານທີ່ປຸງແຕ່ງແລ້ວ.